Posts Tagged ‘Mozilla’

Firefox 3.6

ອອກມາໄດ້ສອງມື້ແລ້ວສຳລັບ Mozilla Firefox 3.6 ເຊິ່ງເປັນໂປຣແກຣມທ່ອງເວັບລຸ້ນຫຼ້າສຸດຈາກ Mozilla ທີ່ຈະມາເພີ່ມປະສິດທິພາບ, ຄວາມສາມາດ ແລະຄວາມໄວໃນການທ່ອງເວັບຂອງທ່ານ. ໃນ Firefox 3.6 ນັ້ນ ໄດ້ໃຊ້ Gecko 1.9.2 ເປັນ Rendering engine ແລະເປັນເວີຊັນທີ່ໄດ້ຮັບການພັດທະນາມາຕັ້ງແຕ່ຕົ້ນປີ 2009 ກໍຈະມີຄວາມສາມາດຫຼາຍໆ ຢ່າງເພີ່ມຂຶ້ນມາ; ນອກຈາກນັ້ນແລ້ວບັນດາ features ຕ່າງໆ ທີ່ຖືກອັບເດດເຂົ້າມາກໍມີຕັ້ງແຕ່ ລະບົບ theme ແບບໃຫມ່ ທີ່ເອີ້ນກັນວ່າ Personas ທີ່ທ່ານສາມາດເລືອກສີສັນຂອງ Firefox ໄດ້ຫຼາກຫຼາຍບໍ່ຊ້ຳກັນ ແຖມຍັງງ່າຍດາຍບໍ່ຕ້ອງ restart ໂປຣແກຣມອີກຕ່າງຫາກ! ຖັດມາກໍເປັນການຮອງຮັບການເປີດວິດີໂອແບບເຕັມຈໍ, ລະບົບແຈ້ງເຕືອນ plugin ທີ່ເວີຊັນເກົ່າເກີນໄປ, ຮອງຮັບລະບົບ font ແບບໃໝ່, ຮອງຮັບ CSS3 ເຊັ່ນ gradients ແລະ background sizing ເປັນຕົ້ນ ຮວມເຖິງ HTML5 [...]

More »

Firefox 3.6 ຮອດ Beta ແລ້ວ

ກຳນົດການເດີມແມ່ນຊ່ວງເດືອນກັນຍາ ແຕ່ປາກົດວ່າຫຼ້າຊ້າມາຮອດເດືອນຕຸລາ ໃນທີ່ສຸດ Firefox 3.6 ລຸ້ນ Beta RC1 ກໍອອກມາ ແລະຄວາມສາມາດໃໝ່ໆ ທີ່ເພີ່ມຂຶ້ນມາໃນລຸ້ນນີ້ມີສອງຢ່າງຄື control-tab previews (ຕົວຢ່າງ) ແລະ taskbar thumbnail previews ສຳລັບໃຊ້ໃນ Windows 7. ສຳລັບທ່ານທີ່ສົນໃຈທົດລອງ ສາມາດດາວໂຫຼດໄດ້ຈາກເວັບໄຊຂອງ Mozilla ຫຼື Softpedia. ທີ່ມາ – DownloadSquad

More »

Firefox 3.5.2

ອັບເດດໃໝ່ສຳລັບ Firefox ເພື່ອແກ້ໄຂຊ່ອງຫວ່າງຄວາມປອດໄພ ແລະທີ່ສຳຄັນແມ່ນໃນເວີຊັນນີ້ ປັບປຸງລະບົບຮູບພາບກັບ ICC profiles ເຊິ່ງເຮັດໃຫ້ຮູບພາບຕ່າງ ໆ ສາມາດສະແດງສີສັນໄດ້ຖືກຕ້ອງ (ກ່ອນໜ້ານີ້ມີບັນຫາແມ່ນບາງຄົນພົບວ່າ ຮູບໃນ Firefox ສີເຂັ້ມຈາກຄວາມຈິງ). ເພີ່ມເຕີມອ່ານໄດ້ຈາກ release notes. ດາວໂຫຼດໄດ້ທີ່ເວັບໄຊຂອງ Firefox ຫຼືຫາກໃຊ້ Firefox ຢູ່ແລ້ວ ຄລິກໄປທີ່ເມນູ Help > Check for Updates

More »

