Posts Tagged ‘OpenSource’

Firefox 3.6

ອອກມາໄດ້ສອງມື້ແລ້ວສຳລັບ Mozilla Firefox 3.6 ເຊິ່ງເປັນໂປຣແກຣມທ່ອງເວັບລຸ້ນຫຼ້າສຸດຈາກ Mozilla ທີ່ຈະມາເພີ່ມປະສິດທິພາບ, ຄວາມສາມາດ ແລະຄວາມໄວໃນການທ່ອງເວັບຂອງທ່ານ.
ໃນ Firefox 3.6 ນັ້ນ ໄດ້ໃຊ້ Gecko 1.9.2 ເປັນ Rendering engine ແລະເປັນເວີຊັນທີ່ໄດ້ຮັບການພັດທະນາມາຕັ້ງແຕ່ຕົ້ນປີ 2009 ກໍຈະມີຄວາມສາມາດຫຼາຍໆ ຢ່າງເພີ່ມຂຶ້ນມາ; ນອກຈາກນັ້ນແລ້ວບັນດາ features ຕ່າງໆ ທີ່ຖືກອັບເດດເຂົ້າມາກໍມີຕັ້ງແຕ່ ລະບົບ theme ແບບໃຫມ່ ທີ່ເອີ້ນກັນວ່າ Personas ທີ່ທ່ານສາມາດເລືອກສີສັນຂອງ Firefox ໄດ້ຫຼາກຫຼາຍບໍ່ຊ້ຳກັນ ແຖມຍັງງ່າຍດາຍບໍ່ຕ້ອງ restart ໂປຣແກຣມອີກຕ່າງຫາກ! ຖັດມາກໍເປັນການຮອງຮັບການເປີດວິດີໂອແບບເຕັມຈໍ, ລະບົບແຈ້ງເຕືອນ plugin ທີ່ເວີຊັນເກົ່າເກີນໄປ, ຮອງຮັບລະບົບ font ແບບໃໝ່, ຮອງຮັບ CSS3 ເຊັ່ນ gradients ແລະ background sizing ເປັນຕົ້ນ ຮວມເຖິງ HTML5 ບາງຢ່າງອີກນຳ.
ດ້ານຄວາມໄວນັ້ນ [...]

More »

Ubuntu 9.10 “Karmic Koala”

ຮູ້ສຶກວ່າຈະອອກມາໄດ້ສອງມື້ແລ້ວ ຫາກໍມີເວລາມາຂຽນ .. Ubuntu 9.10 ຫຼືທີ່ຮູ້ກັນໃນລະຫັດ “Karmic Koala” ນັ້ນ ຕອນນີ້ກໍອອກມາໃຫ້ດາວໂຫຼດກັນເປັນທີ່ຮຽບຮ້ອຍແລ້ວ ສາມາດດາວໂຫຼດໄດ້ຜ່ານໜ້າດາວໂຫຼດຂອງ Ubuntu.com ເຊິ່ງກໍມີຄົບຊຸດທັງ Ubuntu, Kubuntu, etc..
ສຳລັບລາຍລະອຽດຂອງເວີຊັນໃໝ່ນີ້ ເບິ່ງໄດ້ໃນ http://www.ubuntu.com/products/whatisubuntu/910features
ອີກຂ່າວນຶ່ງຄື ທາງ Canonical ເຊິ່ງເປັນຜູ່ພັດທະນາ Ubuntu ນັ້ນ ຕອນນີ້ປະກາດວ່າ ຕໍ່ໄປຈະບໍ່ມີ ShipIt ສຳລັບການຈັດສົ່ງແຜ່ນຊີດີ Ubuntu ຟຣີອີກຕໍ່ໄປແລ້ວ ເນື່ອງຈາກເສຍຄ່າໃຊ້ຈ່າຍເປັນຈຳນວນຫຼາຍໃນແຕ່ລະປີ. ຢ່າງໃດກໍຕາມ ທາງ Canonical ກໍຍັງຈະແຍກຊີດີຟຣີໃຫ້ກັບຜູ່ໃຊ້ໃໝ່ (ທີ່ມີ account ໃໝ່) ແລະທີມງານ LoCo ຢູ່.
ທີ່ມາ – Ubuntu.com, Blognone

More »

