Posts Tagged ‘Laos’

ເຫດຜົນທີ່ IT ໃນລາວຄືບຄານໄປຢ່າງຊ້າໆ

ມື້ຄືນອ່ານຂ່າວໃນ RFA Lao ເປັນເລື່ອງກ່ຽວກັບໄຟຟ້າ… ນັ້ນແຫລ່ະ ນັ້ນແຫລ່ະ ແບບດຽວທີ່ທ່ານຜູ້ອ່ານກຳລັງຄິດ ນັ້ນລ່ະ ເລື່ອງມັນກໍ່ມີຢູ່ວ່າ ຕາມທີ່ RFA Lao ລາຍງານ ອ້າງວ່າ ລັດວິສະຫາກິດໄຟຟ້າລາວ ໃຫ້ຂໍ້ມູນວ່າ ກວ່າ 50% ຂອງຄອບຄົວລາວ ບໍ່ມີໄຟຟ້າໃຊ້!!! ຮູ້ແບບນີ້ແລ້ວບໍ່ຕ້ອງແປກໃຈເລີຍວ່າ ເປັນຫຍັງວົງການ IT ໃນລາວ ມັນຈຶ່ງຕ້ອງຄ່ອຍໆ ຄານໄປແບບນີ້ ເພາະຫາກບໍ່ມີໄຟຟ້າຢ່າງດຽວ ທຸກຢ່າງກໍ່ຈົບ ຢ່າເວົ້າແຕ່ Internet ເລີຍ ເອົາແຕ່ໂທລະທັດ ຍັງຟັງເປັນເລື່ອງຫ່າງໄກແລ້ວ… ຄິດເບິ່ງວ່າ ກວ່າ 583,000 ຄອບຄົວ ມັນຊິນັບເປັນປະຊາກອນຈັກຄົນ ພວກທີ່ມີໄຟຟ້າໃຊ້ ກໍ່ມີແຕ່ຄົນໃນເມືອງ ຄົນໃນເມືອງ ແລ້ວຍັງຕ້ອງມາຫັກອອກພວກທີ່ບໍ່ໃຊ້ຄອມອີກ ແລ້ວພວກໃຊ້ຄອມ ກໍ່ຍັງຕ້ອງມາຫັກອອກພວກທີ່ບໍ່ໃຊ້ອິນເຕີເນັດອີກ ແລ້ວພວກທີ່ໃຊ້ອິນເຕີເນັດ ກໍ່ຍັງຕ້ອງມາຫັກອອກພວກທີ່ໃຊ້ອິນເຕີເນັດພຽງເພື່ອຮັບສົ່ງອີເມລອີກ!!! ລອງຄິດຫລິ້ນໆ ວ່າ ປະຊາກອນໃນລາວທັງຫມົດມີ 6 ລ້ານປາຍ… ມີຈັກ % ທີ່ຢູ່ຕາມປ່າ ຕາມເຂົາ [...]

More »

ADSL2+ ເຕັມ!!!

ສອງມື້ກ່ອນມີຄົນຈາກ Laotel ເອົາໂຄສະນາ Internet Service ຈາກບໍລິສັດລາວໂທລະຄົມມາໃຫ້ຢູ່ຮ້ານ ເປັນ 1 ຍິງ ກັບ 1 ຊາຍ ມາຮອດບໍ່ເວົ້າບໍ່ວ່າຫຍັງ ຂຶ້ນຕົ້ນມາກໍ່ “ສະບາຍດີອ້າຍ” ແລ້ວກໍ່ຍື່ນແຜ່ນພັບໂຄສະນາໃຫ້ ແລ້ວກໍ່ປິ່ນຫລັງຫນີ ເອົາມາອ່ານເບິ່ງ ປະກົດວ່າເປັນໂຄສະນາເກົ່າ ອອກແບບໃຫມ່ (ແບບດຽວກັບໃນເວັບລາວໂທລະຄົມ ແຕ່ອອກແບບໃຫມ່ ແລະມີຫລາຍອັນ) ອ່ານໄປອ່ານມາ ຄິດອອກວ່າ ມື້ນີ້ເງິນເດືອນອອກ ເລີຍວ່າຊິຕິດຕັ້ງ ADSL 256K ໄວ້ໃຊ້ ສ່ວນ 56K (ທີ່ຈ່າຍລ່ວງຫນ້າ 1 ປີ ໄປແລ້ວ) ກໍ່ຍົກໃຫ້ນ້າຊາຍຢູ່ວັງວຽງໃຊ້ແທນ. ປົງຕົກແລ້ວກໍ່ກິ໊ງໆ ໄປຫາ 101 Laotelecom Call Center ສະບາຍດີ…​ ສອບຖາມໄປ ເຂົາບອກໃຫ້ໂທໄປຖາມເບີ ADSL ໂດຍກົງ ວ່າແລ້ວກໍ່ໂທໄປ ໂທໄປຮອດ ບອກກັບມາວ່າ ຕ້ອງໂທໄປຖາມອີກເບີ ເພາະບໍ່ຮູ້ວ່າເຕັມຫລືຍັງ (ອ່າວ… ມີເຕັມອີກ) [...]

