Posts Tagged ‘Review’

BitDefender 10 ກັບ Windows Vista

ກະແສການໃຊ້ງານ Windows Vista​ ໃນບ້ານເຮົານັ້ນ ເຖິງຈະຍັງບໍ່ທັນເປັນທີ່ແຜ່ຫລາຍ ແຕ່ກໍ່ມີການໃຊ້ງານ Theme ລວມເຖິງ Icons ແລະຮູບລັກສະນະຂອງ Windows Vista ໃຫ້ເຫັນຫລາຍພໍສົມຄວນບໍ່ວ່າຈະເປັນຕາມຮ້ານອິນເຕີເນັດ ຫຼືແຜ່ນຕິດຕັ້ງ Windows XP ແບບໃຫມ່ ໆ ທີ່ຫລັງຈາກຕິດຕັ້ງແລ້ວຈະມີຮູບຮ່າງຫນ້າຕາ “ຄ້າຍ ໆ ” Windows Vista ເລີຍ (ມີຮອດ Sidebar ຢ່າງດີ) ບັນຫາຫລັກໃຫຍ່ທີ່ເປັນທີ່ໂຈດຂານກັນໃນອັນດັບຕົ້ນ ໆ ກໍ່ຄື Hardware compatibility ຄືຄວາມເຂົ້າກັນໄດ້ກັບອຸປະກອນຕ່າງ ໆ ທີ່ມີຢູ່ແລ້ວ ບາງຄົນອາດຈະພົບວ່າ ອຸປະກອນບາງຢ່າງໃນເຄື່ອງຄອມພິວເຕີນັ້ນບໍ່ສາມາດໃຊ້ງານໄດ້ເພາະຂາດ Driver ແລະບາງທ່ານອາດຈະພົບວ່າໂປຣແກຣມຯ ທີ່ຕົນຕ້ອງໃຊ້ງານນັ້ນ ບໍ່ສາມາດໃຊ້ຮ່ວມກັນໄດ້ກັບ Windows Vista ເລີຍ ເຊິ່ງໃນຂໍ້ຫລັງນີ້ກໍ່ສ້າງບັນຫາປວດຫົວພໍສົມຄວນ ລວມເຖິງບັນດາໂປຣແກຣມ Antivirus ຕ່າງ ໆ ນຳພ້ອມ / ທ່ານຮູ້ຫຼືບໍ່ວ່າ BitDefender 10 [...]

More »

Google Maps

ຫລັງຈາກທີ່ບໍ່ໄດ້ເຂົ້າໄປເບິ່ງດົນ ເພາະວ່າແຕ່ກ່ອນໃຊ້ເນັດ 56K (ຕໍ່ໄດ້ 52Kbps) ຈຶ່ງຊ້າຫລາຍ ຕອນຫລັງນີ້ປ່ຽນມາໃຊ້ ADSL 256K ເລີຍມີໂອກາດໄດ້ໄປລອງໃຊ້ບໍລິການແຜນທີ່ຈາກ Google Maps ອີກຄັ້ງໜຶ່ງ (ເຫດສືບເນື່ອງມາຈາກໂພສຕ໌ນີ້) ກໍ່ເລີຍໄດ້ຮູ້ວ່າ Google Maps ໄດ້ອັບເດດຄວາມຄົມຊັດຂອງແຜນທີ່ ໃນປະເທດລາວແດ່ແລ້ວ ເຖິງຈະເປັນສະເພາະບາງຈຸດກໍ່ຕາມ ເປີດແຜນທີ່ມາຫລວງພະບາງ ຄ່ອຍ ໆ ເລື່ອນ ໆ ມາເບິ່ງ ປະກົດເຫັນ… ເອ໊ະ!!? ມັນຢູ່ບ່ອນໃດຂອງຫລວງພະບາງ?? ຄິດບໍ່ອອກ 555

More »

