ຫລາຍມື້ກ່ອນ ເຈົ້າຂອງ Divland.com ເລົ່າໃຫ້ຟັງວ່າ ຢູ່ ໆ ມີ spam links ເຊື່ອງຢູ່ໃນບົດຄວາມຫນຶ່ງໃນບລັອກເພິ່ນ ແຕ່ວ່າບໍ່ເຫັນ ເພາະຖືກເຊື່ອງໄວ້ ແຕ່ພໍດີວ່າມື້ນັ້ນເພິ່ນໄປເພິ່ມ tag ໃຫ້ກັບບົດຄວາມເກົ່າ ໆ ທີ່ຂຽນຕັ້ງແຕ່ຕອນຍັງບໍ່ທັນມີລະບົບ tag ເພິ່ນກໍ່ສັງເກດເຫັນວ່າ ມີລິງກ໌ທີ່ບໍ່ໄດ້ຮັບເຊີນຖືກເຊື່ອງປົນໄວ້ ໃນເນື້ອຫາຂອງບົດຄວາມຈຳນວນຫນຶ່ງ ເຊິ່ງກໍ່ເປັນທີ່ຫນ້າແປກໃຈຫລາຍວ່າ ມັນມາໄດ້ແນວໃດ?
ມື້ນີ້ບັງເອີນວ່າ ຂ້າພະເຈົ້າມີໂອກາດໄດ້ເຂົ້າໄປອ່ານ feed ໃນ Google Reader (ຫລັງຈາກທີ່ດອງປະໄວ້ຈົນມັນສົ້ມດີແລ້ວ :P) ກໍ່ພົບສິ່ງແປກປະຫລາດທີ່ບໍ່ຄິດວ່າຈະພົບໃນບລັອກທ່ານພະນົມສິນໄດ້…