More »

LaoScript 7.00 beta (test) released

ເຜີແປ໊ບດຽວ… ອີຕາຈອນປ່ອຍ LaoScript ເວີ່ຊັ່ນ 7 ຕົວທົດສອບອອກມາແລ້ວ ໃນເວັບເພິ່ນບອກວ່າ ປັບປຸງໃຫ້ສາມາດໃຊ້ງານໄດ້ດີກັບ​ Windows Vista ເພາະວ່າ ຕົວເກົ່າ 6.04 ມັນມີປັນຫາເລື່ອງ Keyboard mapping ທີ່ໄປຊົນກັບລະບົບຮັກສາຄວາມປອດໄພໃນ Vista ນອກຈາກນັ້ນກໍ່ມີພວກ minor conflicts ໃນ Vista LaoScript for Windows v7.0 ຕົວໃຫມ່ນີ້ ສາມາດໃຊ້ງານໄດ້ກັບ Windows 2000, 2003, XP, Vista ເທົ່ານັ້ນ ພວກ 9x ອົດ ແລ້ວກໍ່ຕ້ອງໃຊ້ Microsoft Office 2002, XP, 2003 ແລະ 2007 ເທົ່ານັ້ນ ເກົ່າກວ່ານີ້ ເປັນອັນໃຊ້ບໍ່ໄດ້ ແລະມີອີກຢ່າງຫນຶ່ງຄື ຈະຕ້ອງມີ License key ໃຫມ່ ຈະໃຊ້ພວກເກົ່າບໍ່ໄດ້ອີກ [...]

More »

ແຜ່ນດິນໄຫວເຮັດໃຫ້ຄົນລາວໃຊ້ເນັດຫນ້ອຍລົງ?

ຫນັງສືພິມວຽງຈັນໄທມ໌ສເພິ່ນລົງຂ່າວກ່ຽວກັບ ຜົນກະທົບຂອງແຜ່ນດິນໄຫວ ທີ່ເຮັດໃຫ້ສາຍເຄເບີ້ລທີ່ເຊື່ອມຕໍ່ ລະຫວ່າງທະວີບເສຍຫາຍຫນັກ ເຊິ່ງມັນເຮັດໃຫ້ບໍລິສັດທີ່ໃຫ້ບໍລິການອິນເຕີເນັດໃນລາວ ຕ້ອງປ່ຽນລະບົບສັນຍານຈາກທີ່ເຄີຍໃຊ້ຂອງໄຕ້ຫວັນ ມາເປັນຂອງໄທແທນ ໂດຍເຈົ້າຫນ້າທີ່ຄົນຫນຶ່ງໃນ ETL ບອກວ່າຮັບສັນຍານຈາກໄຕ້ຫວັນບໍ່ໄດ້ເລີຍ ເພາະວ່າໄຕ້ຫວັນເສຍຫາຍຫນັກ ແຕ່ຄາດວ່າປະມານຊ່ວງອາທິດນີ້ຄົງຈະສາມາດໃຊ້ງານໄດ້ເປັນປົກກະຕິ ເຂົ້າໃຈວ່າ ເມື່ອເນັດຊ້າລົງ ຄົນເຂົ້າເວັບບໍ່ໄດ້ ກໍ່ເລີຍອອກ ພໍກັບມາໃຊ້ໃຫມ່ກໍ່ເປັນອີກ ເປັນແນວນີ້ຫລາຍໆ ຄັ້ງເລີຍເຊົາ? ຊ່ວງນີ້ເລີຍໃຊ້ຫນ້ອຍລົງ? ອືມ… -_-” ທີ່ມາ: RFA Lao via Inlao.net

