Posts Tagged ‘Linux’

Ubuntu 10.04 Countdown

ຈື່ໄດ້ວ່າ ຫາກໍ countdown ໃຫ້ Ubuntu 9.10 ບໍ່ທັນເທົ່າໃດ ບາດນີ້ກໍ countdown ໃຫ້ Ubuntu 10.04 (codename ແມ່ນ Lucid Lynx) ກັນແລ້ວ ຍັງອີກພຽງ 21 ມື້ເທົ່ານັ້ນ (ນັບຈາກມື້ທີ່ໂພສນີ້) ກໍນັບໄດ້ວ່າເປັນບາດກ້າວໃໝ່ຂອງ Ubuntu ທີ່ເຂົ້າສູ່ເລກ 10 ແລ້ວ ອີກບໍ່ດົນເທົ່ານັ້ນ!! ແນ່ນອນວ່າ ທ່ານສາມາດດາວໂຫລດ Beta ຂອງ Ubuntu 10.04 ໄປທົດລອງໃຊ້ກ່ອນໂຕຈິງຈະອອກໄດ້ ໂດຍດາວໂຫລດໄດ້ຈາກ http://www.ubuntu.com/testing/lucid/beta1 ຫຼືຈະດາວໂຫລດ Ubuntu 9.10 ມາລອງໃຊ້ໄດ້ເຊັ່ນດຽວກັນທີ່ໜ້າດາວໂຫລດຂອງ Ubuntu.com

More »

Ubuntu 10.04 ມີ Theme ແລະ Logo ໃໝ່

ສຳລັບ Ubuntu 10.04 (ລະຫັດ Lucid Lynx) ທີ່ຈະມີກຳນົດການອອກມາໃນເດືອນໜ້ານັ້ນ ນອກຈາກຈະມີການປັບປຸງດ້ານຕ່າງໆ ບໍ່ວ່າຈະເປັນລະບົບຄວາມປອດໄພ ຫຼື ຄວາມສະຖຽນຂອງລະບົບແລ້ວ ກໍຍັງໄດ້ຮັບການອອກແບບ Logo, theme ແລະ boot splashໃໝ່ອີກນຳ. Logo ໃໝ່ GTK theme ໃໝ່ ສ່ວນ boot splash ແລະລາຍລະອຽດອື່ນໆ ນັ້ນ ສາມາດເບິ່ງໄດ້ຈາກເວັບໄຊ Wiki ຂອງ Ubuntu

More »

Ubuntu 9.10 “Karmic Koala”

ຮູ້ສຶກວ່າຈະອອກມາໄດ້ສອງມື້ແລ້ວ ຫາກໍມີເວລາມາຂຽນ .. Ubuntu 9.10 ຫຼືທີ່ຮູ້ກັນໃນລະຫັດ “Karmic Koala” ນັ້ນ ຕອນນີ້ກໍອອກມາໃຫ້ດາວໂຫຼດກັນເປັນທີ່ຮຽບຮ້ອຍແລ້ວ ສາມາດດາວໂຫຼດໄດ້ຜ່ານໜ້າດາວໂຫຼດຂອງ Ubuntu.com ເຊິ່ງກໍມີຄົບຊຸດທັງ Ubuntu, Kubuntu, etc.. ສຳລັບລາຍລະອຽດຂອງເວີຊັນໃໝ່ນີ້ ເບິ່ງໄດ້ໃນ http://www.ubuntu.com/products/whatisubuntu/910features ອີກຂ່າວນຶ່ງຄື ທາງ Canonical ເຊິ່ງເປັນຜູ່ພັດທະນາ Ubuntu ນັ້ນ ຕອນນີ້ປະກາດວ່າ ຕໍ່ໄປຈະບໍ່ມີ ShipIt ສຳລັບການຈັດສົ່ງແຜ່ນຊີດີ Ubuntu ຟຣີອີກຕໍ່ໄປແລ້ວ ເນື່ອງຈາກເສຍຄ່າໃຊ້ຈ່າຍເປັນຈຳນວນຫຼາຍໃນແຕ່ລະປີ. ຢ່າງໃດກໍຕາມ ທາງ Canonical ກໍຍັງຈະແຍກຊີດີຟຣີໃຫ້ກັບຜູ່ໃຊ້ໃໝ່ (ທີ່ມີ account ໃໝ່) ແລະທີມງານ LoCo ຢູ່. ທີ່ມາ – Ubuntu.com, Blognone

More »

