ພັນລາວ.ຄອມ | Punlao.com
ຫລັງຈາກທີ່ກ່ອນຫນ້ານີ້ໄດ້ຂຽນກ່ຽວກັບໄວໄວນີ້ນັ້ນ ຕອນນີ້ກໍ່ມີຄວາມຄືບຫນ້າໄປແດ່ແລ້ວ ໂດຍມີການເປີດໂຕ ຢ່າງບໍ່ເປັນທາງການໄປໃນ ຊ່ວງຕົ້ນເດືອນທີ່ຜ່ານມາ ເຊິ່ງອັນທີ່ຈິງແລ້ວໂຄງການນີ້ ວາງແຜນມາຕັ້ງແຕ່ຕົ້ນປີ ຈົດໂດເມນປະໄວ້ ເຊົ່າ host ໄວ້ຖ້າ ແຕ່ຫາກໍ່ມີເວລາມາ ຈັດການໃຫ້ແລ້ວຫວ່າງຫລັງນີ້ ພັນລາວ.ຄອມ ເປັນເວັບໄຊຕ໌ຊຸມຊົນທີ່ເປີດໃຫ້ຜູ້ໃຊ້ງານ ສາມາດຮູ້ຈັກກັນຜ່ານທາງ “ໂປຣໄຟລ໌” ຂອງກັນແລະກັນໄດ້ ໂດຍເມື່ອເປັນສະມາຊິກແລ້ວ ຈະສາມາດຂຽນກ່ຽວກັບຕົວເອງ ເຊັ່ນ ຊື່, ອາຍຸ, ເພດ, ທີ່ຢູ່, ບ້ານເກີດ, ໂຮງຮຽນ, ຯລຯ ເປັນຕົ້ນ ເພື່ອສ້າງ Connection ເຊື່ອມຕໍ່ຫາກັນໄດ້ໂດຍມີຫົວຂໍ້ທີ່ໃກ້ຄຽງກັນ (ເຊັ່ນຕ້ອງການຈະຮູ້ຈັກກັບຄົນທີ່ຢູ່ແຂວງດຽວກັນ ຫຼືໂຮງຮຽນດຽວກັນ ຫຼືເກີດປີດຽວກັນ) ຈະວ່າໄປແລ້ວກໍ່ຄ້າຍ ໆ Facebook, Hi5, MySpace ແລະ Social Network ອື່ນ ໆ ທີ່ກຳລັງເປັນທີ່ນິຍົມໃນຂະນະນີ້ ຫາກແຕ່ວ່າ ພັນລາວ.ຄອມ ຈະມີຄົນລາວເກືອບທັງຫມົດ! ທ່ານສະບາຍໃຈໄດ້ວ່າ ສັງຄົມໃນພັນລາວ.ຄອມນັ້ນ ຈະມີແຕ່ຄົນບ້ານເກີດເມືອງນອນດຽວກັນເປັນສ່ວນໃຫຍ່ ກໍ່ຈະມີຄວາມຮູ້ສຶກສະບາຍໃຈກວ່າ ຄືເຮົາຢູ່ປະເທດຂອງເຮົາເອງ : [...]
More »


