Posts Tagged ‘Microsoft’

Windows Vista Service Pack 1

ອອກມາເປັນທາງການແລ້ວສຳຫລັບ Service Pack 1 ຂອງ Windows Vista​ ທີ່ຫລາຍ ໆ ຄົນຖ້າມາດົນນານ ໂຟກັສຂອງ SP1​ ເນັ້ນໄປທີ່ການແກ້ໄຂຄວາມໄວ ແລະ stability ໃນການໃຊ້ງານ ລວມເຖິງຮອງຮັບອຸປະກອນຕ່າງ ໆ ໄດ້ເພີ່ມເຕີມອີກຫລາຍຂຶ້ນ ໃນເວີຊັນ Wave0 ນີ້ຈະມີ 5 ພາສາ ຄື ພາສາອັງກິດ, ຝຣັ່ງ, ເຢຍລະມັນ, ຢີ່ປຸ່ນ ແລະສະເປນ ເຊິ່ງໃນເວີຊັນ Wave1​ ຈະມີເຖິງ 36 ພາສາ ແຕ່ມີກຳຫນົດການອອກແມ່ນເດືອນເມສາຫນ້ານີ້ ສ່ວນຕົວໄດ້ລອງໃຊ້ Vista SP1​ ຮຽບຮ້ອຍແລ້ວ ຮູ້ສຶກວ່າ ຫນ້າຈະໄວຂຶ້ນ (!?) ແຕ່ວ່າມີບັນຫາກັບ WLAN ພໍສົມຄວນ ບໍ່ແນ່ໃຈວ່າເປັນນຳ Driver​ ຫຼືບໍ່ ດາວໂຫລດ x86 | x64

More »

Windows Media Player on Firefox

Microsoft ໄດ້ອອກ Plugin ສຳຫລັບ Firefox ເພື່ອໃຫ້ Firefox ສາມາດທີ່ຈະຫຼິ້ນໄຟລ໌ຕ່າງ ໆ​ ທີ່ເປັນຂອງ Windows Media ໄດ້ ນັ້ນກໍ່ຫມາຍຄວາມວ່າ ຜູ້ໃຊ້ງານ Firefox ຈະບໍ່ພົບບັນຫາເມື່ອໄປເຈີະກັບຫນ້າທີ່ embedded WMP ActiveX ອີກຕໍ່ໄປ ສຳຫລັບປລັກອິນທີ່ວ່ານີ້ ມີຂະໜາດ 302K ໃຊ້ໄດ້ກັບ Windows XP SP2 & Windows Vista ທັງແບບ x86 ແລະ x64 ດາວໂຫລດ ທີ່ມາ – WindowsVistaBlog [via]

More »

Microsoft ອອກ Patch ແກ້ໄຂຂໍ້ບົກພ່ອງໃນ XBOX360

ຈາກທີ່ກ່ອນຫນ້ານີ້ XBOX360 ເຊິ່ງເປັນເຄື່ອງເກມຮຸ່ນຫລ້າສຸດຂອງ Microsoft ຖືກຄົ້ນພົບຂໍ້ບົກພ່ອງທີ່ມີໃນລະບົບ ແລະເຮັດໃຫ້ຜູ້ໃຊ້ງານ ສາມາດທີ່ຈະຕິດຕັ້ງ ລະບົບປະຕິບັດການອື່ນເຊັ່ນ Linux ລວມໄປເຖິງຊອຟແວຣ໌ເກມລະເມີດລິກຂະສິດອື່ນ ໆ ລົງໄປໃນລະບົບໄດ້ນັ້ນ ໃນທີ່ສຸດທາງ Microsoft ກໍ່ໄດ້ອອກ Patch ເພື່ອແກ້ໄຂຂໍ້ຜິດພາດດັ່ງກ່າວແລ້ວ ໂດຍຈະຖືກຕິດຕັ້ງອັດຕະໂນມັດຜ່ານບໍລິການ XBOX Live ແລະຫລັງຈາກຕິດຕັ້ງແລ້ວ ກໍ່ຈະບໍ່ສາມາອາໄສຂໍ້ບົດພ່ອງດັ່ງກ່າວ ເພື່ອກະທຳການໃດ ໆ ຕາມເກົ່າໄດ້ອີກ ຂໍ້ບົກພ່ອງດັ່ງກ່າວຖືກຄົ້ນພົບໃນຊ່ວງເດືອນທັນວາ ຂອງປີກາຍນີ້ ແລະເຮັດໃຫ້ຜູ້ໃຊ້ງານ ສາມາດເຂົ້າຄວບຄຸມລະບົບຮາດແວຣ໌ທັງຫມົດໄດ້ ທີ່ມາ – News.com [via Gizmodo]

