Posts Tagged ‘PS3’

Sony ອອກ PS3 Slim

Sony ອອກລຸ້ນໃໝ່ຂອງ PS3 ໃສ່ຊື່ວ່າ PS3 Slim ໂດຍຕັ້ງລາຄາທີ່ $299 ແລະຈະວາງຈຳໜ່າຍໃນຕົ້ນເດືອນກັນຍາທີ່ຈະມາເຖິງນີ້. ການຖະແຫຼງການດັ່ງກ່າວເກີດຂຶ້ນທີ່ງານ Gamescom ຈັດຂຶ້ນໃນ Cologne ປະເທດເຢຍລະມັນ ເຊິ່ງທາງ Sony ນອກຈາກຈະລະບຸລາຄາແລ້ວ ກໍຍັງໄດ້ເປີດເຜີຍຂໍ້ມູນຂອງເຄື່ອງເກມ PS3 ລຸ້ນໃໝ່ອີກນຳ.
PS3 Slim ຈະມາພ້ອມກັບ HDD ສຳລັບບັນຈຸຂໍ້ມູນຂະໜາດ 120GB ແລະກິນໄຟໜ້ອຍລົງ 34%. ໃນສ່ວນທີ່ຖືກຕັດອອກໄປແມ່ນຕົວເລືອກສຳລັບຕິດຕັ້ງລະບົບປະຕິບັດການອື່ນ ໆ (ຖ້າໃຜຍັງຈື່ກັນໄດ້ PS3 ລຸ້ນທຳອິດສາມາດຕິດຕັ້ງ Linux ຫຼືແມ່ນແຕ່ Windows ໄດ້).
ທີ່ມາ – Ghacks

More »

Trailer: Final Fantasy XIII versus

ເປັນ Trailer ຕັ້ງແຕ່ຕອນງານ E3 ແຕ່ວ່າ ຫາກໍ່ມີໃຫ້ດາວໂຫລດ, ພາກນີ້ລົງໃຫ້ PS3 ແຕ່ບໍ່ຮູ້ປີໃດຟ້າໃດຊິໄດ້ຫລິ້ນ : P

*ພະເອກພາກນີ້ຂີ້ເກັກອີຫລີ
ດາວໂຫລດ
Source: all4game, gconsole

More »