Posts Tagged ‘Office’

Microsoft ຊື້ Office.com

ໃນເວລານີ້ບໍລິສັດຕ່າງ ໆ ກຳລັງພາກັນດັນໃຫ້ Online Solution ຂອງຕົນເປັນທີ່ນິຍົມໃນຕະຫຼາດ ທີ່ພາດບໍ່ໄດ້ກໍແມ່ນ Microsoft Office Online ຈາກ Microsoft ແລະ Google Docs ຈາກ Google. ໃນຝັ່ງຂອງ Microsoft ນັ້ນ ຫຼ້າສຸດໄດ້ຊື້ຊື່ໂດເມນ “office.com” ມາໄວ້ຄອບຄອງເປັນທີ່ຮຽບຮ້ອຍແລ້ວ. Office.com ກ່ອນໜ້ານີ້ເປັນໂດເມນຂອງ ContactOffice Group ບໍລິສັດໃນແຖບຢູໂຣບທີ່ເປີດບໍລິການ Virtual Office Solution ມາຕັ້ງແຕ່ປາຍປີ 90 (ແຕ່ຄົນຈົດທະບຽນໂດເມນບໍ່ແມ່ນ ContactOffice) ແລະຈະຍ້າຍໄປຢູ່ contactoffice.com ແທນ ເຊິ່ງມີລາຍງານວ່າຂໍ້ມູນ WHOIS ຂອງ office.com ຊີ້ໃຫ້ເຫັນວ່າໄດ້ມີການປ່ຽນເຈົ້າຂອງໄປເປັນ Microsoft Corporation ເປັນທີ່ຮຽບຮ້ອຍຕັ້ງແຕ່ວັນທີ 4 ສິງຫາທີ່ຜ່ານມາ ແລະຈົດທະບຽນຍາວນານໄປເຖິງປີ 2019 (ເນື່ອງຈາກອະນຸຍາດໃຫ້ຈົດທະບຽນດົນທີ່ສຸດແມ່ນ 10 ປີ). ເລື່ອງຕະຫຼົກຢ່າງນຶ່ງທີ່ປາກົດແມ່ນ title [...]

More »

OpenOffice.org 3.1

ນັບເປັນເວລາ 5 ເດືອນຫຼັງຈາກທີ່ອອກ OpenOffice 3.0 ມາ ຕອນນີ້ທາງທີມງານຜູ່ທັດທະນາໂປຣແກຣມ OO.o ກໍອອກອັບເດດໃຫຍ່ມາອີກຄັ້ງໃນເວີຊັນ 3.1 ເຊິ່ງກໍມີຫຼາຍ ໆ ຢ່າງທີ່ໄດ້ຮັບການແກ້ໄຂແລະເພີ່ມເຕີມເຂົ້າໄປໃນເວີຊັນໃໝ່ນີ້ເຊັ່ນ: Antialias ສຳລັບ object ຕ່າງ ໆ ປັບປຸງ file locking ໃນກໍລະນີເປີດໃຊ້ໄຟລ໌ເອກະສານດຽວພ້ອມກັນຫຼາຍຄົນ ເພີ່ມຄວາມສາມາດໃນການ underlining (ຂີດທາງເທິງໂຕໜັງສື) ເພີ່ມລະບົບ grammar checking framework ສຳລັບກວດສອບຄຳຜິດ ເພີ່ມ Zoom slider ຊ່ວຍໃນການຫຍໍ້ຂະຫຍາຍໜ້າເອກະສານ (ຄວນຈະມີແຕ່ດົນແລ້ວ) ລາຍລະອຽດທັງໝົດອ່ານໄດ້ໃນ http://www.openoffice.org/dev_docs/features/3.1/index.html ໃນສ່ວນຂອງ Localization ນັ້ນ ກໍໄດ້ມີການເພີ່ມ locale ໃໝ່ ໆ ເຂົ້າໄປອີກເຊັ່ນ Maltese (Malta) [mt-MT], Myanmar (Myanmar) [my-MM], Shuswap (Canada) [shs-CA], ແລະ [...]

More »

OpenOffice 3.0 ອອກແລ້ວ

ກ່ອນໜ້ານີ້ສອງສາມມື້ມີໄຟລ໌ຂອງ OpenOffice 3.0 ອອກມາຕາມ FTP Mirror ຕ່າງ ໆ ແລ້ວ ແຕ່ຍັງບໍ່ມີການປະກາດຢ່າງເປັນທາງການຈົນຮອດມື້ນີ້ເອງ ກໍ່ມີປະກາດເປີດຕົວ OpenOffice 3.0 Final ຢ່າງເປັນທາງການ ໂດຍໃຊ້ເວລາບໍ່ທັນຮອດ 24 ຊົ່ວໂມງຫຼັງການເປີດຕົວກໍ່ປະກົດວ່າ ເວັບໄຊຢ່າງເປັນທາງການກໍ່ຄື OpenOffice.org ນັ້ນ ເກີດລົ້ມໄປ ທາງທີມງານໃຫ້ເຫດຜົນວ່າ ເກີດມີການດາວໂຫລດເວີຊັນໃໝ່ກັນຢ່າງໜັກ ຈົນເຮັດໃຫ້ເກີດບັນຫາເວັບລົ້ມດັ່ງກ່າວ ແຕ່ຢ່າງໃດກໍ່ຕາມທີມງານ OO.o ກຳລັງແກ້ໄຂຢູ່. ໃນເວີຊັນໃໝ່ຫຼ້າສຸດນີ້ ໄດ້ມີການປັບປຸງຄັ້ງໃຫຍ່ດັ່ງນີ້: Mac OS X ທີ່ບໍ່ຈຳເປັນຕ້ອງໃຊ້ຜ່ານ X11 ອີກຕໍ່ໄປແລ້ວ ຮອງຮັບມາດຕະຖານ ODF 1.2 ເພີ່ມ Microsoft Office 2007 import filters ປັບປຸງລະບົບ chart ປັບປຸງລະບົບ XML ແລະອື່ນ ໆ ສຳລັບລາຍລະອຽດເຕັມ ໆ ສາມາດອ່ານໄດ້ຈາກ Release [...]

More »

OpenOffice 3.0 RC1

ໃຊ້ເວລາດົນພໍສົມຄວນກວ່າຈະອອກ Release Candidate version ມາໃຫ້ທົດລອງໃຊ້ ເຊິ່ງກໍ່ມີການພັດທະນາໄປຫຼາຍພໍສົມຄວນເມື່ອ ທຽບກັບສາຍການພັດທະນາໃນເວີຊັນ 2.x ແຕ່ຢ່າງໃດກໍ່ຕາມ OpenOffice 3.0 Final ນັ້ນ ຍັງບໍ່ໄດ້ມີກຳນົດການແລ້ວເສັດເທື່ອ ອາດຈະໃຊ້ເວລາໄປຈົນຮອດຕົ້ນປີໜ້າກໍ່ເປັນໄດ້. ສຳລັບທ່ານທີ່ສົນໃຈທົດລອງ RC1 ສາມາດເລືອກດາວໂຫລດໄດ້ຕາມຕ້ອງການ.

More »