Posts Tagged ‘OpenSource’

OpenOffice 3.0 RC1

ໃຊ້ເວລາດົນພໍສົມຄວນກວ່າຈະອອກ Release Candidate version ມາໃຫ້ທົດລອງໃຊ້ ເຊິ່ງກໍ່ມີການພັດທະນາໄປຫຼາຍພໍສົມຄວນເມື່ອ ທຽບກັບສາຍການພັດທະນາໃນເວີຊັນ 2.x ແຕ່ຢ່າງໃດກໍ່ຕາມ OpenOffice 3.0 Final ນັ້ນ ຍັງບໍ່ໄດ້ມີກຳນົດການແລ້ວເສັດເທື່ອ ອາດຈະໃຊ້ເວລາໄປຈົນຮອດຕົ້ນປີໜ້າກໍ່ເປັນໄດ້. ສຳລັບທ່ານທີ່ສົນໃຈທົດລອງ RC1 ສາມາດເລືອກດາວໂຫລດໄດ້ຕາມຕ້ອງການ.

More »

Firefox 3.1 Alpha 2

Firefox 3.1 Alpha 2 ຫຼືທີ່ເອີ້ນກັນໃນລະຫັດການພັດທະນາວ່າ “Shiretoko Alpha 2” ນັ້ນຖືກປ່ອຍອອກມາໃຫ້ດາວໂຫລດ ໄປທົດລອງໃຊ້ກັນແລ້ວ ໂດຍໃຊ້ Gecko 1.9.1 ແລະຮອງຮັບຄວາມສາມາດໃໝ່ ໆ ເຊັ່ນ: HTML 5 <video> element web worker threads drag n drop ຂ້າມໜ້າຕ່າງ Aero “Glass” ໃນ XUL CSS 2.1 properties: ::before and ::after, and white-space:pre-line CSS 3 properties: -moz-border-image, word-wrap: break-word, text-shadow, box-shadow and column-rule ອ່ານເພີ່ມເຕີມ ຫຼືດາວໂຫລດໄດ້ຈາກເວັບໄຊຂອງ Mozilla

More »

Google Chrome — Web browser ຈາກ Google!

ຫຼັງຈາກທີ່ເປັນຂ່າວມາດົນວ່າ Google ຈະສ້າງ Web browser ຫຼືໂປຣແກຣມທ່ອງເວັບຂຶ້ນມາດ້ວຍຕົວເອງ ແຕ່ທີ່ຜ່ານມາກໍ່ບໍ່ໄດ້ມີຫຼັກຖານຫຍັງ ຈົນມາຮອດຕອນນີ້ ທາງ Google ໄດ້ອອກມາປະກາດຢ່າງເປັນທາງການແລ້ວວ່າ ກຳລັງພັດທະນາ Google Chrome ຢູ່ ໂດຍຫຼັກແລ້ວ Google Chrome ຖືກອອກແບບມາໃໝ່ ບໍ່ຄືດັ່ງທີ່ Web browser ໃນປັດຈຸບັນ ໂດຍສະເພາະແມ່ນເລື່ອງລະບົບ multi-process ທີ່ຖືກນຳມາໃຊ້ໃນ Chrome ນີ້. ການເປີດ Tab ນັ້ນ ຈະຖືກແບ່ງອອກເປັນ process ສະເພາະຂອງໃຜມັນ ເມື່ອແຖບໃດມີບັນຫາ ກໍ່ສາມາດປິດແຖບນັ້ນ ເພື່ອປ້ອງກັນບໍ່ໃຫ້ລະບົບລົ້ມທັງໝົດພ້ອມ ໆ ກັນ (ເຊັ່ນໃນ IE ຫຼື Firefox ມັກເປັນ). ໃນສ່ວນຂອງການສະແດງຜົນແລ້ວ Chrome ໃຊ້ Webkit ເປັນ rendering engine (ແບບດຽວກັບທີ່ໃຊ້ໃນ Safari –Web browser [...]

