Posts Tagged ‘Microsoft’

Microsoft ປະຕິເສດຂ່າວລື XBOX360 ລຸ້ນໃຫມ່

ກ່ອນຫນ້ານີ້ມີຂ່າວລືກ່ຽວກັບ XBOX360 ລຸ້ນໃຫມ່ທີ່ມີ HDMI Port ແລະ Harddisk ໃຫຍ່ຂຶ້ນ ແຖມຍັງມີຮູບອອກມານຳອີກ ຈົນຫລາຍໆຄົນເຊື່ອວ່າເປັນໄປໄດ້ທີ່ Microsoft ຈະປ່ອຍ XBOX360 ລຸ້ນໃຫມ່ອອກມາແທ້ ແຕ່ໃນທີ່ສຸດ Chris Satchell ຫົວເຮືອຫລັກຂອງ Microsoft’s game developer group ກໍ່ໄດ້ອອກມາ ປະຕິເສດຂ່າວລືດັ່ງກ່າວກັບທາງ GameSpot ເປັນທີ່ຮຽບຮ້ອຍແລ້ວ ຈົບຂ່າວ ປລ. ເຖິງຈະປະຕິເສດແນວໃດ ແຕ່ສຸດທ້າຍທີ່ມີແຮງກົດດັນຫລາຍພໍ Microsoft ກໍ່ຕ້ອງຍອມຢູ່ດີ ຕອນນີ້ກຳລັງມາໂຫມດດຽວກັບ Nintendo ທີ່ມາ: EuroGamer via Neowin.net

More »

ເກມໃນ Zune?

ທາງ Microsoft ບໍລິສັດຜະລິດ Software ທີ່ໃຫຍ່ທີ່ສຸດໃນໂລກ (ໃນຕອນນີ້ ) ກຽມການທີ່ຈະເພີ່ມເຕີມຄວາມສາມາດ ໃນການຫລິ້ນເກມ ໃຫ້ກັບເຄື່ອງຫລິ້ນເພງດິຈິຕອລ Zune ພາຍໃນປີ 2008 ໂດຍເປັນຄຳບອກເລົ່າຂອງ Peter Moore ໃນງານ Consumer Electronics Show ແຕ່ວ່າເຖິງຢ່າງໃດກໍຕາມ Moore ຍັງບໍ່ໄດ້ເປີດເຜີຍລາຍລະອຽດວ່າ ຊິມີເກມຫຍັງໃຫ້ຫລິ້ນແດ່ ຄິດແລ້ວກໍ່ສົງໄສວ່າ Zune ມັນຈະເຫມາະກັບການຫລິ້ນເກມບໍ່, ເຄີຍເຫັນ Rockbox ສຳຫລັບ iPod ມັນຈະມີຄວາມສາມາດໃນການຫລິ້ນ GameBoy ໄດ້ ແຕ່ວ່າຄິດພາບຕອນໃຊ້ Wheel ຫລິ້ນ GameBoy ແລ້ວ ຈັ່ງແມ່ນເປັນຕາດີຕົນຊາດ -__- ທີ່ມາ: ActiveWin

More »