Posts Tagged ‘Laos’

IT Festa 2011

ໂຄງການພັດທະນາຊັບພະຍາກອນມະນຸດ ເພື່ອອຸດສາຫະກໍາການບໍລິການໄອທີ ຢູ່ທີ່ມະຫາວິທະຍາໄລແຫ່ງຊາດລາວ (ໂຄງການ ITSD) ພາຍໃຕ້ການຊ່ວຍເຫລືອ ຈາກອົງການຮ່ວມມືສາກົນຢີ່ປຸ່ນ (JICA), ຈະໄດ້ຈັດງານມະຫາກໍາທາງດ້ານໄອທີຂຶ້ນ ທີ່ພາກວິຊາວິສະວະກຳຄອມພິວເຕີ ແລະເທັກໂນໂລຢີຂໍ້ມູນຂ່າວສານ, ຄະນະວິສະວະກຳສາດ (ວິທະຍາເຂດໂສກປ່າຫລວງ) ມະຫາວິທະຍາໄລແຫ່ງຊາດລາວ ໃນວັນທີ 11-12 ເດືອນມີນາ ປີ 2011. ຈຸດປະສົງຫລັກ ຂອງງານຄັ້ງນີ້ ແມ່ນເພື່ອເປີດໂອກາດ ໃຫ້ເຍົາວະຊົນ-ຊາວໜຸ່ມໃຫ້ມີຄວາມຮູ້, ສ້າງໃຫ້ມີຄວາມສົນໃຈໃນການ ໃຊ້ໄອທີ ເຊິ່ງ ກໍາລັງເຂົ້າມາມີບົດບາດຫລາຍໆດ້ານ ໃນຊີວິດປະຈຳວັນ. ນັກຮຽນ-ນັກສຶກສາ ກໍຄືເຍົາວະຊົນ-ຊາວໜຸ່ມ ສາມາດ ເຂົ້າຮ່ວມການປະຊຸມສົນທະນາ, ຮັບຟັງການສຳມະນາ ແລະ ເບິ່ງການວາງສະແດງທາງດ້ານໄອທີ ແລະ ເທັກໂນໂລຢີທີ່ທັນສະໄໝ, ໂດຍການເຂົ້າຮ່ວມຟັງ ແລະ ເຂົ້າຮ່ວມ ສໍາມະນາ ແລະກິດຈະກໍາຕ່າງໆໄດ້ ໂດຍບໍ່ເສຍຄ່າເຂົ້າງານ. ລາຍລະອຽດເພີ່ມເຕີມຂອງງານ ສາມາດເບິ່ງໄດ້ຈາກ http://itsd.edu.la/IT_Festa/

More »

English-Lao-English Dictionary to Google Translate

ໂຄງການດີໆ ທີ່ຢາກໃຫ້ທຸກຄົນມີສ່ວນຮ່ວມ ເພື່ອປະໂຫຍດຂອງຄົນລາວເຮົານຳກັນໃນອະນາຄົດ =) ລາຍລະອຽດເພີ່ມເຕີມ ອ່ານໄດ້ໃນ https://sites.google.com/site/eng2lao/

More »

ທາງການໄທຢຸດຕິການ block ເວບ YouTube.com ແລ້ວ

ຫລັງຈາກທີ່ທາງການໄທໄດ້ທຳການ block ການເຂົ້າເຖິງເວບໄຊຕ໌ YouTube.com ເຊິ່ງເປັນເວບໄຊຕ໌ວີດິໂອລາຍໃຫຍ່ທີ່ສຸດໃນໂລກຕອນນີ້; ຜ່ານມາເປັນເວລາຫລາຍເດືອນ ໃນທີ່ສຸດກະຊວງ ICT ຂອງປະເທດໄທກໍ່ໄດ້ຍົກເລີກການສະກັດກັ້ນການເຂົ້າເຖິງ YouTube.com ໂດຍໄດ້ມີຂໍ້ຕົກລົງກັບທາງ YouTube.com ວ່າ ທາງ YouTube.com ຈະຕ້ອງກັນ IP ຈາກປະເທດໄທບໍ່ໃຫ້ສາມາດເບິ່ງຄລິບວີດິໂອທີ່ລະເມີດກົດຫມາຍຂອງປະເທດໄທໄດ້. ການຍົກເລີກການ block ເວບ YouTube.com ຢ່າງເປັນທາງການໃນຄັ້ງນີ້ ສົ່ງຜົນໃຫ້ຜູ້ໃຊ້ບໍລິການອິນເຕີເນັດຂອງລາວໂທລະຄົມສາມາດເຂົ້າໃຊ້ງານ YouTube.com ໄດ້ຕາມປົກກະຕິແລ້ວ ເພາະວ່າ Gateway ຂອງລາວໂທລະຄົມນັ້ນແລ່ນຜ່ານປະເທດໄທ. ຫາກປະເທດໄທ block ເວບໄຊຕ໌ໃດ ໆ ກໍ່ຕາມ, ກໍ່ຈະສົ່ງຜົນໃຫ້ຜູ້ໃຊ້ບໍລິການອິນເຕີເນັດຂອງລາວໂທລະຄົມ ບໍ່ສາມາດເຂົ້າເວບໄຊຕ໌ນັ້ນ ໆ ໄດ້ນຳ. ທີ່ມາ – The Nation [via Blognone]

More »

