ກ່ອນອື່ນຕ້ອງຂໍກ່າວໂດຍສັງເຂບກ່ອນວ່າ Xperia X1 ນັ້ນເປັນໂທລະສັບມືຖືໃນສາຍ Xperia ລຸ້ນທຳອິດຂອງ Sony Ericsson ແລະຍັງເປັນມືຖືລຸ້ນທຳອິດຂອງ Sony Ericsson ທີ່ໃຊ້ລະບົບປະຕິບັດການ Windows Mobile 6.1 ນຳ ໂດຍທີ່ Xperia X1 ນັ້ນ ມີກຳນົດການວາງຈຳຂາຍໃນກາງປີ 2008 ແຕ່ເລື່ອນມາເປັນຊ່ວງກາງເດືອນກັນຍາຂອງປີ 2008 ແທນ. ຈຸດເດັ່ນຂອງ SE Xperia 1 ກໍ່ຄືຈໍສຳຜັດຂະໜາດ 3″ ສະແດງສີໄດ້ສູງເຖິງ 16Bit, ມີກ້ອງ ໒ ກ້ອງ ຄວາມລະອຽດ 3.2 megapixel ໃນກ້ອງຫລັກ ແລະຖ່າຍວີດິໂອໄດ້ 30fps ແຖມມີ Autofocus ສຳລັບພາບທົ່ວໄປພ້ອມ. ເຄືອຂ່າຍທີ່ຮອງຮັບມີຕັ້ງແຕ່ GSM ທຳມະດາໄປຮອດ 3G, ລະບົບເຊື່ອມຕໍ່ອື່ນ ໆ ກໍ່ມີຄົບ BT, USB, aGPS ແລະ WiFi.
ຫຼ້າສຸດທາງ SE ກໍ່ອອກ SDK ອອກມາກ່ອນແລ້ວເພື່ອໃຫ້ນັກພັດທະນາໄດ້ນຳໄປທົດສອບກັນ ກ່ອນທີ່ໂຕມືຖືເອງຈະຖືກວາງຂາຍໃນເວລາອັນໃກ້ນີ້.
–