Firefox 3.5

ໃນທີ່ສຸດ Firefox 3.5 ກໍອອກມາຈົນໄດ້ ອອກແບບງຽບ ໆ ເຊິ່ງອັນທີ່ຈິງແລ້ວກ່ອນໜ້ານີ້ທີ່ມາ Firefox 3.5 RC3 ອອກມານັ້ນ ເປັນໂຕດຽວກັບ Firefox 3.5 ໂຕເຕັມທີ່ອອກມາມື້ນີ້ ມາເບິ່ງລາຍລະອຽດທົ່ວໄປກັນກ່ອນ. ດ້ານຄວາມໄວນັ້ນ Firefox ລຸ້ນຫຼ້າສຸດ ທາງ Mozilla ອ້າງວ່າ ຈາກການທົດສອບພາຍໃນໂດຍໃຊ້ Windows XP ນັ້ນສະແດງໃຫ້ເຫັນວ່າ 3.5 ທີ່ມີ TraceMonkey (JavaScript engine ໂຕໃໝ່) ໄວກວ່າ 3.0 ເກືອບສອງເທົ່າເຄິ່ງ ແລະໄວກວ່າ 2.0 ເກືອບສິບສອງເທົ່າ. ໃນຄວາມເປັນຈິງແລ້ວ ຈາກການໃຊ້ງານກໍສັງເກດໄດ້ວ່າ ມັນໄວຂຶ້ນພໍສົມຄວນ ແລະທີ່ສຳຄັນ ປະລິມານການນຳໃຊ້ RAM ນັ້ນຫຼຸດລົງເກືອບເຄິ່ງ! ນອກຈາກຄວາມໄວແລ້ວ ຈຸດເດັ່ນອື່ນ ໆ ໃນ Firefox 3.5 ກໍມີ.. Private Browsing ທ່ອງເວັບແບບສ່ວນຕົວ [...]

More »

Firefox 3.0.7

ອອກເວີຊັນໃໝ່ແກ້ໄຂ bugs ແລະລະບົບຄວາມປອດໄພຕໍ່ຈາກເວີຊັນກ່ອນໜ້ານີ້ ຮວມເຖິງແກ້ບັນຫາສຽງໃນເວີຊັນສຳລັບ Mac OS X ທີ່ລົງ Flashblock ອີກນຳ. ຂໍ້ມູນເພີ່ມເຕີມແບບລະອຽດ ສາມາດເບິ່ງໄດ້ຈາກ Bugzilla ແລ້ວກໍ່ອີກຢ່າງນຶ່ງ ເວີຊັນນີ້ມີ Localization build ເພີ່ມໃໝ່ ໓ ພາສາຄື Estonian, Kannada, ແລະ Telugu ສ່ວນພາສາລາວ .. ຍັງບໍ່ມີໃຜແປ -_-).. ຫາກມີ Firefox ຢູ່ແລ້ວ ສາມາດອັບເດດໂດຍການໄປທີ່ເມນູ Help > Update ຫຼືໂຫຼດມາໃໝ່ຈາກເວັບໄຊຂອງ Firefox

More »

Firefox 3.1 Alpha 2

Firefox 3.1 Alpha 2 ຫຼືທີ່ເອີ້ນກັນໃນລະຫັດການພັດທະນາວ່າ “Shiretoko Alpha 2” ນັ້ນຖືກປ່ອຍອອກມາໃຫ້ດາວໂຫລດ ໄປທົດລອງໃຊ້ກັນແລ້ວ ໂດຍໃຊ້ Gecko 1.9.1 ແລະຮອງຮັບຄວາມສາມາດໃໝ່ ໆ ເຊັ່ນ: HTML 5 <video> element web worker threads drag n drop ຂ້າມໜ້າຕ່າງ Aero “Glass” ໃນ XUL CSS 2.1 properties: ::before and ::after, and white-space:pre-line CSS 3 properties: -moz-border-image, word-wrap: break-word, text-shadow, box-shadow and column-rule ອ່ານເພີ່ມເຕີມ ຫຼືດາວໂຫລດໄດ້ຈາກເວັບໄຊຂອງ Mozilla

More »

Mozilla Firefox v3.0 Beta 1 ມາແລ້ວ

ຫລັງຈາກທີ່ກ່ອນຫນ້ານີ້ Mozilla ໄດ້ອອກ Pre-release ຂອງ Firefox 3 beta 1 ມາ ຕອນນີ້ກໍ່ໄດ້ປ່ອຍ Beta 1 ຢ່າງເປັນທີ່ການໃຫ້ດາວໂຫລດກັນແລ້ວ ດາວໂຫລດ ເວັບໄຊຕ໌ຜູ້ພັດທະນາ