More »

ແຜ່ນດິນໄຫວ ເນັດເຈັ້ງ

ສອງມື້ກ່ອນນັ່ງເບີ່ງ BBC News ເຫັນຂ່າວແຜ່ນດິນໄຫວໃນໄຕ້ຫວັນ ຟັງໆ ເຂົ້າໃຈວ່າເຮັດໃຫ້ອິນເຕີເນັດມີປັນຫາໄປນຳ ເພາະວ່າແຜ່ນດິນໄຫວມັນໄປເຮັດໃຫ້ສາຍ Cable ໃຕ້ນ້ຳທີ່ເຊື່ອມຕໍ່ກັນລະຫວ່າງທະວີບເອເຊຍເສຍຫາຍຫນັກ ເບີ່ງແລ້ວກໍ່ຍັງບໍ່ໄດ້ຮູ້ຫຍັງ ຈົນມື້ວານມາເປີດເນັດແລ້ວພົບວ່າ… ຈ້າກກກກ!!!? ເນັດຊ໊າ… ຊ້າ… Y_Y ບໍ່ຄິດວ່າມັນຊິສົ່ງຜົນປານນັ້ນ ເພິ່ນວ່າແຮງສັ່ນສະເທືອນວັດໄດ້ ໗.໑ ຣິກເຕີ ແລ້ວກໍ່ອາດຕ້ອງໃຊ້ເວລາຫລາຍອາທິດ ຫລືອາດຈະເປັນເດືອນ ວ່າຊັ້ນ ອືມ…

More »

1155 Melody Music

ໄດ້ລາຍລະອຽດມາແລ້ວ ສຳຫລັບບໍລິການ Melody Music ຂອງລາວໂທລະຄົມ ເພິ່ນວ່າຕ້ອງເສຍຄ່າບໍລິການເປັນລາຍເດືອນ ຄືເອັມໂຟນເດືອນລະ ໕໐໐໐ ກີບ ສ່ວນວີຟລາຍ ຖືກກວ່າຫນ້ອຍຫນຶ່ງ ລາຄາຕໍ່ເດືອນແມ່ນ ໓໐໐໐ ເທົ່ານັ້ນເອງ (ລະບົບຈະຕັດເງິນເອງອັດຕະໂນມັດເມື່ອຄົບເດືອນ ໂດຍນັບຈາກວັນທີ່ເປີດໃຊ້ບໍລິການ) ແຕ່ວ່າ ຄ່າບໍລິການດາວໂຫລດ ຫລືເລືອກໃຊ້ເພງນັ້ນ ໑໕໐໐ ກີບຕໍ່ເພງ (!!) ນອກຈາກນັ້ນ ທີ່ຍັງຕ້ອງເສຍເງິນອີກກໍ່ແມ່ນຄ່າໂທເຂົ້າ 1155 ເພາະວ່າໂທເຂົ້າໄປເຮັດລາຍການຕ່າງໆ ກໍ່ເສຍເງິນອີກ (!!!!) ເວລາປົກກະຕິ ຄືຫົກໂມງເຊົ້າ ຮອດສິບສອງໂມງກາງຄືນ ເສຍນາທີລະ ໘໐໐ ກີບຕໍ່ນາທີ ສ່ວນເວລາເລີຍທ່ຽງຄືນໄປແລ້ວແມ່ນເສຍ ໔໒໐ ກີບຕໍ່ນາທີ ເຖິງວ່າຈະມີແຕ່ເລື່ອງເສຍເງິນກັບເສຍເງິນກໍ່ຕາມ ແຕ່ວ່າຄ່າສະຫມັກເປີດໃຊ້ບໍລິການນັ້ນບໍ່ເສຍເງິນ ຖືວ່າໃຫ້ສະຫມັກໃຊ້ຟຣີ ໃຜສົນໃຈກໍ່ກົດໄປຖາມສູນລາວໂທລະຄົມທີ່ເບີ 101 (ໃຊ້ເບີລາວໂທລະຄົມໂທຟຣີ) ຫລືໂທໄປລອງເອງໂລດເລີຍທີ່ເບີ 1155 ເມື່ອເປີດໃຊ້ບໍລິການແລ້ວ ກໍ່ຈະມີເພງແຖມມານຳ ໒ ເພງ ແລ້ວກໍ່ສາມາດເລືອກໂຫລດເພງອື່ນໆ ໄດ້ເພີ່ມເຕີມໃນພາຍຫລັງ ໂດຍການດາວໂຫລດເພງເພີ່ມນັ້ນຕ້ອງສົ່ງ SMS (ຫາແນວເສຍເງິນອີກແລ້ວ ) [...]

