Posts Tagged ‘Nokia’

Firmware v40 ສຳລັບ Nokia 5800 ມາແລ້ວ

ມີຂ່າວມາດົນແລ້ວວ່າ Nokia ຈະອອກ Firmware ລຸ້ນ 40 ສຳລັບມືຖື Nokia 5800 ແຕ່ກໍບໍ່ອອກຈັກເທື່ອ ຖ້າແລ້ວຖ້າອີກ ຈົນໃນທີ່ສຸດ ມັນກໍມາແທ້ໆ. Firmware ໂຕໃໝ່ນີ້ ລຸ້ນເຕັມໆ ແມ່ນ v40.0.005 ເຊິ່ງມາພ້ອມກັບອັບເດດທີ່ໜ້າສົນໃຈ (ແຕ່ຄົນອື່ນມີກ່ອນແລ້ວ) ເຊັ່ນການເລື່ອນແບບ Kinetic (ແບບໃນ iPhone) ແລະໜ້າຈໍ Home screen ແບບໃໝ່ (ແຕ່ໃຊ້ໃນ 5530 ດົນແລ້ວ) .. ເວົ້າໄປແລ້ວກໍມີແຕ່ອັບເດດໃໝ່ທີ່ບໍ່ໃໝ່ປານໃດ ແຕ່ກໍດີກວ່າບໍ່ມີ ນອກຈາກສອງຢ່າງທາງເທິງແລ້ວ ກໍຍັງມີຄວາມສາມາດໃນການ rotate ອັດຕະໂນມັດຂອງແປ້ນພິມ, ແກ້ໄຂ bugs ຕ່າງໆ ແລະປັບປຸງປະສິດທິພາບໂດຍຮວມໃຫ້ດີຂຶ້ນ.  ມີການຍ້າຍເອົາໂປຣແກຣມ Download ແລະ Update Application ອອກໄປແລ້ວແທນທີ່ດ້ວຍ Ovi Store ແລະ SW Update ແທນ. ໂປຣແກຣມ [...]

More »

Nokia PC Suite 7.1.40.1

Nokia PC Suite ເປັນໂປຣແກຣມສຳລັບ ຈັດການໂທລະສັບມືຖືຂອງ Nokia ເຊິ່ງທ່ານສາມາດໃຊ້ເພື່ອ ຈັດການໄຟລ໌ຂໍ້ມູນ ຮູບພາບ ເພງ ແລະວິດີໂອໄດ້ງ່າຍໆ. ນອກຈາກນັ້ນກໍສາມາດ ໃຊ້ແກ້ໄຂລາຍຊື່ contact, ຕິດຕັ້ງໂປຣແກຣມ, ສົ່ງ SMS ຫຼືເຊື່ອມຕໍ່ອິນເຕີເນັດຜ່ານໂຕໂປຣແກຣມ (ໂດຍໃຊ້ມືຖື Nokia) ໄດ້ອີກນຳ. ສຳລັບ ເວີຊັນໃໝ່ນີ້ ເປັນເວີຊັນ 7.1.40.1 ເພີ່ມຮອງຮັບ Windows 7 ຢ່າງເປັນທາງການ ແລະອັບເດດຄວາມສະຖຽນຂອງໂປຣແກຣມ. ດາວໂຫລດ Nokia PC Suite ໄດ້ຈາກໜ້າເວັບຂອງ Nokia ທີ່ http://europe.nokia.com/get-support-and-…/nokia-pc-suite ຫຼື direct link ຂອງເວີຊັນນີ້.

More »

Nokia Morph Concept

[youtube Zto6aTZM9t0] ສຸດຍອດແຫ່ງນະວັດຕະກຳຍຸກອະນາຄົດ (ອັນແສນໄກ)

More »

Nokia PC Suite 6.85 Release 14

ໂປຣແກຣມສຳຫລັບຈັດການມືຖືໂນເກຍ ອອກເວີຊັນໃຫມ່ອີກແລ້ວ ດາວໂຫລດ

More »

ລື! Nokia 8600 “Luna”

ຍັງບໍ່ມີລາຍລະອຽດຫຍັງອອກມາຫລາຍສຳຫລັບ Nokia 8600 “Luna” ຕົວນີ້ ອາດຈະເປັນພຽງຂ່າວລື ຫລືອາດຈະມີຢູ່ຈິງກໍ່ເປັນໄດ້ ເຊິ່ງແຫລ່ງຂ່າວລະບຸວ່າ ຈະມີ On-Screen menu system 2 Megapixel camera 1GB built-in memory MP3 Player ພ້ອມຕິດປ້າຍ “Coming soon!” ເທົ່ານັ້ນເອງ ເຊິ່ງເທົ່າທີ່ເບິ່ງ ເຂົ້າໃຈວ່າໜ້າຈະເປັນຮຸ່ນ Slide-phone ທີ່ມາ – Engadget

More »

