ກ່ອນຫນ້ານີ້ປະມານເດືອນ ຫລືອາດຈະສອງເດືອນ ຕອນນັ້ນໄດ້ຂ່າວກ່ຽວກັບພາສາລາວໃນມືຖື ທຳອິດອ່ານແລ້ວ ກໍ່ຍັງຮູ້ສຶກງົງໆ ຢູ່ ວ່າມັນຊິອອກມາໃນຮູບແບບໃດ ໄດ້ຍິນວ່າ ETL ເປັນຜູ້ລິເລີ່ມກ່ຽວກັບເລື່ອງນີ້ ກໍ່ຖ້າໆ ຢູ່ດົນເຕີບ ວ່າຕອນໃດມັນຈະອອກມາໃຫ້ລອງໃຊ້. ຫລັງຈາກນັ້ນກໍ່ເຫັນຟ້ອນທ໌ລາວໃຫ້ໂຫລດໃນ wap.etllao.com (ຕ້ອງເຂົ້າຜ່ານມືຖື) ກໍ່ຮີບໂຫລດທັນທີ ແຕ່ວ່າ… 404 file not found \(OoO)/
ສອງສາມມື້ກ່ອນຫນ້ານີ້ ປະເດັນກ່ຽວກັບພາສາລາວໃນມືຖືກໍ່ເລີ່ມເປັນຫົວຂໍ້ສົນທະນາໃນຫລາຍໆ ເວັບ ແຕ່ກໍ່ບໍ່ມີໃຜເອົາລິ້ງຄ໌ມາໃຫ້ໂຫລດ ຈົນໃນທີ່ສຸດນັ້ນເອງ ພະເອກຂອງເລື່ອງກໍ່ປະກົດຕົວອອກມາ!!! “os55” ຫລື “ຕາໂອ້ດ” ເອົາລິ້ງຄ໌ມາໃຫ້ໂຫລດສົມໃຈຢາກ ແລະກໍ່ຮີບໄປລອງທັນທີ ກໍ່ເລີຍຈະມາຂຽນຣີວິວໃຫ້ອ່ານຈັກເລັກນ້ອຍ 🙂
ຂະຫນາດຂອງໂປຣແກຣມ EZ-Lao ມີພຽງ 150KB ເທົ່ານັ້ນ ແລະມືຖືທີ່ລອງຕິດຕັ້ງໃຊ້ງານ EZ-Lao ແມ່ນ Nokia 6680 ເຊີ່ງເປັນ Symbian S60 2nd Edition

ເມື່ອຕິດຕັ້ງໂປຣແກຣມແລ້ວກໍ່ຈະເຫັນໄອຄ່ອນຂອງໂປຣແກຣມຂຶ້ນມາ ເປັນໂລໂກ້ຂອງ ETL. ເປີດໂປຣແກຣມຂຶ້ນມາ ກໍ່ເປີດໃຊ້ງານແລ້ວໂປຣແກຣມກໍ່ຈະໃຫ້ Restart ກໍ່ກົດຕົກລົງໄປຕາມນັ້ນ
ຫລັງຈາກ Restart ແລ້ວໆ ກໍ່ ບໍ່ລໍຊ້າ ລອງເຂົ້າ Note ແລ້ວພິມລາວເບີ່ງປະກົດວ່າ…

ກໍ່ສາມາດພິມພາສາລາວໄດ້ຢ່າງດີ ແຕ່ວ່າວັນນະຍຸດຫາຍໆ ໄປຫລາຍເຕີບ

ກົດປຸ່ມ * ກໍ່ຂຶ້ນແບບນີ້

ກົດ # ແລ້ວກໍ່ຂຶ້ນອັນນີ້

ກົດ Pen ແລ້ວກໍ່ຂຶ້ນເມນູຂຶ້ນມາໃຫ້ເລືອກ ມີ Input ພາສາລາວ ພາສາໄທ ມີຕົວເລກ ແລ້ວກໍ່ Symbol

ລອງພິມພາສາໄທເບີ່ງ ກໍ່ສາມາດສະແດງຜົນໄດ້ພ້ອມກັນທັງສອງພາສາ : )

