Posts Tagged ‘Red Alert’

C&C Classic ແຈກຟຣີ!

ຂ່າວເກົ່າແດ່ຈັກໜ່ອຍ ທາງ EA ເປີດໃຫ້ດາວໂຫລດ series ເກມ Command & Conquer ພາກເກົ່າໆ ເຊິ່ງຮວມມີ Tiberian Sun + Firestorm, Tiberian Dawn ແລະ Red Alert ໄດ້ຟຣີ! ຜູ່ທີ່ສົນໃຈສາມາດເຂົ້າໄປ http://www.commandandconquer.com/classic ເພື່ອເບິ່ງຂໍ້ມູນວິທີການຕິດຕັ້ງ ແລະລິ້ງສຳລັບດາວໂຫລດໄດ້. ການແຈກເກມພາກເກົ່າໃຫ້ດາວໂຫລດໄດ້ຟຣີນັ້ນ ເປັນເທັກນິກທີ່ບໍລິສັດເກມຕ່າງໆ ໃຊ້ມາດົນແລ້ວ ໂດຍສະເພາະເວລາທີ່ຈະມີພາກໃໝ່ອອກມາ.

More »

Command & Conquer Red Alert on iPhone!

ອີກຄັ້ງນຶ່ງກັບ Series ອຳມະຕະ Red Alert ໃນຕະກູນ Command & Conquer ເຊິ່ງຄັ້ງນີ້ສົງຄາມເກີດຂຶ້ນໃນ iPhone (ແລະ iPod Touch)! Red Alert ພາກນີ້ເປັນເຫດການກ່ອນໜ້າ Command & Conquer ພາກທຳອິດ ເຊິ່ງເກີດຂຶ້ນໃນໄລຍະປີ 1950 ເມື່ອບໍ່ມີ Hilter ພາໃຫ້ສະຫະພາບໂຊຫວຽດເຮືອງອຳນາດຂຶ້ນມາ ແລະພະຍາຍາມຍຶດຄອງທົ່ວທັງຢູໂຣບ ແລະເອເຊຍ. ຮູບແບບຂອງເກມນັ້ນຍັງຄົງເປັນ RTS ເຊັ່ນເດີມ ແລະແນ່ນອນວ່າຖືກປັບປຸງໃຫ້ເໝາະສຳລັບລະບົບຈໍສຳຜັດຂອງ iPhone ຫຼາຍຂຶ້ນ. ພາບໃນໂຕເກມນັ້ນເປັນແບບ 3D ສາມາດປັບປ່ຽນມຸມກ້ອງໄດ້. ການຫຼິ້ນກໍລື່ນໄຫຼ ແລະສຽງພາຍໃນເກມເປັນແບບດຽວກັບພາກ PC. ສຳລັບກຳນົດການອອກແມ່ນວັນທີ 23 ຕຸລາ ຜ່ານທາງ App Store ຂອງ Apple. ທີ່ມາ – LaoMac.net

More »