WINE 1.0 ອອກແລ້ວ
໑໕ ປີຂອງການພັດທະນາຍາວນານຕໍ່ເນື່ອງມາຈົນຮອດມື້ນີ້ Wine 1.0.0 ກໍ່ອອກມາຈົນໄດ້ ເຖິງວ່າເວີຊັນນີ້ຈະຂາດຫລາຍ ໆ ຢ່າງທີ່ເຄີຍວາງແຜນໄວ້ຕອນຕົ້ນ ແຕ່ມັນກໍ່ເປັນ Stable release ທຳອິດເທົ່າທີ່ມີມາເລີຍ ໃນເວີຊັນຕໍ່ໄປຄື Wine 1.2.0 ນັ້ນຈະອອກຕາມມາໃນອີກສອງສາມເດືອນຕໍ່ຫນ້າ ສ່ວນທາງ CodeWeavers ກໍ່ປະກາດອອກມາວ່າ CrossOver Office 7.0 ທັງສຳຫລັບ Linux ແລະ Mac ນັ້ນ ອອກແລ້ວ ເຊິ່ງຮອງຮັບ Photoshop CS/CS2 ລວມໄປເຖິງ Microsoft Office 2007 ນຳ ອ່ານລາຍລະອຽດເພີ່ມເຕີມແລະດາວໂຫລດໄດ້ທີ່ Wine HQ ທີ່ມາ – Phoronix
More »