Nokia PC Suite 6.82 Release 27

ອອກເວີຊັນໃຫມ່ຫນ້ອຍຫນຶ່ງ Nokia PC Suite ໃຊ້ໄວ້ສຳຫລັບຈັດການກັບພວກມືຖື Nokia ເຊັ່ນການໂອນຍ້າຍລາຍຊື່ຜູ້ໂທ, ຂໍ້ຄວາມສັ້ນ, MMS, ເພງ, ພາບ, ວີດິໂອ ແລະອື່ນ ໆ ໃນເວີຊັນນີ້ ໄດ້ເພີ່ມລາຍຊື່ຜູ້ໃຫ້ບໍລິການໃນ One Touch Access, ປັບປຸງຫນ້າຈໍຫລັກຂອງໂປຣແກຣມເລັກນອຍ, ແກ້ໄຂບັນຫາໃນຫນ້າ backup & restore, ປັບປຸງ Nokia Music Manager ໃຫ້ດີຂຶ້ນ, ສາມາດອັບເດທ Firmware ຂອງໂທລະສັບໄດ້ຜ່ານ Nokia Software Updater ແລະສຸດທ້າຍຄືຄວາມສາມາດໃນການແລກປ່ຽນຂໍ້ມູນລະຫວ່າງມືຖື Nokia ກັບໂປຣແກຣມ Windows Media Player 11 (ຜ່ານ Windows Portable Device) ແຕ່ເຖິງຢ່າງໃດກໍ່ຕາມ ເວີຊັນນີ້ກໍ່ຍັງບໍ່ສາມາດໃຊ້ໄດ້ກັບ Microsoft Windows Vista lol ດາວໂຫລດ ເວັບໄຊທ໌ຂອງ Nokia [...]

More »

Intel ແລະ Nokia ລົ້ມເລີກແຜນການ 3G Module ສຳຫລັບ Notebook

ແຜນການທີ່ທາງ Intel ແລະ Nokia ເຄີຍປະກາດໃນຊ່ວງປີ 2549 ວ່າ ຈະຮ່ວມມືກັນອອກແບບ ແລະພັດທະນາ HSDPA (High-Speed Downlink Packet Access) module ສຳຫລັບຄອມພິວເຕີໂນ໊ດບຸກນັ້ນ ຫລ້າສຸດທັງສອງຝ່າຍ ໄດ້ອອກມາປະກາດອີກຄັ້ງຫນຶ່ງວ່າ ແຜນການຄວາມຮ່ວມມືດັ່ງກ່າວ ຖືກຍົກເລີກໄປແລ້ວ ແຕ່ເຖິງຢ່າງໃດກໍ່ຕາມ ທາງ Nokia ກໍ່ໄດ້ອອກມາຖະແຫລງການວ່າ HSDPA module ນັ້ນ ຍັງຄົງມີການພັດທະນາຢູ່ຕໍ່ໄປ ເຖິງແມ່ນວ່າຈະຍັງບໍ່ມີການຕັດສິນໃຈ ທີ່ຈະນຳອອກມາຜະລິດ ເຜື່ອຈັດຈຳຫນ່າຍໃນເຊີງການຄ້າກໍ່ຕາມ ໂດຍເຫດຜົນຫລັກຂອງການຍົກເລີກຄັ້ງນີ້ ທັງສອງບໍລິສັດໄດ້ອອກມາໃຫ້ຂໍ້ມູນພຽງວ່າ ຜະລິດຕະພັນດັ່ງກ່າວນັ້ນ ບໍ່ສາມາດໃຫ້ຜົນກຳໄລທາງການຄ້າພຽງພໍ –ບໍ່ຄຸ້ມຄ່າໃນການລົງທຶນ HSDPA module ສຳຫລັບຄອມພິວເຕີໂນ໊ດບຸກທີ່ທັງສອງບໍລິສັດ ເຄີຍປະກາດຈະຮ່ວມກັນພັດທະນານັ້ນ ຈະເຮັດໃຫ້ຜູ້ໃຊ້ງານສາມາດ ໃຊ້ອິນເຕີເນັດຄວາມໄວສູງໄດ້ຜ່ານລະບົບເຄືອຂ່າຍ 2.5G (EDGE) ແລະ 3G (CDMA-2000/WCDMA) ໂດຍບໍ່ຕ້ອງຕິດຕັ້ງຮາດແວຣ໌ເພີ່ມເຕີມແຕ່ຢ່າງໃດ ທີ່ມາ – X-bit labs [via Neowin.net]

More »

Nokia N-Gage 2 ຫລັງປີ 2007

ລາຍງານຂ່າວຄວາມຄືບຫນ້າຂອງ Nokia N-Gage 2 ໂດຍທາງບລັອກຂອງ N-Gage ໄດ້ໃຫ້ລາຍລະອຽດວ່າ ໃນຂະນະນີ້ ມີສອງຄ່າຍໃຫຍ່ ທີ່ຈະຜະລິດເກມ ລົງໃຫ້ກັບເຄື່ອງເກມມືຖື N-Gage 2 ຄື EA-mobile ແລະ Gameloft ເຊິ່ງຈະມີກຳຫນົດການ ເປີດຕົວພາຍໃນຕົ້ນປີ 2008 ນີ້ Source – N-Gage Blog [via TechFresh]

More »

Duke Nukem 3D ໃນ Nokia N73!!

ເຫັນແລ້ວບໍ່ຢາກເຊື່ອວ່າເປັນພາບຈາກເກມມືຖື ເປັນເກມ Duke Nukem 3D ທີ່ຖືກ port ລົງ N73 ສົນໃຈດາວໂຫລດມາລອງຫລິ້ນໄດ້ຈາກ ກະທູ້ນີ້ Source – my-symbian [via AllAboutSymbian, mocoblog, RingNokia, TechEBlog]

More »

Touch Screen Concept Phones by Nokia Design

Nokia Explore : [youtube f5iBBEp0Efg] Nokia Achieve: [youtube 9qIZBo8a_pA] Source -  Unwired View

More »