ຜູ້ໃຫ້ບໍລິການ microblogging (ແບບ twitter) Pownce ກຳລັງຂາຍກິດຈະການໃຫ້ກັບ Six Apart ແລະປະກາດວ່າ ຈະໃຫ້ເວລາຈົນຮອດປາຍປີນີ້ສຳລັບຜູ້ໃຊ້ ເພື່ອເກັບຂໍ້ມູນຂອງຕົນໃນ Pownce.
ການເຂົ້າຊື້ກິດຈະການຂອງ Pownce ໃນຄັ້ງນີ້ ຍັງຮວມໄປເຖິງການຊື້ຕົວ Leah Culver ແລະຜູ້ຮ່ວມກໍ່ຕັ້ງ Mike Malone ເພື່ອໃຫ້ໄປເຮັດວຽກກັບທາງ Six Apart ອີກນຳ ໂດຍທາງ Leah Culver ໄດ້ເປີດເຜີຍຂໍ້ມູນວ່າ ຈະກັບມາອີກຄັ້ງກັບບາງຢ່າງທີ່ໃໝ່ ໆ ແລະດີກວ່າຫຼາຍໃນຊ່ວງປີໜ້ານີ້.
Six Apart ເປັນບໍລິສັດທີ່ເຄີຍພັດທະນາ MovableType ແລະເປັນຜູ້ໃຫ້ບໍລິການ Typepad.com
ທີ່ມາ – The Pownce Blog [via BN]