Posts Tagged ‘Mobile’

Firmware v40 ສຳລັບ Nokia 5800 ມາແລ້ວ

ມີຂ່າວມາດົນແລ້ວວ່າ Nokia ຈະອອກ Firmware ລຸ້ນ 40 ສຳລັບມືຖື Nokia 5800 ແຕ່ກໍບໍ່ອອກຈັກເທື່ອ ຖ້າແລ້ວຖ້າອີກ ຈົນໃນທີ່ສຸດ ມັນກໍມາແທ້ໆ. Firmware ໂຕໃໝ່ນີ້ ລຸ້ນເຕັມໆ ແມ່ນ v40.0.005 ເຊິ່ງມາພ້ອມກັບອັບເດດທີ່ໜ້າສົນໃຈ (ແຕ່ຄົນອື່ນມີກ່ອນແລ້ວ) ເຊັ່ນການເລື່ອນແບບ Kinetic (ແບບໃນ iPhone) ແລະໜ້າຈໍ Home screen ແບບໃໝ່ (ແຕ່ໃຊ້ໃນ 5530 ດົນແລ້ວ) .. ເວົ້າໄປແລ້ວກໍມີແຕ່ອັບເດດໃໝ່ທີ່ບໍ່ໃໝ່ປານໃດ ແຕ່ກໍດີກວ່າບໍ່ມີ ນອກຈາກສອງຢ່າງທາງເທິງແລ້ວ ກໍຍັງມີຄວາມສາມາດໃນການ rotate ອັດຕະໂນມັດຂອງແປ້ນພິມ, ແກ້ໄຂ bugs ຕ່າງໆ ແລະປັບປຸງປະສິດທິພາບໂດຍຮວມໃຫ້ດີຂຶ້ນ.  ມີການຍ້າຍເອົາໂປຣແກຣມ Download ແລະ Update Application ອອກໄປແລ້ວແທນທີ່ດ້ວຍ Ovi Store ແລະ SW Update ແທນ. ໂປຣແກຣມ [...]

More »

Nexus One ມືຖືຈາກ Google

ໃນທີ່ສຸດ Google ກໍເປີດເຜີຍຂໍ້ມູນ Nexus One ມືຖືທີ່ Google ເຮັດອອກມາຂາຍເອງ ເຊິ່ງກໍສອງປີນັບຈາກທີ່ Google ເປີດໂຕ Android. ໂດຍຈຸດເດັ່ນຂອງມັນຄື ໜ້າຈໍໃຫຍ່ລະດັບ 3.7 ນິ້ວ ແບບ Widescreen ໃຊ້ເທັກໂນໂລຢີ OLED ໃຫ້ຄວາມສະຫວ່າງໃນອັດຕາສ່ວນເຖິງ 100,000:1 ເຊິ່ງເຮັດໃຫ້ສາມາດເບິ່ງເຫັນໄດ້ໃນບ່ອນທີ່ມີແສງແດດໄດ້ສະບາຍໆ ອີກທັງມີອັດຕາການຕອບສະໜອງທີ່ຕ່ຳພຽງ 1ms (ຕ່ຳກວ່າໜ້າຈໍ LCD ບາງລຸ້ນອີກ). Nexus One ຍັງມາພ້ອມກ້ອງ 5 ລ້ານ pixel ໃຊ້ LED flash ພ້ອມຖ່າຍວິດີໂອໄດ້ທີ່ຄວາມລະອຽດ 720×480 ທີ່ 20fps ຫຼືສູງກວ່ານັ້ນຫາກມີແສງພຽງພໍ. ລະບົບທີ່ຮອງຮັບກໍມີຕັ້ງແຕ່ GSM 850/900/1800/1900 ໄປຈົນຮອດ UMTS 2100/AWS/900 ແລະແນ່ນອນ Wi-Fi 802.11b/g/n ພ້ອມທັງ Bluetooth. ອີກຄວາມໂດດເດັ່ນຂອງ Nexus [...]

More »

Nokia PC Suite 7.1.40.1

Nokia PC Suite ເປັນໂປຣແກຣມສຳລັບ ຈັດການໂທລະສັບມືຖືຂອງ Nokia ເຊິ່ງທ່ານສາມາດໃຊ້ເພື່ອ ຈັດການໄຟລ໌ຂໍ້ມູນ ຮູບພາບ ເພງ ແລະວິດີໂອໄດ້ງ່າຍໆ. ນອກຈາກນັ້ນກໍສາມາດ ໃຊ້ແກ້ໄຂລາຍຊື່ contact, ຕິດຕັ້ງໂປຣແກຣມ, ສົ່ງ SMS ຫຼືເຊື່ອມຕໍ່ອິນເຕີເນັດຜ່ານໂຕໂປຣແກຣມ (ໂດຍໃຊ້ມືຖື Nokia) ໄດ້ອີກນຳ. ສຳລັບ ເວີຊັນໃໝ່ນີ້ ເປັນເວີຊັນ 7.1.40.1 ເພີ່ມຮອງຮັບ Windows 7 ຢ່າງເປັນທາງການ ແລະອັບເດດຄວາມສະຖຽນຂອງໂປຣແກຣມ. ດາວໂຫລດ Nokia PC Suite ໄດ້ຈາກໜ້າເວັບຂອງ Nokia ທີ່ http://europe.nokia.com/get-support-and-…/nokia-pc-suite ຫຼື direct link ຂອງເວີຊັນນີ້.

