ຫລັງຈາກທີ່ມື້ນັ້ນຕອນເຊົ້າໄປກິນແປ້ງນົວມາແລ້ວ (ອ່ານໄດ້ໃນ *real me) ກໍ່ມາເປີດອ່ານ Feeds ເຫັນມີ feed ໃນ ZDNet Blog ຂຽນປຽບທຽບກ່ຽວກັບ MS Office 2007 ຊຸດໂປຣແກຣມງານເອກກະສານເວີຊັນໃຫມ່ຫລ້າສຸດຈາກ Microsoft ແລະ OpenOffice 2.2 ເຊິ່ງເປັນຊຸດໂປຣແກຣມຈັດການງານເອກກະສານເຊັ່ນດຽວກັບ MS Office ແຕ່ຕ່າງກັນທີ່ວ່າເປັນ OpenSource ໃຊ້ງານໄດ້ຟຣີ
ໂດຍໃນບລັອກດັ່ງກ່າວໄດ້ປຽບທຽບການບໍລິໂພກ CPU ແລະ RAM ຂອງໂປຣແກຣມທັງສອງຕົວນີ້ ເຊິ່ງກໍ່ມີລາຍລະອຽດທີ່ໜ້າສົນໃຈພໍສົມຄວນ