WordPress 2.8.5 ແລະ WordPress 2.9

ໃນຂະນະທີ່ WordPress 2.9 ກຳລັງຖືພັດທະນາຢູ່ ທາງທີມງານເພິ່ນກໍປ່ອຍເດດສຳລັບ WordPress 28.x ມາໃນລຸ້ນ 2.8.5 ແລ້ວ ເຊິ່ງໃນເວີຊັນນີ້ເປັນການແກ້ໄຂລະບົບຄວາມປອດໄພຫຼັກໆ ຢູ່ 2 ຈຸດ ແລະອັບເດດໆ ອື່ນໆ ອີກ 2 ຈຸດ. ທີມງານ WordPress ແນະນຳໃຫ້ຜູ່ໃຊ້ທຸກທ່ານ ຈັດການອັບເດດເພື່ອປ້ອງກັນບັນຫາດ້ານຄວາມປອດໄພທີ່ອາດຈະເກີດຂຶ້ນໄດ້.
ການອັບເດດສາມາດເຮັດໄດ້ຜ່ານເມນູ Automatic Upgrade ຫຼືດາວໂຫຼດໄປອັບເດດກໍໄດ້ເຊັ່ນກັນ. ຫາກເປັນຜູ່ໃຊ້ໃໝ່ ກໍສາມາດດາວໂຫຼດເວີຊັນເຕັມໄດ້ຈາກ http://wordpress.org/download/.
ສຳລັບຂ່າວຂອງ WordPress 2.9 ນັ້ນ ໃນໄວໆ ນີ້ຈະມີເວີຊັນ Beta ອອກມາໃຫ້ທົດລອງໃຊ້ກັນ ແຕ່ຍັງບໍ່ລະບຸເວລາທີ່ແນ່ຊັດເທື່ອ. ໃນ WP 2.9 ນັ້ນທີມພັດທະນາໄດ້ເລັ່ງແກ້ໄຂບັນຫາຕ່າງໆ ທີ່ພົບໃນລຸ້ນກ່ອນໜ້ານີ້ ໂດຍສະເພາະແມ່ນ bugs ທີ່ມີຢູ່ ດັ່ງນັ້ນຈຶ່ງຈະຍັງບໍ່ມີ feature ຫຍັງໃໝ່ໆ ອອກມາເທື່ອໃນເວລານີ້. ສຳລັບໃຜທີ່ສົນໃຈເປັນ beta tester ນັ້ນ ອ່ານໄດ້ເພີ່ມເຕີມໃນ WordPress [...]

More »

Firefox 3.6 ຮອດ Beta ແລ້ວ

ກຳນົດການເດີມແມ່ນຊ່ວງເດືອນກັນຍາ ແຕ່ປາກົດວ່າຫຼ້າຊ້າມາຮອດເດືອນຕຸລາ ໃນທີ່ສຸດ Firefox 3.6 ລຸ້ນ Beta RC1 ກໍອອກມາ ແລະຄວາມສາມາດໃໝ່ໆ ທີ່ເພີ່ມຂຶ້ນມາໃນລຸ້ນນີ້ມີສອງຢ່າງຄື control-tab previews (ຕົວຢ່າງ) ແລະ taskbar thumbnail previews ສຳລັບໃຊ້ໃນ Windows 7.
ສຳລັບທ່ານທີ່ສົນໃຈທົດລອງ ສາມາດດາວໂຫຼດໄດ້ຈາກເວັບໄຊຂອງ Mozilla ຫຼື Softpedia.
ທີ່ມາ – DownloadSquad

More »

ເມື່ອ Google ສ້າງ OS ເອງ

ວ່າຈະບໍ່ຂຽນລະ ແຕ່ບໍ່ຢາກດອງບລັອກໄວ້ດົນ ດຽວຊິສົ້ມກ່ອນການອັນຄວນ
Google ເລີ່ມສາຍແວວເລື້ອຍ ໆ ວ່າຕ້ອງການຈະຄອບຄອງທຸກຕະຫຼາດ ໂດຍສະເພາະໃນຕອນຫຼັງທີ່ສ້າງ Web browser ຂຶ້ນມາເອງໃນຊື່ Chrome ຕອນນີ້ກໍມີແນວໃໝ່ອອກມາອີກແລ້ວນັ້ນຄື Google OS ລະບົບປະຕິບັດການຂອງ Google ພາຍໃຕ້ຊື່ Google Chrome Operating System!
GCOS ນີ້ເປັນລະບົບປະຕິບັດການທີ່ທາງ Google ພັດທະນາຂຶ້ນມາສຳລັບໃຊ້ໃນກຸ່ມຕະຫຼາດຄອມພິວເຕີຂະໜາດ netbook ເປັນເປົ້າໝາຍຫຼັກ ເຊິ່ງຈຸດເດັ່ນຂອງມັນກໍມີຕັ້ງແຕ່ ເປັນ OpenSource, ມີຂະໜາດນ້ອຍ, ສາມາຣັນໄດ້ທັງ x86 ແລະ ARM CPU ເປັນຕົ້ນ. ຂໍ້ມູນທີ່ມີອອກມານັ້ນ ລະບຸວ່າ Google ຈະພ້ອມປ່ອຍ OS ຂອງຕົນໃນໄລຍະເຄິ່ງປີທຳອິດຂອງປີ 2010 ແຕ່ source code ຈະມີການປ່ອຍອອກມາໃນທ້າຍປີນີ້.
ທີ່ມາ – googlesystem.blogspot.com

