Posts Tagged ‘OO.o’

OpenOffice.org 3.1

ນັບເປັນເວລາ 5 ເດືອນຫຼັງຈາກທີ່ອອກ OpenOffice 3.0 ມາ ຕອນນີ້ທາງທີມງານຜູ່ທັດທະນາໂປຣແກຣມ OO.o ກໍອອກອັບເດດໃຫຍ່ມາອີກຄັ້ງໃນເວີຊັນ 3.1 ເຊິ່ງກໍມີຫຼາຍ ໆ ຢ່າງທີ່ໄດ້ຮັບການແກ້ໄຂແລະເພີ່ມເຕີມເຂົ້າໄປໃນເວີຊັນໃໝ່ນີ້ເຊັ່ນ:

Antialias ສຳລັບ object ຕ່າງ ໆ
ປັບປຸງ file locking ໃນກໍລະນີເປີດໃຊ້ໄຟລ໌ເອກະສານດຽວພ້ອມກັນຫຼາຍຄົນ
ເພີ່ມຄວາມສາມາດໃນການ underlining (ຂີດທາງເທິງໂຕໜັງສື)
ເພີ່ມລະບົບ grammar checking framework ສຳລັບກວດສອບຄຳຜິດ
ເພີ່ມ Zoom slider ຊ່ວຍໃນການຫຍໍ້ຂະຫຍາຍໜ້າເອກະສານ (ຄວນຈະມີແຕ່ດົນແລ້ວ)
ລາຍລະອຽດທັງໝົດອ່ານໄດ້ໃນ http://www.openoffice.org/dev_docs/features/3.1/index.html

ໃນສ່ວນຂອງ Localization ນັ້ນ ກໍໄດ້ມີການເພີ່ມ locale ໃໝ່ ໆ ເຂົ້າໄປອີກເຊັ່ນ Maltese (Malta) [mt-MT], Myanmar (Myanmar) [my-MM], Shuswap (Canada) [shs-CA], ແລະ Tok Pisin (Papua New Guinea) [tpi-PG].
ດາວໂຫຼດ OpenOffice.org [...]

More »

OpenOffice 3.0 ອອກແລ້ວ

ກ່ອນໜ້ານີ້ສອງສາມມື້ມີໄຟລ໌ຂອງ OpenOffice 3.0 ອອກມາຕາມ FTP Mirror ຕ່າງ ໆ ແລ້ວ ແຕ່ຍັງບໍ່ມີການປະກາດຢ່າງເປັນທາງການຈົນຮອດມື້ນີ້ເອງ ກໍ່ມີປະກາດເປີດຕົວ OpenOffice 3.0 Final ຢ່າງເປັນທາງການ ໂດຍໃຊ້ເວລາບໍ່ທັນຮອດ 24 ຊົ່ວໂມງຫຼັງການເປີດຕົວກໍ່ປະກົດວ່າ ເວັບໄຊຢ່າງເປັນທາງການກໍ່ຄື OpenOffice.org ນັ້ນ ເກີດລົ້ມໄປ ທາງທີມງານໃຫ້ເຫດຜົນວ່າ ເກີດມີການດາວໂຫລດເວີຊັນໃໝ່ກັນຢ່າງໜັກ ຈົນເຮັດໃຫ້ເກີດບັນຫາເວັບລົ້ມດັ່ງກ່າວ ແຕ່ຢ່າງໃດກໍ່ຕາມທີມງານ OO.o ກຳລັງແກ້ໄຂຢູ່.
ໃນເວີຊັນໃໝ່ຫຼ້າສຸດນີ້ ໄດ້ມີການປັບປຸງຄັ້ງໃຫຍ່ດັ່ງນີ້:

Mac OS X ທີ່ບໍ່ຈຳເປັນຕ້ອງໃຊ້ຜ່ານ X11 ອີກຕໍ່ໄປແລ້ວ
ຮອງຮັບມາດຕະຖານ ODF 1.2
ເພີ່ມ Microsoft Office 2007 import filters
ປັບປຸງລະບົບ chart
ປັບປຸງລະບົບ XML
ແລະອື່ນ ໆ

ສຳລັບລາຍລະອຽດເຕັມ ໆ ສາມາດອ່ານໄດ້ຈາກ Release notes (ເຊິ່ງຂະນະທີ່ຂຽນຂ່າວຢູ່ນີ້ມັນລົ້ມຢູ່).
ທ່ານສາມາດດາວໂຫລດ OpenOffice 3.0 ໄດ້ຈາກເວັບໄຊຂອງ OpenOffice.org ເຊິ່ງມີຕັ້ງແຕ່ສຳລັບ Windows, [...]

More »