ພໍດີເຫັນຜ່ານ ໆ ເລີຍເອົາມາລົງ ເຜື່ອມີຄົນໃຊ້ PSP ແຖວນີ້ 😀
-NextGen
ພໍດີເຫັນຜ່ານ ໆ ເລີຍເອົາມາລົງ ເຜື່ອມີຄົນໃຊ້ PSP ແຖວນີ້ 😀
-NextGen
Sony ຕັດສິນໃຈຕັດລາຄາຂອງເຄື່ອງເກມມືຖື PlayStation Portable ຫຼື PSP ທີ່ວາງຈຳໜ່າຍໃນ US ລົງ ເຮັດໃຫ້ລາຄາຕໍ່ເຄື່ອງໃນຕອນນີ້ຢູ່ທີ່ $169.99 ສ່ວນໃນຢູໂຣບນັ້ນ ທາງໂຊນີ່ຍັງບໍ່ມີແຜນການໃດ ໆ ທີ່ຈະຫລຸດລາຄາເທື່ອ
ທີ່ມາ – Gamesindustry.biz
Ray Maguire ຜູ້ອຳນວຍການບໍລິຫານຂອງ SCE UK ຢືນຢັນວ່າຈະມີ PSP ຮຸ່ນ redesign ຫລືຮຸ່ນທີ່ໄດ້ຮັບການອອກແບບໃຫມ່ແນ່ນອນ ໂດຍ Maguire ໄດ້ໃຫ້ລາຍລະອຽດວ່າ ໃນ PSP ຕົວໃຫມ່ນັ້ນ ຈະມີການອອກແບບໃຫ້ມີຂະຫນາດນ້ອຍລົງ ແລະເບົາຂຶ້ນ ແຕ່ບໍ່ໄດ້ເພີ່ມຄວາມສາມາດອື່ນ ໆ ເຂົ້າໄປ ລວມເຖິງຫນ້າຈໍ ກໍ່ຈະຍັງຄົງມີຂະຫນາດເທົ່າເກົ່າ
ເຖິງຢ່າງໃດກໍ່ຕາມ ລາຄາຂອງ PSP ຮຸ່ນອອກແບບໃຫມ່ນີ້ ຈະມີລາຄາທີ່ຕ່ຳກວ່າເກົ່າຢ່າງແນ່ນອນ ສຳຫລັບໃຜທີ່ຊື້ PSP ໄປກ່ອນແລ້ວກໍ່ຖືວ່າໄດ້ລອງຂອງໃຫມ່ລະກັນ ;P
ທີ່ມາ – GameIndustry.biz [via]
ບ້ານເຮົາບໍ່ຄ່ອຍເຫັນໃຜຫລິ້ນພວກເກມມືຖືປານໃດ ແຮງ PSP ກໍ່ແຮງແລ້ວໃຫຍ່ ຍັງບໍ່ເຄີຍເຫັນໃຜມີຊ້ຳ = =”