More »

OpenOffice.org 3.1

ນັບເປັນເວລາ 5 ເດືອນຫຼັງຈາກທີ່ອອກ OpenOffice 3.0 ມາ ຕອນນີ້ທາງທີມງານຜູ່ທັດທະນາໂປຣແກຣມ OO.o ກໍອອກອັບເດດໃຫຍ່ມາອີກຄັ້ງໃນເວີຊັນ 3.1 ເຊິ່ງກໍມີຫຼາຍ ໆ ຢ່າງທີ່ໄດ້ຮັບການແກ້ໄຂແລະເພີ່ມເຕີມເຂົ້າໄປໃນເວີຊັນໃໝ່ນີ້ເຊັ່ນ:

Antialias ສຳລັບ object ຕ່າງ ໆ
ປັບປຸງ file locking ໃນກໍລະນີເປີດໃຊ້ໄຟລ໌ເອກະສານດຽວພ້ອມກັນຫຼາຍຄົນ
ເພີ່ມຄວາມສາມາດໃນການ underlining (ຂີດທາງເທິງໂຕໜັງສື)
ເພີ່ມລະບົບ grammar checking framework ສຳລັບກວດສອບຄຳຜິດ
ເພີ່ມ Zoom slider ຊ່ວຍໃນການຫຍໍ້ຂະຫຍາຍໜ້າເອກະສານ (ຄວນຈະມີແຕ່ດົນແລ້ວ)
ລາຍລະອຽດທັງໝົດອ່ານໄດ້ໃນ http://www.openoffice.org/dev_docs/features/3.1/index.html

ໃນສ່ວນຂອງ Localization ນັ້ນ ກໍໄດ້ມີການເພີ່ມ locale ໃໝ່ ໆ ເຂົ້າໄປອີກເຊັ່ນ Maltese (Malta) [mt-MT], Myanmar (Myanmar) [my-MM], Shuswap (Canada) [shs-CA], ແລະ Tok Pisin (Papua New Guinea) [tpi-PG].
ດາວໂຫຼດ OpenOffice.org [...]

More »

CrossOver 8.0 Beta

CodeWeavers ອອກ CrossOver 8.0 ເວີຊັນ Beta ໃຫ້ທົດສອບໃຊ້ກັນ ໂດຍຫຼັກແມ່ນຮອງຮັບ Quicken 2009 ໂດຍສະເພາະ. ນອກຈາກ Quicken 2009 ແລ້ວ ທາງຜູ່ພັດທະນາກໍຍັງພະຍາຍາມປັບປຸງໃຫ້ Internet Explorer 7 ສາມາດໃຊ້ງານໄດ້ດີຂຶ້ນ ແລະໃນສ່ວນຂອງ Microsoft Office 2007 ກໍເຊັ່ນດຽວກັນ. ສຳລັບສິ່ງພິເສດເພີ່ມເຕີມກໍຄື ຕອນນີ້ CrossOver ນັ້ນ ໃນລຸ້ນ 8.0 Beta ມີສຳລັບລະບົບປະຕິບັດການ Solaris ແລະ BSD ອີກນຳ ນັບວ່າເປັນກ້າວໃໝ່ຂອງ CrossOver ອີກຂັ້ນ ທີ່ຈະເປີດຊ່ອງທາງໃຫ້ໃຊ້ໂປຣແກຣມສຳລັບ Windows ໃນລະບົບປະຕິບັດການທີ່ບໍ່ແມ່ນ Windows.
ທີ່ມາ – CrossWeavers blog

More »