More »

ຂ່າວລື iPhone ລາຄາ $99 ໄວ ໆ ນີ້

ມີຂ່າວອອກມາວ່າ Apple ຈະເລີ່ມຂາຍ iPhone ລຸ້ນທີ່ມີລາຄາຖືກລົງໃນຊ່ວງລະດູຮ້ອນທີ່ໃກ້ຈະມາຮອດນີ້ ເຊິ່ງແຫຼ່ງຂ່າວລະບຸວ່າ ຈະຫຼຸດຕົ້ນທຶນໂດຍການຫຼຸດຄວາມສາມາດຕ່າງ ໆ ລົງ ເຊັ່ນ ຄວາມລະອຽດກ້ອງທີ່ນ້ອຍລົງ, ບໍ່ມີລະບົບ 3G ຫຼື GPS ແລະໃຊ້ບໍລິການລາຍເດືອນທີ່ຖືກລົງ ຢ່າງໃດກໍ່ຕາມກໍ່ຍັງບໍ່ເປັນທີ່ຢືນຢັນເທື່ອ ຈົນກວ່າຈະມີຄວາມຊັດເຈນຫຼາຍກວ່ານີ້ ທີ່ມາ – The Business Insider

More »

Google Earth for iPhone

ເຖິງວ່າ Google ຈະມີ Adriod ແຕ່ກໍ່ບໍ່ໄດ້ໝາຍຄວາມວ່າຈະຊັງນ້ຳໜ້າ Apple ຈົນເກີນໄປ ຫຼ້າສຸດນີ້ Google ອອກໂປຣແກຣມແຜນທີ່ສາມມິຕິ Google Earth ສຳລັບມືຖື iPhone ເປັນທີ່ຮຽບຮ້ອຍແລ້ວ. ລາຍລະອຽດສາລະສຳຄັນຂອງ Google Earth ເວີຊັນ iPhone ນັ້ນ ຂ້ອນຂ້າງຈະຄ້າຍກັບ Desktop ຢູ່ໂດຍທົ່ວໄປ ຍົກເວັ້ນການດຶງຄວາມສາມາດໃນສ່ວນຂອງ Multi-Touch ໃນ iPhone ມາເປັນປັດໃຈບວກໃຫ້ Navigation ຂອງໂປຣແກຣມ. ນອກຈາກນັ້ນ ຍັງມີການສະແດງຂໍ້ມູນຮູບພາບ ແລະລາຍລະອຽດຂອງສະຖານທີ່ໂດຍໃຊ້ Wikipedia ຮວມເຖິງຄວາມສາມາດໃນການູຊອກຫາຕຳແໜ່ງ ຜ່ານ GPS, ເຄືອຂ່າຍ WiFi ແລະຕຶກສົ່ງສັນຍານມືຖືຕ່າງ ໆ ອີກນຳ.

More »

Android ໃນ HTC Dream

Android Platform ທີ່ພັດທະນາໂດຍ Google ເລີ່ມເປັນຮູບເປັນຮ່າງຫລາຍຂຶ້ນເມື່ອ Google ໄດ້ນຳ HTC Dream ໂທລະສັບມືຖືທີ່ໃຊ້ Android ມາສາທິດໃນງານ Google I/O ເຊິ່ງມືຖືລຸ້ນດັ່ງກ່າວມີຫນ້າຈໍ 5×3 ນິ້ວ ແລະເປັນມືຖື Slide ແບບ QWERTY ວ່າກັນວ່າ ເຮັດວຽກໄດ້ໄວຫລາຍ — ເບິ່ງໄດ້ຈາກວີດິໂອ ທີ່ມາ – Engadget, CNET [via B|N]

More »

Android Demo

ມີດົນແລ້ວ ແຕ່ຫາກໍ່ເຄີຍເບິ່ງ 555 ເປັນວີດິໂອສາທິດຄວາມສາມາດຂອງ Android ເຊິ່ງເປັນທັງ OS ແລະເປັນທັງ Mobile platform ທີ່ພັດທະນາໂດຍ Google ເບິ່ງແລ້ວມີຄວາມສາມາດອັນລົ້ນເຫລືອເລີຍ ຕອນທ້າຍຂອງວີດິໂອເພິ່ນຍັງເຊີນຊວນໃຫ້ຮ່ວມກັນພັດທະນາ Application ເທິງລະບົບ Android ເພື່ອຊິງລາງວັນກວ່າ $10,000,000 ອີກນຳ! [youtube 1FJHYqE0RDg] ຕ້ອງຂໍຂອບໃຈທ່ານ S!aN ທີ່ແນະນຳມາ