More »

Microsoft’s Digital Ice House

Video: Microsoft Canada’s Digital Ice House

More »

Microsoft’s Multi-Touch Tablet PCs

[youtube gQpYEyy930I] Source – TechEBlog

More »

Windows Vista RTM Software Compatibility List

ຖ້າໃຜກຳລັງຄິດຈະ Upgrade ໄປໃຊ້ Vista ໃນໄວໆ ນີ້ ຫລືກຳລັງສົງໄສວ່າ ຫາກອັພໄປແລ້ວ ໂປຣແກຣມເກົ່າໆ ເຮົາ ຈະສາມາດໃຊ້ງານໄດ້ບໍ່ ກໍ່ລອງມາກວດສອບຈາກ ລາຍຊື່ຂອງບັນດາໂປຣແກຣມຕ່າງໆ ທີ່ສາມາດໃຊ້ງານໄດ້ໃນ Windows Vista ທີ່ກຳລັງຈະມາໃນອີກມື້ສອງມື້ນີ້ ໂດຍລາຍຊື່ພວກນີ້ຈະອ້າງອິງສຳຫລັບ Windows Vista RTM (Build 6000) ຂຶ້ນໄປ ມີການແບ່ງຫມວດຫມູ່ທີ່ຊັດເຈນ 3 ຫມວດໃຫຍ່ໆ ຄື ໂປຣແກຣມທີ່ໃຊ້ໄດ້ ໂປຣແກຣມທີ່ມີປັນຫາ ແຕ່ສາມາດແກ້ໄຂໄດ້ ໂປຣແກຣມທີ່ບໍ່ສາມາດໃຊ້ງານໄດ້ ແລະກໍ່ຍັງແບ່ງເປັນຫມວດຫມູ່ຂອງໂປຣແກຣມປະເພດຕ່າງໆ ໄວ້ອີກເຊັ່ນຫມວດ AntiSpam & AntiSpyware, Financial, Games, Graphics/Design, System applications Source – 9Down

More »

Microsoft Firefox 2007 Professional Edition

ແລະແລ້ວວັນເວລາທີ່ລໍຄອຍກໍ່ມາເຖິງ ມັນອອກມາແລ້ວ Microsoft Firefox 2007 Professional Edition !!! …lol ເຂົ້າເລື່ອງດີກວ່າ Microsoft Firefox 2007 Professional Edition ເປັນ IE ທີ່ລຽນແບບຄວາມສາມາດຂອງ Firefox ນອກຈາກໂປຣແກຣມມັນຈະລຽນແບບແລ້ວ ເວັບໄຊທ໌ກໍ່ຍັງພະຍາຍາມຈະລຽນແບບເວັບໄຊທ໌ຂອງ Microsoft ອີກ LOL Features Simplified User Experience Amazing Marginal Manipulation Instant Search Box Favorites Center RSS (Real Simple Sex) Tabbed Browsing Quick Tabs Tab Groups Page Zoom ສົນໃຈສາມາດດາວໂຫລດມາໃຊ້ງານໄດ້ທີ່ MSFirefox.com ແຕ່ກ່ອນຈະດາວໂຫລດ ກະລຸນາອ່ານ ຄວາມຕ້ອງການຂັ້ນຕ່ຳຂອງລະບົບ: System Requirements [...]