ຊື່ໄຟລ໌ກໍ່ໄດ້ທັງສອງພາສາພ້ອມກັນເລີຍ
ຫລັງຈາກທີ່ລອງໃຊ້ງານແລ້ວກໍ່ຮູ້ສຶກວ່າ ປະທັບໃຈໃນລະດັບຫນຶ່ງ ຖືວ່າດີຫລາຍທີ່ເຮັດໄດ້ຂະຫນາດນີ້ ແຕ່ຈຸດທີ່ຫນ້າສັງເກດກໍ່ຄືເມື່ອເປີດໃຊ້ງານແລ້ວ ຈະບໍ່ສາມາດໃຊ້ Dictionary ໄດ້ອີກ ເວລາພິມຂໍ້ຄວາມໃນມືຖືກໍ່ລຳບາກຫນ້ອຍຫນຶ່ງແບບນີ້
ອີກຈຸດຫນຶ່ງກໍ່ຄື EZ-Lao ຈະບໍ່ສາມາດໃຊ້ງານໄດ້ຫາກວ່າບໍ່ໄດ້ໃຊ້ SIM Card ຂອງ ETL (ຕອນທົດສອບ ຂ້າພະເຂົ້າໃຊ້ຊິມອີທີແອລເພື່ອເປີດໃຊ້ງານໂປຣແກຣມ ຈາກນັ້ນກໍ່ປ່ຽນເປັນຊິມລາວໂທລະຄົມຄືນ) ເທົ່ານັ້ນ ນັ້ນກໍ່ຫມາຍຄວາມວ່າ ຫາກບໍ່ໃຊ້ຊິມຂອງອີທີແອລແລ້ວ ກໍ່ເຈັ້ງ ໃຊ້ບໍ່ໄດ້ Y_Y
ຕ້ອງຖ້າເບີ່ງວ່າແທງໂກ້ກັບລາວໂທລະຄົມເພິ່ນຊິວ່າແນວໃດ?
Update!
ໄປລອງຕິດຕັ້ງໃນ N-Gage QD ແລ້ວ ຜົນກໍ່ຄື ໃຊ້ບໍ່ໄດ້ LOL ມັນກາຍເປັນວ່າ ເມື່ອຕິດຕັ້ງແລ້ວໆ ກໍ່ເປີດປິດເຄື່ອງ ແລ້ວປະກົດວ່າ ເຂົ້າເມນູບໍ່ໄດ້!!! ແລ້ວກັນບາດນີ້ ເລີຍເຊົາ ແລ້ວບາດນັ້ນມາລອງເບີ່ງ ກໍ່ເຂົ້າເມນູໄດ້ ກໍ່ເລີຍໄປເຂົ້າໂປຣແກຣມ ຕົວໂປຣແກຣມ EZ-Lao ຈະຖາມຫາ SIM ຂອງ ETL ອີກ ກໍ່ບໍ່ຮູ້ມັນຜິດພາດບ່ອນໃດ ເພາະໃຊ້ SIM ETL ຢູ່ ແຕ່ກໍ່ຍັງຖາມຫາຢູ່ອີກ ສະຫລຸບແລ້ວ N-Gage QD ໃຊ້ EZ-Lao ບໍ່ໄດ້ ແຕ່ຍັງບໍ່ໄດ້ລອງລົງສະເພາະຟ້ອນທ໌ເບີ່ງວ່າໄດ້ບໍ່ ຖ້າໄດ້ ຢ່າງນ້ອຍໆ ກໍ່ເຮັດໃຫ້ອ່ານພາສາລາວໄດ້ ເຖິງຈະພິມບໍ່ໄດ້ກໍ່ຕາມ ກໍ່ດີກວ່າບໍ່ມີໃຊ້ເລີຍລະວ້າ = =)”
ແລ້ວກໍ່ລອງກັບເຄື່ອງ 7610 ຕອນທຳອິດ ຫລັງຈາກລົງໂປຣແກຣມແລ້ວ ລອງເປີດໂປຣແກຣມເບີ່ງ ມັນຂຶ້ນ Error ຂຶ້ນມາ ຕົກໃຈຫມົດ ຄິດວ່າຊິໃຊ້ບໍ່ໄດ້ແລ້ວ ມັນຂຶ້ນມາກໍ່ກົດອອກ ເຂົ້າໃຫມ່ ກໍ່ເຂົ້າໄດ້ ລອງໃຊ້ເບີ່ງໄດ້ດີດັກ
ຕອນນີ້ເລີຍໄດ້ຮູ້ວ່າ Gage QD ໃຊ້ EZ-Lao ບໍ່ໄດ້ ສ່ວນ 7610 ໃຊ້ໄດ້ ແຕ່ມີປັນຫາໃນບາງຄັ້ງ ແລ້ວກໍ່ 6680 ນັ້ນ ຜ່ານ ໃຊ້ໄດ້ ສບມ ^_^
Update ໒!
ມີລາຍງານວ່າ 3230 ລົງໄດ້ ໃຊ້ໄດ້ ແຕ່ເວລາພິມຈະບໍ່ເຫັນໂຕລາວ ເວລາສົ່ງໄປຈະເຫັນ
ດາວໂຫລດໂປຣແກຣມ EZ-Lao | Mirror