OpenOffice 3.0 ອອກແລ້ວ
ກ່ອນໜ້ານີ້ສອງສາມມື້ມີໄຟລ໌ຂອງ OpenOffice 3.0 ອອກມາຕາມ FTP Mirror ຕ່າງ ໆ ແລ້ວ ແຕ່ຍັງບໍ່ມີການປະກາດຢ່າງເປັນທາງການຈົນຮອດມື້ນີ້ເອງ ກໍ່ມີປະກາດເປີດຕົວ OpenOffice 3.0 Final ຢ່າງເປັນທາງການ ໂດຍໃຊ້ເວລາບໍ່ທັນຮອດ 24 ຊົ່ວໂມງຫຼັງການເປີດຕົວກໍ່ປະກົດວ່າ ເວັບໄຊຢ່າງເປັນທາງການກໍ່ຄື OpenOffice.org ນັ້ນ ເກີດລົ້ມໄປ ທາງທີມງານໃຫ້ເຫດຜົນວ່າ ເກີດມີການດາວໂຫລດເວີຊັນໃໝ່ກັນຢ່າງໜັກ ຈົນເຮັດໃຫ້ເກີດບັນຫາເວັບລົ້ມດັ່ງກ່າວ ແຕ່ຢ່າງໃດກໍ່ຕາມທີມງານ OO.o ກຳລັງແກ້ໄຂຢູ່. ໃນເວີຊັນໃໝ່ຫຼ້າສຸດນີ້ ໄດ້ມີການປັບປຸງຄັ້ງໃຫຍ່ດັ່ງນີ້: Mac OS X ທີ່ບໍ່ຈຳເປັນຕ້ອງໃຊ້ຜ່ານ X11 ອີກຕໍ່ໄປແລ້ວ ຮອງຮັບມາດຕະຖານ ODF 1.2 ເພີ່ມ Microsoft Office 2007 import filters ປັບປຸງລະບົບ chart ປັບປຸງລະບົບ XML ແລະອື່ນ ໆ ສຳລັບລາຍລະອຽດເຕັມ ໆ ສາມາດອ່ານໄດ້ຈາກ Release [...]
More »