More »

Joomla.org hacked

ວັນທີ່ ໑໔ ສິງຫາ ໒໕໕໑ ເວລາປະມານ ໙ ໂມງ ໕໕ ນາທີ ມີຂ່າວວ່າ Joomla.org ຖືກ Hack ເປັນທີ່ຮຽບຮ້ອຍ… ແລະອີກປະມານ ໓໕ ນາທີຕໍ່ມາ ກໍ່ກັບມາພ້ອມຫນ້າເວັບໃຫມ່ ເຊິ່ງໃນລະຫວ່າງນັ້ນກໍ່ຂຶ້ນຂໍ້ຄວາມ “be right back.” ມາໃຫ້ເບິ່ງແທນ

More »

WordPress Mu 2.6

ກ່ອນຫນ້ານີ້ທາງທີມງານພັດທະນາ Mu ໄດ້ອອກເວີຊັນ RC1 ມາໃຫ້ທົດລອງໃຊ້ໄດ້ປະມານ ໒ ອາທິດ ຈາກນັ້ນກໍ່ຕາມດ້ວຍ WordPress Mu 2.6 ຢ່າງເປັນທາງການໃນມື້ນີ້ເອງ ເຊິ່ງໂດຍຫລັກແລ້ວ ເວີຊັນນີ້ຈະເປັນການປັບປຸງແບບຂ້າມເລກເວີຊັນ ຈາກເດີມທີ່ນັບມາເປັນ 1.3.3 ກໍ່ຂ້າມມາເປັນ 2.6 ເລີຍ ນອກຈາກຈະອັບເດດຄວາມສາມາດຕ່າງ ໆ ໃຫ້ເທົ່າກັບ WordPress 2.6 ແລ້ວ ກໍ່ຍັງປັບປຸງດ້ານຄວາມປອດໄພຂຶ້ນອີກ ເຊິ່ງເປັນອີກກ້າວສຳຄັນຂອງ WordPress Mu ຖ້າຢາກທົດລອງໃຊ້ບລັອກທີ່ສ້າງຈາກ Mu ຢ່າລືມ LaoBlogger.com ບໍລິການຟຣີບລັອກສຳຫລັບຄົນລາວ! (ມາໂຄສະນານຳ) ທີ່ມາ – ocaoimh.ie [via] WPMUTutorial

More »

ຕິດຕັ້ງ Font ໃນ Windows ຢ່າງເທບ

ທຳມະດາແລ້ວໃນລະບົບປະຕິບັດການ Windows ນັ້ນ ການຈະ ຕິດຕັ້ງຟອນ ຈະຕ້ອງໄດ້ເຂົ້າໄປໃນ Folder ຂອງ Fonts ແລ້ວກໍ່ຈັດການຕິດຕັ້ງຜ່ານຫນ້າຕ່າງນັ້ນ ແລະຫລາຍ ໆ ຄັ້ງມັນກໍ່ເປັນເລື່ອງທີ່ຫຍຸ້ງຍາກຫລາຍທີ່ຈະເຮັດຊ້ຳ ໆ ເມື່ອຕ້ອງການຕິດຕັ້ງຟອນໃນໂອກາດຫນຶ່ງ ມື້ນີ້ເລີຍມີໂປຣແກຣມນ້ອຍ ໆ ແຕ່ມີປະໂຫຍດຫລາຍມາແນະນຳ ClickFont ເປັນໂປຣແກຣມຊ່ວຍຕິດຕັ້ງຟອນໃນ Windows ແບບງ່າຍ ໆ ນອກຈາກມັນຈະສົ່ງໄຟລ໌ຟອນໄປຫາ C:\Windows\Fonts\ ແລ້ວ ກໍ່ຍັງຈັດການຂຽນຄ່າລົງໃນ Registry ເພື່ອຢືນຢັນການຕິດຕັ້ງໃຫ້ພ້ອມ ໂປຣແກຣມນີ້ເປັນ OpenSource ສາມາດໃຊ້ງານໄດ້ຟຣີ ຫຼືຈະດາວໂຫລດ Source code ໄປສຶກສາກໍ່ໄດ້ ດາວໂຫລດ

More »

FileZilla 3.1.0

ຫລັງຈາກທີ່ FileZilla ອອກເວີຊັນ 3.0.x ມາຫລາຍເດືອນ ຕອນນີ້ສາຍການພັດທະນາໃນເວີຊັນ 3.1.x ກໍ່ອອກມາແລ້ວ ເຊິ່ງໃນເວີຊັນນີ້ກໍ່ຍັງຄົງສືບຕໍ່ແກ້ໄຂຂໍ້ຜິດພາດຕ່າງ ໆ ຈາກເວີຊັນກ່ອນໃຫ້ດີຂຶ້ນ ສຳຫລັບທ່ານທີ່ຍັງບໍ່ຮູ້ FileZilla ເປັນໂປຣແກຣມປະເພດ FTP Client ທີ່ເປັນ OpenSource ທີ່ມີຄວາມສາມາດຮອບດ້ານ ຮອງຮັບທັງ FTP, FTPS ແລະ SFTP ມີໃຫ້ໃຊ້ທັງໃນ Windows ແລະ Linux OS ດາວໂຫລດ

More »

