Posts Tagged ‘piracy’

ມາເລເຊຍໃຂ້ຫມາດົມກິ່ນຫາແຜ່ນລະເມີດລິກຂະສິດ

ການລະເມີດລິກຂິສິດເລີ່ມທະວີຄວາມຮຸນແຮງຂຶ້ນຊັກໄຊ້ ບັນດາລັດຖະບານຂອງປະເທດຕ່າງ ໆ​ ກໍ່ພະຍາຍາມ ທີ່ຈະຫາວິທີການທີ່ຈະຫລຸດຜ່ອນການແຜ່ລະບາດດັ່ງກ່າວ ລວມເຖິງມາເລເຊຍ ທີ່ໃຊ້ຫມາດົມກິ່ນເຂົ້າຊ່ວຍໃນການຄົ້ນຫາແຜ່ນ ຊີດີ-ດີວີດີ ເຖື່ອນ ໃນວັນອັງຄານທີ່ຜ່ານມາ ທາງການຂອງມາເລເຊຍ ໄດ້ສາທິດການໃຊ້ຫມາດົມກິ່ນ ເພື່ອຄົ້ນຫາແຜ່ນຫນັງລະເມີດລິກຂະສິດ ໂດຍໃນການສາທິດນັ້ນ ແມ່ນໃຊ້ຫມາຕົວແມ່ສອງຕົວຊື່ວ່າ “ Flo ” ແລະ “ Lucky ” ເຂົ້າໄປປະຕິບັດພາລະກິດຄົ້ນຫາ ໃນໂຮງສິນຄ້າ ທີ່ມີກ່ອງບັນຈຸສິນຄ້າຖືກຫໍ່ຫຸ່ມໄວ້ເປັນຢ່າງດີກອງກ່າຍກັນຢູ່; ເມື່ອເຈົ້າຫນ້າທີ່ຫມາ ໄດ້ສັນຍານຂອງສິ່ງຜິດກົກຫມາຍແລ້ວ ກໍ່ຢຸດນັ່ງຢູ່ຫນ້າກ່ອງ ລໍຖ້າໃຫ້ເຈົ້າຫນ້າທີ່ຄົນມາຈັດການຕໍ່ໄປ

More »

Viacom ຢື່ນຟ້ອງ YouTube ຮຽກຮ້ອງຄ່າເສຍຫາຍກວ່າພັນລ້ານ!

Viacom ບໍລິສັດແມ່ຂອງ MTV ໄດ້ຢື່ນຟ້ອງ YouTube ແລະຮຽກຄ່າເສຍຫາຍເປັນເງິນຈຳນວນກວ່າ $1 ພັນລ້ານ ໂດຍໂຄສົກຂອງທາງ Viacom ອອກມາເວົ້າວ່າ ມີວີດິໂອຈາກເຄືອຂ່າຍໂທລະທັດຂອງ Viacom ຫລາຍກວ່າ 160,000 ລາຍການ ຖືກອັບໂຫລດໄປໄວ້ເທິງ YouTube ບໍ່ວ່າຈະເປັນຂອງລາຍການທີ່ມີຊື່ສຽງເຊັ່ນ Comedy Central, VH1 ແລະ Nickelodeon ເປັນຕົ້ນ ເຊິ່ງລາຍການເຫລົ່ານີ້ນັ້ນ ຖືກເປີດເບິ່ງຫລາຍກວ່າ 1.5 ພັນລ້ານຄັ້ງ! ນອກຈາກນັ້ນຕົວແທນຈາກ Viacom ຍັງບອກວ່າ ທາງບໍລິສັດເອງບໍ່ຄິດວ່າ YouTube ຈະມີນະໂຍບາຍອອກມາ ປາບປາມການເພີ່ມຂຶ້ນຂອງຄລິບວີດິໂອເຫລົ່ານີ້ແຕ່ຢ່າງໃດ ທີ່ມາ – MSNBC News [via] YouTube ເປັບເວັບໄຊທ໌ທີ່ໃຫ້ບໍລິການ video-sharing ທີ່ໄດ້ຮັບຄວາມນິຍົມສູງ ແລະຍັງເປັນເວັບໄຊທ໌ທີ່ມີອັດຕາການຂະຫຍາຍຕົວ ແລະມີຜູ້ຊົມຫລາຍທີ່ສຸດເທົ່າທີ່ເຄີຍມີມາ ໂດຍປະຈຸບັນຖືກຂາຍໄປໃຫ້ກັບ Google Inc. ເປັນທີ່ຮຽບຮ້ອຍແລ້ວ ອັນທີ່ຈິງ ເດືອນທີ່ຜ່ານມາ YouTube ກໍ່ເອົາວີດິໂອຄລິບຂອງ [...]

More »