Firefox 3.0.7

ອອກເວີຊັນໃໝ່ແກ້ໄຂ bugs ແລະລະບົບຄວາມປອດໄພຕໍ່ຈາກເວີຊັນກ່ອນໜ້ານີ້ ຮວມເຖິງແກ້ບັນຫາສຽງໃນເວີຊັນສຳລັບ Mac OS X ທີ່ລົງ Flashblock ອີກນຳ. ຂໍ້ມູນເພີ່ມເຕີມແບບລະອຽດ ສາມາດເບິ່ງໄດ້ຈາກ Bugzilla
ແລ້ວກໍ່ອີກຢ່າງນຶ່ງ ເວີຊັນນີ້ມີ Localization build ເພີ່ມໃໝ່ ໓ ພາສາຄື Estonian, Kannada, ແລະ Telugu ສ່ວນພາສາລາວ .. ຍັງບໍ່ມີໃຜແປ -_-)..
ຫາກມີ Firefox ຢູ່ແລ້ວ ສາມາດອັບເດດໂດຍການໄປທີ່ເມນູ Help > Update ຫຼືໂຫຼດມາໃໝ່ຈາກເວັບໄຊຂອງ Firefox

More »

Ubuntu 8.04.2 LTS

ເວັ້ນໄລຍະຫ່າງພໍສົມຄວນຈາກ 8.04 ຈົນມາຮອດ 8.04.2 ເຊິ່ງເປັນລຸ້ນ maintenance update ລຸ້ນທີ່ສອງຂອງ Ubuntu. ໃນເວີຊັນນີ້ຈະຮິບໂຮຍອັບເດດທັງໝົດທີ່ຜ່ານມາກວ່າ 200 ຈຸດ ໃນນັ້ນມີອັບເດດລະບົບຄວາມປອດໄພ ແລະ bugs ຮ້າຍແຮງນຳ ເພື່ອເພີ່ມປະສິດທິພາບໃຫ້ກັບ Ubuntu.
ດາວໂຫຼດໃໝ່ໄດ້ຈາກເວບໄຊຂອງ Ubuntu ເອງ ຫຼືອັບເດດຜ່ານລະບົບທີ່ໃຊ້ຢູ່ ລາຍລະອຽດເພີ່ມເຕີມກ່ຽວກັບເວີຊັນນີ້ ຕິດຕາມໄດ້ໃນ mailing list

More »

Google Chrome ຕົວຈິງ ອອກແລ້ວ!

ຫຼັງຈາກທີ່ທາງ Google ໄດ້ປ່ອຍເວີຊັນ BETA ໃຫ້ທົດລອງກັນດົນພໍສົມຄວນ (ເວີຊັນ BETA ອອກມາທັງໝົດປະມານ ໑໕ ຄັ້ງ ບໍ່ນັບ Nightly build) ແລະໃນມື້ນີ້ ທາງທີມງານ Chrome ກໍ່ໄດ້ປະກາດຢ່າງເປັນທາງການເຖິງການເປີດຕົວ Google Chrome ລຸ້ນ Stable ເວີຊັນ 1.0 ອອກມາເປັນທີ່ຮຽບຮ້ອຍແລ້ວ (ເລກ Build ແມ່ນ 1.0.154.36)
ໃນເວີຊັນນີ້ ແນ່ນອນວ່າ Chrome ຖືກປັບປຸງໄປໄກຫຼາຍແລ້ວນັບຕັ້ງແຕ່ອອກ BETA ທຳອິດມາໃນວັນທີ່ ໑ ເດືອນກັນຍາທີ່ຜ່ານມາ. ກ່າວໂດຍລວມແລ້ວ ປລັກອິນຕ່າງ ໆ ທີ່ໃຊ້ໃນ Chrome ຕອນນີ້ດີຂຶ້ນຫຼາຍ ໂດຍສະເພາະແມ່ນກ່ຽວກັບວິດີໂອ ສາມາດເບິ່ງໄດ້ຢ່າງຫຼື່ນໄຫຼບໍ່ສະດູດດັ່ງວັນວານ; V8 JavaScript engine ກໍ່ໄວຂຶ້ນຫຼາຍ; ລະບົບ Bookmarking ແລະ Privacy ທີ່ໄດ້ຮັບການປັບປຸງໃໝ່ ແລະອື່ນ ໆ.
ໃນອະນາຄົດອັນໃກ້ນີ້ ທາງທີມງານໄດ້ມີແຜນຈະຮອງຮັບລະບົບພື້ນຖານອື່ນ ໆ ອີກເຊັ່ນ [...]

More »