More »

EZ-Lao | ພາສາລາວໃນ Symbian!

ກ່ອນຫນ້ານີ້ປະມານເດືອນ ຫລືອາດຈະສອງເດືອນ ຕອນນັ້ນໄດ້ຂ່າວກ່ຽວກັບພາສາລາວໃນມືຖື ທຳອິດອ່ານແລ້ວ ກໍ່ຍັງຮູ້ສຶກງົງໆ ຢູ່ ວ່າມັນຊິອອກມາໃນຮູບແບບໃດ ໄດ້ຍິນວ່າ ETL ເປັນຜູ້ລິເລີ່ມກ່ຽວກັບເລື່ອງນີ້ ກໍ່ຖ້າໆ ຢູ່ດົນເຕີບ ວ່າຕອນໃດມັນຈະອອກມາໃຫ້ລອງໃຊ້. ຫລັງຈາກນັ້ນກໍ່ເຫັນຟ້ອນທ໌ລາວໃຫ້ໂຫລດໃນ wap.etllao.com (ຕ້ອງເຂົ້າຜ່ານມືຖື) ກໍ່ຮີບໂຫລດທັນທີ ແຕ່ວ່າ… 404 file not found \(OoO)/ ສອງສາມມື້ກ່ອນຫນ້ານີ້ ປະເດັນກ່ຽວກັບພາສາລາວໃນມືຖືກໍ່ເລີ່ມເປັນຫົວຂໍ້ສົນທະນາໃນຫລາຍໆ ເວັບ ແຕ່ກໍ່ບໍ່ມີໃຜເອົາລິ້ງຄ໌ມາໃຫ້ໂຫລດ ຈົນໃນທີ່ສຸດນັ້ນເອງ ພະເອກຂອງເລື່ອງກໍ່ປະກົດຕົວອອກມາ!!! “os55” ຫລື “ຕາໂອ້ດ” ເອົາລິ້ງຄ໌ມາໃຫ້ໂຫລດສົມໃຈຢາກ ແລະກໍ່ຮີບໄປລອງທັນທີ ກໍ່ເລີຍຈະມາຂຽນຣີວິວໃຫ້ອ່ານຈັກເລັກນ້ອຍ ຂະຫນາດຂອງໂປຣແກຣມ EZ-Lao ມີພຽງ 150KB ເທົ່ານັ້ນ ແລະມືຖືທີ່ລອງຕິດຕັ້ງໃຊ້ງານ EZ-Lao ແມ່ນ Nokia 6680 ເຊີ່ງເປັນ Symbian S60 2nd Edition ເມື່ອຕິດຕັ້ງໂປຣແກຣມແລ້ວກໍ່ຈະເຫັນໄອຄ່ອນຂອງໂປຣແກຣມຂຶ້ນມາ ເປັນໂລໂກ້ຂອງ ETL. ເປີດໂປຣແກຣມຂຶ້ນມາ ກໍ່ເປີດໃຊ້ງານແລ້ວໂປຣແກຣມກໍ່ຈະໃຫ້ [...]

More »

Melody Music ຈາກລາວໂທລະຄົມ…??!

ແວະໄປເວັບຂອງລາວໂທລະຄົມ ໄປເຫັນ… ບໍ່ຮູ້ຕອນໃດຊິໄດ້ໃຊ້ ເວບໄຊທ໌ລາວໂທລະຄົມ

More »