Jaunty Jackalope

Ubuntu 9.04 ລະຫັດ “Jaunty Jackalope” ອອກຕາມກຳນົດ ບໍ່ມີເລື່ອນຄືເວີຊັນກ່ອນໜ້ານີ້ ສຳລັບຄົນໃຈຮ້ອນຕ້ອງການລອງແບບດ່ວນ ໆ ສາມາດດາວໂຫຼດໄດ້ຈາກ ເວັບໄຊ Ubuntu ຫຼືຂໍແຜ່ນຟຣີກໍໄດ້ເຊັ່ນກັນ. ສິ່ງອັບເດດໃໝ່ ໆ ໃນ Ubuntu 9.04 ນັ້ນຫຍໍ້ ໆ ຈະມີ: GNOME 2.26 X.Org server 1.6 Linux kernel 2.6.28 ລະບົບແຈ້ງເຕືອນແບບໃໝ່ ປະສິດທິພາບໃນການ boot ດີຂຶ້ນ ຮອງຮັບລະບົບໄຟລ໌ Ext4 ລາຍລະອຽດເພີ່ມເຕີມ ອ່ານໄດ້ຈາກ Release notes

More »

CrossOver 8.0 Beta

CodeWeavers ອອກ CrossOver 8.0 ເວີຊັນ Beta ໃຫ້ທົດສອບໃຊ້ກັນ ໂດຍຫຼັກແມ່ນຮອງຮັບ Quicken 2009 ໂດຍສະເພາະ. ນອກຈາກ Quicken 2009 ແລ້ວ ທາງຜູ່ພັດທະນາກໍຍັງພະຍາຍາມປັບປຸງໃຫ້ Internet Explorer 7 ສາມາດໃຊ້ງານໄດ້ດີຂຶ້ນ ແລະໃນສ່ວນຂອງ Microsoft Office 2007 ກໍເຊັ່ນດຽວກັນ. ສຳລັບສິ່ງພິເສດເພີ່ມເຕີມກໍຄື ຕອນນີ້ CrossOver ນັ້ນ ໃນລຸ້ນ 8.0 Beta ມີສຳລັບລະບົບປະຕິບັດການ Solaris ແລະ BSD ອີກນຳ ນັບວ່າເປັນກ້າວໃໝ່ຂອງ CrossOver ອີກຂັ້ນ ທີ່ຈະເປີດຊ່ອງທາງໃຫ້ໃຊ້ໂປຣແກຣມສຳລັບ Windows ໃນລະບົບປະຕິບັດການທີ່ບໍ່ແມ່ນ Windows. ທີ່ມາ – CrossWeavers blog

More »

Ubuntu 8.04.2 LTS

ເວັ້ນໄລຍະຫ່າງພໍສົມຄວນຈາກ 8.04 ຈົນມາຮອດ 8.04.2 ເຊິ່ງເປັນລຸ້ນ maintenance update ລຸ້ນທີ່ສອງຂອງ Ubuntu. ໃນເວີຊັນນີ້ຈະຮິບໂຮຍອັບເດດທັງໝົດທີ່ຜ່ານມາກວ່າ 200 ຈຸດ ໃນນັ້ນມີອັບເດດລະບົບຄວາມປອດໄພ ແລະ bugs ຮ້າຍແຮງນຳ ເພື່ອເພີ່ມປະສິດທິພາບໃຫ້ກັບ Ubuntu. ດາວໂຫຼດໃໝ່ໄດ້ຈາກເວບໄຊຂອງ Ubuntu ເອງ ຫຼືອັບເດດຜ່ານລະບົບທີ່ໃຊ້ຢູ່ ລາຍລະອຽດເພີ່ມເຕີມກ່ຽວກັບເວີຊັນນີ້ ຕິດຕາມໄດ້ໃນ mailing list

More »

Fedora 10 “Cambridge”

ອອກຕາມຫຼັງ Ubuntu 8.10 ບໍ່ດົນປານໃດ ສຳລັບລຸ້ນຫຼ້າສຸດຂອງ Fedora 10 ທີ່ໃຊ້ລະຫັດພັດທະນາວ່າ “Cambridge”. ໃນ Fedora 10 ນີ້ packages ຕ່າງ ໆ ຖືກອັບເດດເປັນເວີຊັນຫຼ້າສຸດຮຽບຮ້ອຍ ບໍ່ວ່າຈະເປັນ NetworkManager, FirstAidKit, PulseAudio, RPM 4.6 ແລະ Kernel 2.6.27 ເປັນຕົ້ນ. ຄວາມສາມາດໃໝ່ ໆ ທີ່ເພີ່ມເຂົ້າມາກໍ່ມີລະບົບຕິດຕັ້ງ GStreamer codec ແບບອັດຕະໂນມັດ, ເຄື່ອງມືສຳລັບກູ້ຂໍ້ມູນ, ຄວາມປອດໄພ ແລະ visualization. ດ້ານຮູບຮ່າງໜ້າຕາກໍ່ມີ Theme ໃໝ່ຊື່ວ່າ “Solar” ເປັນສີອອກຟ້າ ໆ ເຂັ້ມ ໆ ໜ້ອຍໜຶ່ງ ແຕ່ຍັງຄົງຄວາມເປັນ Fedora ຢູ່ຄືເກົ່າ. ດາວໂຫຼດ Fedora 10