More »

ມັນຄື… eToilet ຈາກ Microsoft

ຜະລິດຕະພັນໃຫມ່ຈາກ Microsoft ຕົວນີ້ ຮູ້ສຶກວ່າຈະເອົາໃຈຄົນທີ່ເຮັດວຽກ ປະເພດທີ່ວ່າ ຫ່າງຫນ້າຈໍບໍ່ໄດ້ເປັນພິເສດ ເພາະນີ້ຄື…!!!​ Microsoft eToilet!! ເຖິງຈະໄດ້ບໍ່ມີປະກາດກ່ຽວກັບ eToilet ໃຫ້ເຫັນໃນງານ CES 2007 ແຕ່ວ່າກໍ່ມີການເປີດຕົວໃນເວລາຕໍ່ມາ ໂດຍຄຸນສົມບັດຫລັກໆ ຂອງມັນກໍ່ມີຫນ້າຈໍລະບົບສຳຜັດ ຂະຫນາດ 21″ ຄວາມສາມາດ ໃນການເຊື່ອມຕໍ່ກັບ Zune, ລະບົບໂທລະສັບ, ອິນເຕີເນັດ ແລະກໍ່ຍັງມີຄຳແນະນຳກ່ຽວກັບເລື່ອງສຸຂະພາບ ອະນາໄມພ້ອມ eToilet ຈະມີອອກວາງຈຳຫນ່າຍພາຍໃນເດືອນນີ້ ໃນລາຄາປະມານ $499 ~ $599 ສ່ວນລາຍລະອຽດດ້ານ Spec ຍັງບໍ່ມີ ແຕ່ເບິ່ງແລ້ວເຂົ້າໃຈວ່າ ຫນ້າຈະຂັບເຄື່ອນ ດ້ວຍລະບົບ Windows XP Embed –ນຶກພາບບໍ່ອອກ ເວລາລະບົບມັນຂຶ້ນຈໍຟ້າ ແລ້ວຊິເຮັດແນວໃດ ??? ທີ່ມາ – Shiny Shiny

More »

The next Windows Server

Windows Server “Longhorn” ເຊິ່ງຕອນນີ້ກຳລັງຢູ່ໃນຊ່ວງ Beta ນັ້ນ ຈະກາຍເປັນ Windows Server ຕົວຕໍ່ໄປຂອງ Microsoft ໃນຊື່ວ່າ Windows Server 2007 ແລະຈະມີການເປີດຕົວຢ່າງເປັນທາງການ ໃນເຄິ່ງຫລັງຂອງປີນີ້ ນອກຈາກນັ້ນທີມພັດທະນາຂອງ Microsoft ຍັງໄດ້ເລີ່ມຮ່າງ MSCE certification tests ເພື່ອຮອງຮັບ Windows Server 2007 ທີ່ກຳລັງຈະມາເຖິງນີ້ແລ້ວ ທີ່ມາ – ActiveWin

More »

Internet Explorer 8.0 …ລະຫວ່າງທາງ

ຄວາມຮັກຂອງ Internet Explorer ຈະມີໃຫ້ກັບ Windows ຕະຫລອດໄປ… ໂອ… ມັນຊ່າງຮັກກັນຫວານຊຶ້ງເຫລືອເກີນ… lol ຂ່າວຈາກ Softpedia ລາຍງານ (ຕໍ່ຈາກ 3rd party source) ວ່າ ທີມພັດທະນາຂອງ Microsoft ກຳລັງຢູ່ໃນລະຫວ່າງການພັດທະນາ Internet Explorer ເວີຊັ່ນ 8.0 ຢູ່ ແລະຈະຖືໂອກາດເປີດຕົວຄັ້ງທຳອິດໃນງານ MIX 07 (ເປັນງານສຳມະນາທີ່ຈັດໂດຍ Microsoft) ທີ່ຈະຈັດຂຶ້ນທີ່ໂຮງແຮມ Venitian ໃນ Las Vegas ລະຫວ່າງວັນທີ່ 30 ເມສາ ຮອດ 2 ພຶດສະພາ ໂດຍມີຫົວຂໍ້ວ່າ “First Look at the Future of IE” ນອກຈາກນັ້ນ ແຫລ່ງຂ່າວຍັງອ້າງວ່າ Alpha version ຂອງ IE8 [...]

More »