More »

Mozilla FireFox 3.0 Alpha 6 (PRE)

ຂ່າວສັ້ນ ໆ ຂໍລົງໄວ້ຂັ້ນເວລາ ຂະນະນີ້ Firefox 3.0 Alpha 6 Pre-release (Nightly build) ໄດ້ອອກມາແລ້ວ ໂດຍອອກຫ່າງຈາກ Gran Paradiso Alpha 5 ພຽງບໍ່ເທົ່າໃດມື້ ຫາກສົນໃຈກໍ່ລອງດາວໂຫລດໄປຫຼິ້ນເບິ່ງ ດາວໂຫລດ: Windows, Mac OS X, Linux

More »

Firefox 2.0.0.3 ແລະ Firefox 1.5.0.11

ອອກບໍ່ຫ່າງຈາກ v2.0.0.2 ປານໃດ ສຳຫລັບໃນເວີຊັນນີ້ນັ້ນ ຈະເປັນການແກ້ໄຂລະບົບຄວາມປອດໄພເປັນຫລັກ ແລະໃນ Firefox v1.5.0.11 ກໍ່ເຊັ່ນດຽວກັນ ເນື່ອງຈາກມີລາຍງານພົບວ່າ ມີຂໍ້ບົກພ່ອງໃນ Firefox ເຊິ່ງເຮັດໃຫ້ຜູ້ບໍ່ຫວັງດີ ສາມາດກວດສອບການໃຊ້ງານ Ports ຕ່າງ ໆ ໃນລະບົບຂອງຜູ້ໃຊ້ງານໄດ້ຫາກມີການໃຊ້ງານ FTP server ທີ່ຂຽນສະເພາະຂຶ້ນມາ ເຊິ່ງທາງ Mozilla ແນະນຳໃຫ້ຜູ້ໃຊ້ Firefox ທຳການອັບເດທໂດຍດ່ວນ. Firefox ເປັນໂປຣແກຣມທ່ອງເວບຈາກ Mozilla ທີ່ກຳລັງຍາດແຍ່ງສ່ວນແບ່ງຂອງຕະຫລາດ Web Browser ກັບ IE ຂອງທາງ Microsoft ຢູ່ ເຊິ່ງທາງ au8ust.org ເອງ ກໍ່ແນະນຳໃຫ້ທຸກ ໆ ທ່ານ ໃຊ້ Firefox ໃນການຮັບຊົມ au8ust’s tech channel ເພາະຈະເຮັດໃຫ້ທ່ານສາມາດອ່ານເນື້ອຫາໃນບລັອກນີ້ໄດ້ດີຍິ່ງຂຶ້ນ! (ຕ້ອງລອງເອງຈິ່ງຈະຮູ້) ດາວໂຫລດ Mozilla Firefox v2.0.0.3 [...]

More »

Microsoft Firefox 2007 Professional Edition

ແລະແລ້ວວັນເວລາທີ່ລໍຄອຍກໍ່ມາເຖິງ ມັນອອກມາແລ້ວ Microsoft Firefox 2007 Professional Edition !!! …lol ເຂົ້າເລື່ອງດີກວ່າ Microsoft Firefox 2007 Professional Edition ເປັນ IE ທີ່ລຽນແບບຄວາມສາມາດຂອງ Firefox ນອກຈາກໂປຣແກຣມມັນຈະລຽນແບບແລ້ວ ເວັບໄຊທ໌ກໍ່ຍັງພະຍາຍາມຈະລຽນແບບເວັບໄຊທ໌ຂອງ Microsoft ອີກ LOL Features Simplified User Experience Amazing Marginal Manipulation Instant Search Box Favorites Center RSS (Real Simple Sex) Tabbed Browsing Quick Tabs Tab Groups Page Zoom ສົນໃຈສາມາດດາວໂຫລດມາໃຊ້ງານໄດ້ທີ່ MSFirefox.com ແຕ່ກ່ອນຈະດາວໂຫລດ ກະລຸນາອ່ານ ຄວາມຕ້ອງການຂັ້ນຕ່ຳຂອງລະບົບ: System Requirements [...]

More »