ຍອດຂາຍ PS2 ແຊງໜ້າ PS3 ອີກຄັ້ງ!
ລາຍງານຈາກ Media Create ເຖິງຍອດຂາຍເຄື່ອງເກມຕ່າງ ໆ ໃນປະເທດຢີ່ປຸ່ນ ລະບຸວາເຄື່ອງເກມ PlayStation2 ນັ້ນ ມີຍອດຂາຍສູງກວ່າ PlayStation3 ເຊິ່ງເປັນເຄື່ອງເກມຮຸ່ນໃຫມ່ຈາກ Sony
PlayStation2 ຂາຍໄປໄດ້ 17,787 ເຄື່ອງ ປຽບທຽບກັບ PlayStation3 ທີ່ທຳຍອດຂາຍໄດ້ພຽງ 16,889 ໃນຂະນະທີ່ເຄື່ອງເກມຍອດຂາຍອັນດັບໜຶ່ງຍັງຄົງເປັນຂອງ DS Lite ຫລື Nintendo DS Lite ຈາກເຈົ້າພໍ່ເກມ Nintendo
DS Lite: 79,897
Wii: 51,365
PSP: 39,077
PS2: 17,787
PS3: 16,889
Xbox 360: 3,889
GBA SP: 609
Game Boy Micro: 588
Gamecube: 205
DS Phat: 115
GBA: 9
ທີ່ມາ – MaxConsole.net
ບ້ານເຮົາກໍ່ຍັງຄົງນິຍົມ PS2 ຕໍ່ໄປ… ຍັງບໍ່ເຫັນຮ້ານເກມໃດກ້າເອົາ PS3 ມາປານນີ້ -_-”