More »

CrossOver ແຈກຟຣີມື້ອື່ນມື້ດຽວເທົ່ານັ້ນ!

ຂ່າວດີສຳລັບຄົນໃຊ້ Linux ເມື່ອ CodeWeavers ປະກາດແຈກຟຣີໂປຣແກຣມ CrossOver Office ແລະ CrossOver Games ສຳລັບມື້ອື່ນມື້ດຽວເທົ່ານັ້ນ ເຊິ່ງທ່ານທີ່ດາວໂຫລດມື້ອື່ນນັ້ນ ຈະໄດ້ຮັບທັງ CrossOver Office ແລະ CrossOver Games ຂອງແທ້ ພ້ອມບໍລິການຫຼັງການຂາຍຟຣີ. ສຳລັບຂໍ້ມູນເພີ່ມເຕີມແມ່ນສາມາດອ່ານໄດ້ຈາກ Press Release. ທີ່ມາ – Phoronix CrossWeaver ເປັນຜູ້ພັດທະນາໂປຣແກຣມ CrossOver Office ແລະ CrossOver Games ທີ່ຊ່ວຍໃຫ້ຜູ້ໃຊ້ Linux ສາມາດຕິດຕັ້ງແລະໃຊ້ງານ ໂປຣແກຣມ ຫຼືເກມທີ່ອອກແບບມາສຳລັບ Windows ໃນ Linux ໄດ້ (ເຊັ່ນບາງຄົນອາດຕ້ອງການໃຊ້ Microsoft Office ຫຼືຫຼິ້ນເກມ Half-Life 2 ໃນ Linux).

More »

Countdown for Intrepid Ibex

ໝາຍໄວ້ ກັນລືມ ອີກບໍ່ດົນແລ້ວ

More »

Blender Game Engine Tech Demo

ພໍດີໄດ້ຍິນໝູ່ບອກວ່າ ກຳລັງຊິສ້າງເກມ ກໍ່ເລີຍວ່າຂຽນເລື່ອງເກມແດ່ຈັກໜ່ອຍ ສຳລັບຊື່ Blender ຫຼາຍຄົນທີ່ນິຍົມ Linux ອາດຈະຮູ້ກັນແລ້ວວ່າ ມັນຄືໂປຣແກຣມອອກແບບ 3D Model ທີ່ເປັນ OpenSource ແລະມີຊື່ສຽງຫຼາຍໃນ Linux. ໃນຫຼາຍເດືອນທີ່ຜ່ານມາທາງ Blender ແລະ Crystal Space projects ໄດ້ຮ່ວມມືກັນສ້າງເກມສາມມິຕິທີ່ເປັນ opensource ທີ່ມີແນວຄິດຈະໃຫ້ມີຄວາມທັດທຽມກັບ industry standard ຂອງວົງການເກມສາມມິຕິ. ເກມທີ່ວ່ານີ້ມີຊື່ວ່າ “Frankie” ເຊິ່ງໃນເບື້ອງຕົ້ນທາງທາງຝ່າຍພັດທະນາຄາດຫວັງວ່າຈະສາມາດ ອອກເກມນີ້ໄດ້ໃນຊ່ວງທ້າຍເດືອນສິງຫາ ແຕ່ວ່າກໍ່ບໍ່ເປັນໄປຕາມນັ້ນ. ເຖິງຢ່າງໃດກໍ່ຕາມ ທາງ Blender ແລະ Crystal Space ກໍ່ອອກ technology demo ທີ່ພັດທະນາໂດຍໃຊ້ Blender Game Engine ໃຫ້ໄດ້ທົດລອງຫຼິ້ນກັນ. ພາຍໃນເດໂມ Yo Frankie Demo 1.1 ຈະມີດ່ານທີ່ສາມາດຫຼິ້ນໄດ້ເພື່ອສາທິດກ່ຽວກັບ Engine ຂອງເກມ. ຕົວເກມເປັນລິກຂະສິດ [...]

More »