Firefox 3.0.1

ອອກ Firefox 3 ມາບໍ່ດົນ ກໍ່ມີ update ຕາມມາແລ້ວ ເນື່ອງດ້ວຍບັນຫາຈາກຄວາມປອດໄພໃຫຍ່ ໓ ຢ່າງ ທີ່ຈະເຮັດໃຫ້ Firefox ມີບັນຫາຫນັກ ຮວມເທິງໄດ້ແກ້ໄຂບັນຫາເລັກນ້ອຍຕ່າງ ໆ ທີ່ເວີຊັນເກົ່າອີກ ໙ ຢ່າງ ອ່ານລາຍລະອຽດໄດ້ໃນ Release notes ຜູ້ໃຊ້ Firefox 3 ຈະສາມາອັບເດດເປັນ 3.0.1 ໄດ້ຜ່ານເມນູ Help > Check for Updates ສ່ວນຜູ້ໃຊ້ທີ່ຍັງບໍ່ມີ Firefox ໃນລະບົບເທື່ອກໍ່ສາມາດດາວໂຫລດມາຕິດຕັ້ງໄດ້ຈາກ Link ດາວໂຫລດດ້ານລຸ່ມ ດາວໂຫລດ Firefox 3.0.1

More »

WordPress 2.6

ເວັ້ນໄລຍະຫ່າງຈາກເວີຊັນ 2.5 ບໍ່ດົນ 2.6 ກໍ່ອອກມາແລ້ວ ໃນ WordPress 2.6 ຈະເປັນການເຕີມເຕັມຄຸນນະສົມບັດຕ່າງ ໆ ຂອງ WordPress ໃຫ້ເພີ່ມຂຶ້ນມາຈາກເວີຊັນກ່ອນຫນ້ານີ້ຢ່າງຊັດເຈນ ຫລາຍ ໆ ຢ່າງຖືກແກ້ໄຂ ແລະປັບປຸງໃຫ້ດີຂຶ້ນຫລາຍປະການ ໂດຍໃນ WordPress 2.6 ນີ້ທາງທີມພັດທະນາໃຫ້ລະຫັດວ່າ “Tyner” ເຊິ່ງເປັນຊື່ຂອງນັກເປຍໂນ McCoy Tyner ໂດຍຫລັກແລ້ວໃນ WordPress 2.6 ມີຄວາມສາມາດທີ່ເພີ່ມຂຶ້ນມາຄື Post Revisions – ປຽບທຽບລະຫວ່າງການແກ້ໄຂໃນແຕ່ລະຄັ້ງ (ຄ້າຍ ໆ ໃນ Wikipedia) Press This! – Bookmarklet ທີ່ຊ່ວຍໃຫ້ຜູ້ໃຊ້ສາມາດຂຽນບລັອກໄດ້ໄວຂຶ້ນຫລາຍເທົ່າ Gears – ໃຊ້ເທັກໂນໂລຢີຈາກ Google Gears ເກັບໄຟລ໌ JavaScript ແລະ CSS ທີ່ໃຊ້ເລື້ອຍ ໆ ໄວ້ໃນເຄື່ອງເຮົາເອງ ເຮັດໃຫ້ການເຂົ້າເຖິງ [...]

More »

WINE 1.0 ອອກແລ້ວ

໑໕ ປີຂອງການພັດທະນາຍາວນານຕໍ່ເນື່ອງມາຈົນຮອດມື້ນີ້ Wine 1.0.0 ກໍ່ອອກມາຈົນໄດ້ ເຖິງວ່າເວີຊັນນີ້ຈະຂາດຫລາຍ ໆ ຢ່າງທີ່ເຄີຍວາງແຜນໄວ້ຕອນຕົ້ນ ແຕ່ມັນກໍ່ເປັນ Stable release ທຳອິດເທົ່າທີ່ມີມາເລີຍ ໃນເວີຊັນຕໍ່ໄປຄື Wine 1.2.0 ນັ້ນຈະອອກຕາມມາໃນອີກສອງສາມເດືອນຕໍ່ຫນ້າ ສ່ວນທາງ CodeWeavers ກໍ່ປະກາດອອກມາວ່າ CrossOver Office 7.0 ທັງສຳຫລັບ Linux ແລະ Mac ນັ້ນ ອອກແລ້ວ ເຊິ່ງຮອງຮັບ Photoshop CS/CS2 ລວມໄປເຖິງ Microsoft Office 2007 ນຳ ອ່ານລາຍລະອຽດເພີ່ມເຕີມແລະດາວໂຫລດໄດ້ທີ່ Wine HQ ທີ່ມາ – Phoronix

More »