Posts Tagged ‘Phone’

Firmware v40 ສຳລັບ Nokia 5800 ມາແລ້ວ

ມີຂ່າວມາດົນແລ້ວວ່າ Nokia ຈະອອກ Firmware ລຸ້ນ 40 ສຳລັບມືຖື Nokia 5800 ແຕ່ກໍບໍ່ອອກຈັກເທື່ອ ຖ້າແລ້ວຖ້າອີກ ຈົນໃນທີ່ສຸດ ມັນກໍມາແທ້ໆ. Firmware ໂຕໃໝ່ນີ້ ລຸ້ນເຕັມໆ ແມ່ນ v40.0.005 ເຊິ່ງມາພ້ອມກັບອັບເດດທີ່ໜ້າສົນໃຈ (ແຕ່ຄົນອື່ນມີກ່ອນແລ້ວ) ເຊັ່ນການເລື່ອນແບບ Kinetic (ແບບໃນ iPhone) ແລະໜ້າຈໍ Home screen ແບບໃໝ່ (ແຕ່ໃຊ້ໃນ 5530 ດົນແລ້ວ) .. ເວົ້າໄປແລ້ວກໍມີແຕ່ອັບເດດໃໝ່ທີ່ບໍ່ໃໝ່ປານໃດ ແຕ່ກໍດີກວ່າບໍ່ມີ
ນອກຈາກສອງຢ່າງທາງເທິງແລ້ວ ກໍຍັງມີຄວາມສາມາດໃນການ rotate ອັດຕະໂນມັດຂອງແປ້ນພິມ, ແກ້ໄຂ bugs ຕ່າງໆ ແລະປັບປຸງປະສິດທິພາບໂດຍຮວມໃຫ້ດີຂຶ້ນ.  ມີການຍ້າຍເອົາໂປຣແກຣມ Download ແລະ Update Application ອອກໄປແລ້ວແທນທີ່ດ້ວຍ Ovi Store ແລະ SW Update ແທນ. [...]

More »

Nexus One ມືຖືຈາກ Google

ໃນທີ່ສຸດ Google ກໍເປີດເຜີຍຂໍ້ມູນ Nexus One ມືຖືທີ່ Google ເຮັດອອກມາຂາຍເອງ ເຊິ່ງກໍສອງປີນັບຈາກທີ່ Google ເປີດໂຕ Android.
ໂດຍຈຸດເດັ່ນຂອງມັນຄື ໜ້າຈໍໃຫຍ່ລະດັບ 3.7 ນິ້ວ ແບບ Widescreen ໃຊ້ເທັກໂນໂລຢີ OLED ໃຫ້ຄວາມສະຫວ່າງໃນອັດຕາສ່ວນເຖິງ 100,000:1 ເຊິ່ງເຮັດໃຫ້ສາມາດເບິ່ງເຫັນໄດ້ໃນບ່ອນທີ່ມີແສງແດດໄດ້ສະບາຍໆ ອີກທັງມີອັດຕາການຕອບສະໜອງທີ່ຕ່ຳພຽງ 1ms (ຕ່ຳກວ່າໜ້າຈໍ LCD ບາງລຸ້ນອີກ). Nexus One ຍັງມາພ້ອມກ້ອງ 5 ລ້ານ pixel ໃຊ້ LED flash ພ້ອມຖ່າຍວິດີໂອໄດ້ທີ່ຄວາມລະອຽດ 720×480 ທີ່ 20fps ຫຼືສູງກວ່ານັ້ນຫາກມີແສງພຽງພໍ. ລະບົບທີ່ຮອງຮັບກໍມີຕັ້ງແຕ່ GSM 850/900/1800/1900 ໄປຈົນຮອດ UMTS 2100/AWS/900 ແລະແນ່ນອນ Wi-Fi 802.11b/g/n ພ້ອມທັງ Bluetooth.
ອີກຄວາມໂດດເດັ່ນຂອງ Nexus One ຄືມັນໃຊ້ [...]

More »