Posts Tagged ‘Mac OS X’

Mac OS X ເລີ່ມເປັນທີ່ດຶງດູດຂອງ Trojan

ມີລາຍງານວ່າ ໄດ້ມີການກວດພົບ Trojan ໃໝ່ ໒ ສາຍພັນທີ່ກຳລັງຄຸກຄາມຜູ້ໃຊ້ Mac OS X ໂດຍທັງສອງນັ້ນເນັ້ນທີ່ໄປການ ເຂົ້າໄປແອບແຝງໃນລະບົບຂອງເປົ້າໝາຍ. Trojan ໂຕທຳອິດຊື່ວ່າ “OSX.RSPlug.D” ເປັນ Trojan ທີ່ພັດທະນາຕໍ່ມາຈາກສາຍພັນທີ່ມາກ່ອນໜ້ານີ້ ທີ່ມີການກວດພົບໃນປາຍປີ ໒໐໐໗ ໂດຍໜ້າທີ່ຂອງມັນແມ່ນປ່ຽນ DNS ຂອງລະບົບໃຫ້ເປັນ DNS ທີ່ຜູ້ລົງມືຕ້ອງການ ເພື່ອທີ່ຈະດັກຂໍ້ມູນ ຫຼືບັງຄັບໃຫ້ສະແດງໂຄສະນາເມື່ອເຂົ້າຊົມເວັບໄຊຕ່າງ ໆ ອີກນຳ. ແຫຼ່ງຂ່າວລະບຸວ່າ ຜູ້ໃຊ້ Mac OS X ມັກຈະໄດ້ຮັບ OSX.RSPlug.D ມັກຈະມາຈາກການດາວໂຫຼດ codec ທີ່ໃຊ້ເພື່ອເບິ່ງວີດິໂອໃນເວັບຜູ້ໃຫຍ່. ອີກໂຕໜຶ່ງແມ່ນ OSX.TrojanKit.Malez ຫຼືອີກຊື່ແມ່ນ OSX.Lamzev.A ໜ້າທີ່ຂອງມັນແມ່ນເປັນ Backdoor ສຳລັບເປີດທາງໃຫ້ຜູ້ປະສົງຮ້າຍເຂົ້າໄປໃນລະບົບຂອງເຫຍື່ອໄດ້ ແຕ່ຢ່າງໃດກໍ່ຕາມ ນັກວິເຄາະໃຫ້ຄຳເຫັນວ່າການແຜ່ກະຈາຍຂອງມັນນັ້ນ ຍັງບໍ່ຮ້າຍແຮງ ເພາະຜູ້ລົງມືຕ້ອງສາມາດເຂົ້າເຖິງເຄື່ອງ Mac OS X ໄດ້ກ່ອນຈຶ່ງຈະສາມາດຕິດຕັ້ງ backdoor ດັ່ງກ່າວໄດ້. [...]

More »

ຂ່າວລື: Leopard ເລື່ອນ?

ມີຂ່າວລືອອກມາວ່າ Leopard ອາດຈະຖືກເລື່ອນວັນວາງຈຳໜາຍໄປຊ່ວງເດືອນຕຸລາຄົມປີນີ້ ເຊິ່ງເປັນລາຍງານຈາກ DigiTimes ໂດຍໄດ້ມີລາຍລະອຽດໃນຂ່າວລືວ່າ ທາງ Apple ກຳລັງປັບປຸງໃຫ້ Boot Camp ໃນ Leopard ນັ້ນ ສາມາດຮອງຮັບ Windows Vista ຢ່າງເຕັມປະສິດທິພາບ ກ່ອນການອອກວາງຈຳໜ່າຍ ທີ່ມາ – TUAW ບ້ານເຮົາໜ້ອຍທີ່ສຸດທີ່ຈະມີຄົນໃຊ້ Mac ກໍ່ເລີຍວ່າ ຂ່າວນີ້ບາງຄົນອ່ານແລ້ວອາດຈະບໍ່ຮູ້ເລື່ອງ

More »

Mac OS X 10.4.9 ເພີ່ມ drivers ຂອງມືຖື

ກ່ອນຫນ້ານີ້ທາງ Apple ໄດ້ອອກ patch ສຳຫລັບ Mac OS X 10.4.9 ອອກມາ (ເຊິ່ງແນ່ນອນວ່າ ບໍ່ໄດ້ລົງຂ່າວ 555+) ກໍ່ມີການປັບປຸງ ແລະແກ້ໄຂສ່ວນຕ່າງ ໆ​ ຂອງລະບົບ ແລະນອກຈາກນັ້ນ ກໍ່ຍັງມີການເພີ່ມການຮອງຮັບໂທລະສັບມືຖືໃຫມ່ ໆ ເຂົ້າໄປຕື່ນອີກ ເຊິ່ງມີລາຍຊື່ດັ່ງນີ້: Motorola K1 Bluetooth + USB Motorola K1m Bluetooth + USB Motorola V3m Bluetooth + USB Motorola L2 Bluetooth + USB Samsung D600 Bluetooth Samsung D900 Bluetooth Nokia N80 Bluetooth + USB Nokia E61 [...]

More »

Apple Design Awards 2007 ເປີດຮັບຜົນງານແລ້ວ

Apple Design Awards 2007 ເປັນການເປີດໃຫ້ຜູ້ພັດທະນາຊອຟແວຣ໌ Mac ສາມາດສົ່ງຊອຟແວຣ໌ ທີ່ຕົນພັດທະນາຂຶ້ນ ມາປະກວດໃນງານນີ້ໄດ້ ສຳຫລັບໃນປີນີ້ ກໍ່ມີລາຍການແຂ່ງຂັນດັ່ງນີ້ : Best Mac OS X Leopard Application Best Mac OS X User Experience Best Mac OS X Developer Tool Best Mac OS X Game Best Mac OS X Scientific Computing Solution Best Mac OS X Dashboard Widget Best Student Application Apple Design Awards ປີນີ້ຈັດເປັນປີທີ່ [...]

More »