ຣີວິວ Lao Antivirus 2007

Lao Antivirus 2007 ເປັນໂປຣແກຣມ Antivirus ທີ່ພັດທະນາໂດຍຄົນລາວ ມີອອກມາ ຮູ້ສຶກຈະຫລາຍເວີຊັນແລ້ວພໍສົມຄວນ ຜູ້ພັດທະນາມີຊື່ວ່າ “ອາເລັກໄຊ” ໄດ້ຍິນວ່າໃຊ້ VB ໃນການພັດທະນາ ເອົາລະ ເພື່ອບໍ່ໃຫ້ເປັນການເສຍເວລາ ເຮົາມາເລີ່ມກັນເລີຍ ທຳອິດກໍ່ດາວໂຫລດຕົວຕິດຕັ້ງມາກ່ອນ ຮູ້ສຶກວ່າ ຈະເປັນ Antivirus ທີ່ມີຂະໜາດນ້ອຍຫລາຍ ນ້ອຍຈົນເຫລືອເຊື່ອ ຄາດວ່າຈະເປັນ Antivirus ທີ່ມີຂະຫນາດນ້ອຍທີ່ສຸດເທົ່າທີ່ເຄີຍເຫັນມາ ດ້ວຍຂະຫນາດພຽງ 1.5MB ເທົ່ານັ້ນ!

More »

ພາທົວ Ubuntu 7.04 “Feisty Fawn” ຕອນທີ່ ໒

ຫລັງຈາກທີ່ຂຽນຄ້າງໄວ້ໃນຕອນທີ່ແລ້ວ ກໍ່ໄດ້ເວລາມາຂຽນຕອນຕໍ່ໄປ ແລະເປັນຕອນຈົບຂອງພາທົວນີ້ແລ້ວ ເມື່ອຕິດຕັ້ງຮຽບຮ້ອຍແລ້ວ ລະບົບກໍ່ຈະຖາມໃຫ້ Restart ແລະເມື່ອຕົກລົງໄປ ລະບົບກໍ່ຈະເລີ້ມໃຫມ່ ໂດຍຄັ້ງນີ້ຈະເຂົ້າສູ່ Ubuntu 7.04 ຜ່ານ Harddisk ແທນ LiveCD (ຖ້າໃຜກຳຫນົດ boot priority ໃນ BIOS ຈະຕ້ອງໄດ້ກັບໄປແກ້ໄຂຄືນກ່ອນ ໃຫ້ boot ຈາກ HDD ແທນ) ກໍ່ຈະພົບກັບຫນ້າຈໍນີ້

More »

ພາທົວ Ubuntu 7.04 “Feisty Fawn” ຕອນທີ່ ໑

Ubuntu ເປັນລະບົບປະຕິບັດການ Linux ທີ່ໄດ້ຮັບຄວາມນິຍົມຂຶ້ນເລື້ອຍ ໆ ໃນຊ່ວງປີທີ່ຜ່ານມາ ດ້ວຍຄວາມທີ່ເປັນ Linux Distribution ທີ່ໃຊ້ງານງ່າຍ ແລະມີຄວາມສາມາດຄົບຖ້ວນ ແລະມື້ວານນີ້ເອງ Ubuntu 7.04 ລະຫັດ “Feisty Fawn” ກໍ່ໄດ້ອອກມາສູ່ສາຍຕາຊາວໂລກ ຜູ້ຄົນແຫ່ແຫນກັນໄປ Ubuntu.com (ຈົນເຮັດໃຫ້ Server ລົ່ມເປັນຄັ້ງຄາວ -_-”) ເຊິ່ງ au8ust.org ກໍ່ພາດບໍ່ໄດ້ທີ່ຈະນຳມາຣີວິວໃຫ້ ໄດ້ອ່ານກັນ ໃນບົດຄວາມຣີວິວ Ubuntu 7.04 ນີ້ ຈະເປັນແບບ Step-By-Step ຕັ້ງແຕ່ຂັ້ນຕອນການຕິດໄປ ໄປຈົນເຖິງສ່ວນຕ່າງ ໆ ຂອງລະບົບ ແລະມີພາບປະກອບເປັນຈຳນວນຫລາຍ ດັງນັ້ນ ທ່ານໃດທີ່ໃຊ້ເນັດຊ້າກໍ່ກຽມໃຈໄວ້ເລັກນ້ອຍ

More »