More »

Minimo 0.2 ອອກແລ້ວ

ເວີຊັນໃຫມ່ຫຼ້າສຸດຂອງໂປຣແກຣມທ່ອງເວບທີ່ມີຊື່ວ່າ Minimo ມາແລ້ວ ໂດຍໃນເວີຊັນໃຫມ່ນີ້ ໄດ້ຮັບການປັບປຸງໃຫ້ສາມາດໃຊ້ງານໄດ້ດີກັບ Windows Mobiles 5.0 ທັງໃນ Pocket PC ແລະ Smartphone editions ດາວໂຫລດ ເວບໄຊຕ໌ຜູ້ພັດທະນາ Minimo ເປັນ Web Browser ສຳຫຼັບ Mobile Platform ເຊັ່ນ Windows Mobiles ເຊິ່ງມີຄວາມສາມາດສູງຫລາຍຢ່າງເຊັ່ນ ຮອງຮັບ Web Standard ໄດ້ດີ, ມີລະບົບ Tab browsing, ຮອງຮັບ RSS, ຮອງຮັບຫລາຍພາສາ, ຮອງຮັບ Widget ແລະ​ Extention ໆລໆ ທີ່ມາ – TAUME

More »

LG ກຽມສົ່ງມືຖືທີ່ຕິດບໍລິການ Google ໃນຕົວອອກຈຳໜ່າຍ

LG ບໍລິສັດອຸປະກອນໄຟຟ້າລາຍໃຫຍ່ຂອງຢີ່ປຸ່ນ ໄດ້ຕົກລົງກັບ Google ທີ່ຈະນຳເອົາບໍລິການຕ່າງ ໆ ຂອງ Google ມາໃສ່ໄວ້ໃນມືຖືຂອງຕົນ ບໍ່ວ່າຈະເປັນບໍລິການຄົ້ນ, ບໍລິການແຜນທີ່, ບລັອກ, ອີເມລ ເປັນຕົ້ນ ໂດຍຈະເປັນການ pre-install ລົງໃນໂທລະສັບມືຖືບາງຮຸ່ນ ເຊິ່ງຈະມີອອກມາວາງຈຳໜ່າຍໃນຊ່ວງປີນີ້ ແລະກ່ອນໜ້ານີ້ທາງ Samsung ກໍ່ໄດ້ມີການຕົກລົງເຊັນສັນຍາກັບທາງ Google ເພື່ອນຳເອົາບໍລິການຕ່າງ ໆ ຂອງ Google ມາໃສ່ໃນມືຖືແລ້ວເຊັ່ນກັນ ທີ່ມາ – Textually.org

More »

PSP redesign ມາແນ່ນອນ!

Ray Maguire ຜູ້ອຳນວຍການບໍລິຫານຂອງ SCE UK ຢືນຢັນວ່າຈະມີ PSP ຮຸ່ນ redesign ຫລືຮຸ່ນທີ່ໄດ້ຮັບການອອກແບບໃຫມ່ແນ່ນອນ ໂດຍ Maguire ໄດ້ໃຫ້ລາຍລະອຽດວ່າ ໃນ PSP ຕົວໃຫມ່ນັ້ນ ຈະມີການອອກແບບໃຫ້ມີຂະຫນາດນ້ອຍລົງ ແລະເບົາຂຶ້ນ ແຕ່ບໍ່ໄດ້ເພີ່ມຄວາມສາມາດອື່ນ ໆ ເຂົ້າໄປ ລວມເຖິງຫນ້າຈໍ ກໍ່ຈະຍັງຄົງມີຂະຫນາດເທົ່າເກົ່າ ເຖິງຢ່າງໃດກໍ່ຕາມ ລາຄາຂອງ PSP ຮຸ່ນອອກແບບໃຫມ່ນີ້ ຈະມີລາຄາທີ່ຕ່ຳກວ່າເກົ່າຢ່າງແນ່ນອນ ສຳຫລັບໃຜທີ່ຊື້ PSP ໄປກ່ອນແລ້ວກໍ່ຖືວ່າໄດ້ລອງຂອງໃຫມ່ລະກັນ ;P ທີ່ມາ – GameIndustry.biz [via] ບ້ານເຮົາບໍ່ຄ່ອຍເຫັນໃຜຫລິ້ນພວກເກມມືຖືປານໃດ ແຮງ PSP ກໍ່ແຮງແລ້ວໃຫຍ່ ຍັງບໍ່ເຄີຍເຫັນໃຜມີຊ້ຳ = =”

More »