Posts Tagged ‘Mac’

Mac OS X 10.6.6 ມາພ້ອມ Mac App Store

Apple ປ່ອຍອັບເດດ Mac OS X 10.6.6 ເຊິ່ງມາພ້ອມກັບໂປຣແກຣມ Mac App Store ຊ່ວຍເພີ່ມທາງເລືອກການຕິດຕັ້ງໂປຣແກຣມໃນ Mac ໃຫ້ງ່າຍຂຶ້ນ. ໂດຍປົກກະຕິແລ້ວນັ້ນ ໂປຣແກຣມຂອງ Mac ຈະສາມາດດາວໂຫລດແລະຕິດຕັ້ງໄດ້ເອງຢູ່ແແລ້ວ ບໍ່ຄືກັບຢູ່ໃນ iPod/iPhone ທີ່ຕ້ອງຕິດຕັ້ງຜ່ານ App Store (ຫຼື Cydia ໃນກໍະລນີທີ່ Jailbreak ແລ້ວ) ແຕ່ໃນເວີຊັນຫຼ້າສຸດຂອງ Mac OS X ນັ້ນ ທາງ Apple ໄດ້ເພີ່ມ Mac App Store ເຂົ້າໄປອີກ ນອກຈາກນັ້ນກໍຍັງມີອັບເດດດ້ານຄວາມປອດໄພ ແລະຄວາມສາມາດອື່ນໆ ອີກເລັກນ້ອຍ. ສຳລັບໃຜທີ່ໃຊ້ Mac OS X 10.6.5 ຫຼືເກົ່າກວ່ານັ້ນ ກໍສາມາດຄລິກເຂົ້າ Software Update ເພື່ອອັບເດດໄດ້ຟຣີ.

More »

ກອງທັບສະຫະລັດຊື້ Mac ເພີ່ມ ອ້າງເຮັດໃຫ້ປອດໄພກວ່າເກົ່າ

Forbes ລາຍງານວ່າກອງທັບສະຫະລັດກຳລັງດຳເນີນການ ນຳຄອມພິວເຕີຂອງ Apple ເຂົ້າໄປເສີມໃນະບົບ ເພື່ອທີ່ຈະເຮັດໃຫ້ການ Hack ເຂົ້າໄປໃນລະບົບນັ້ນ ຍາກກວ່າເກົ່າ ເມື່ອປີກາຍນີ້ ລະບົບຮັກສາຄວາມປອດໄພຂອງລະບົບຄອມພິວເຕີສະຫະລັດໄດ້ຖືກ Hack ໃນເດືອນມິຖຸນາ ສົ່ງຜົນໃຫ້ຄອມພິວເຕີເຄື່ອງຫນຶ່ງໃນ Pentagon ຖືກ hack ແລະເຮັດໃຫ້ອີເມລພາຍໃນບໍ່ຊາບຈຳນວນຖືກລັກອອກມາ ນອກຈາກນີ້ ຄູ່ສັນຍາກັບກອງທັບເຊັ່ນບໍລິສັດ Boeing, Lockheed Martin, Northrop, Grumman ແລະ Raytheon ກໍ່ຖືກເຈາະເຂົ້າລະບົບເຊັ່ນກັນ

More »