ການບິນລາວເປີດທົດລອງໃຊ້ລະບົບ e-Ticket

ການບິນລາວ ຫຼື Lao Airlines ມີແຜນການທີ່ຈະນຳລະບົບ e-Ticket ມາໃຊ້ກັບສາຍການບິນຂອງຕົນ ໂດຍຈະເລີ່ມທົດລອງໃຊ້ງານຕັ້ງແຕ່ຕອນນີ້ໄປຈົນເຖິງເດືອນກໍລະກົດປີນີ້ ຈຶ່ງຈະມີການເປີດໃຊ້ງານຢ່າງເປັນທາງການ ເຊິ່ງໃນເບື້ອຕົ້ນນີ້ ຈະມີໃຫ້ໃຊ້ປະມານ 10 ເຖິງ 20 ປີ້ຕໍ່ເດືອນ ແລະເລີ່ມມີໃຊ້ເປັນປົກກະຕິເມື່ອຮອດເດືອນກໍລະກົດ ການຫັນມາໃຊ້ລະບົບ e-Ticket ເປັນໜຶ່ງໃນນະໂຍບາຍຂອງ ສະມາຄົມການບິນສາກົນ ທີ່ໃຫ້ແຕ່ລະສາຍການບິນໃຊ້ e-Ticket ໂດຍໃນລາວກໍ່ມີສະໜາມບິນນາ ໆ ຊາດວັດໄຕ, ສະໜາມບິນຫລວງພະບາງ ແລະສະໜາມບິນປາກເຊ ທີ່ຈະເປີດບໍລິການໃຫ້ໃຊ້ ທາງສາຍການບິນລາວຍັງໄດ້ລະບຸວ່າໃນເດືອນກໍລະກົດປີນີ້ ເມື່ອເປີດຕົວຢ່າງເປັນທາງການແລ້ວ ກໍ່ຈະເພີ່ມຄວາມສະດວກສະບາຍຫລາຍຢ່າງ ເຊັ່ນການຂໍປີ້ຄືນໃຫມ່ໃນກໍລະນີເຮັດປີ້ເສຍ ແລະ ການຈອງປີ້ຍົນຜ່ານອິນເຕີເນັດ ເປັນຕົ້ນ ທີ່ມາ – RFA Lao

More »

ຣີວິວ Lao Antivirus 2007

Lao Antivirus 2007 ເປັນໂປຣແກຣມ Antivirus ທີ່ພັດທະນາໂດຍຄົນລາວ ມີອອກມາ ຮູ້ສຶກຈະຫລາຍເວີຊັນແລ້ວພໍສົມຄວນ ຜູ້ພັດທະນາມີຊື່ວ່າ “ອາເລັກໄຊ” ໄດ້ຍິນວ່າໃຊ້ VB ໃນການພັດທະນາ ເອົາລະ ເພື່ອບໍ່ໃຫ້ເປັນການເສຍເວລາ ເຮົາມາເລີ່ມກັນເລີຍ ທຳອິດກໍ່ດາວໂຫລດຕົວຕິດຕັ້ງມາກ່ອນ ຮູ້ສຶກວ່າ ຈະເປັນ Antivirus ທີ່ມີຂະໜາດນ້ອຍຫລາຍ ນ້ອຍຈົນເຫລືອເຊື່ອ ຄາດວ່າຈະເປັນ Antivirus ທີ່ມີຂະຫນາດນ້ອຍທີ່ສຸດເທົ່າທີ່ເຄີຍເຫັນມາ ດ້ວຍຂະຫນາດພຽງ 1.5MB ເທົ່ານັ້ນ!

More »

ພາບບັນຍາກາດງານສົງການຢູ່ຫລວງພະບາງ

ເບິ່ງທັງຫມົດໄດ້ຈາກລິງກ໌ Picasa Web Album ປ.ລ. ນາງສັງຂານປີນີ້ຊື່ວ່າ “ສະລັກເພັດ ສີອຸດົມພັນ” ອາຍຸ 18 ປີ

More »

LAODEV.COM

ມີເວບໄຊຕ໌ມາແນະນຳໃຫ້ຮູ້ຈັກ Laodev.com ທີ່ມີຄຳຂວັນຂອງເວບວ່າ “ເວບໄຊຕ໌ຂອງຄົນລາວ ສຳຫລັບນັກພັດທະນາລາວ” ໂດຍເນື້ອຫາຫລັກ ໆ ໃນເວບກໍ່ຈະເປັນເລື່ອງກ່ຽວກັບຄອມພິວເຕີ ມີຂ່າວໃນແວດວົງໄອທີ, ຫາວຽກ, ເກັດຄວາມຮູ້, ຖາມ-ຕອບບັນຫາ ແລະຊື້ຂາຍ ເປັນອາທິ

More »

ວຽງລາວ – ບລັອກຄົນລາວ ເພື່ອຄົນລາວ

ຫລັງຈາກທີ່ມື້ວານໄດ້ໂພສຕ໌ໄວ້ໃນ *real me ກໍ່ມາຄິດວາ… ເອ໊ະ! ຄົນເຂົ້າ *real me ມີຫນ້ອຍກວ່າຄົນເຂົ້າບລັອກຫລັກຂອງເຮົາ ແບບນີ້ບໍ່ໄດ້ ດຽວຄົນຊິບໍຮູ້ຄືເກົ່າ ບວກກັບເຫັນວ່າ ບລັອກຂອງທ່ານລາວວຽງນັ້ນ ເປັນບລັອກທີ່ມີປະໂຫຍດ ມີສາລະ ສົມຄວນທີ່ຈະມີການບອກຕໍ່ກັນໃຫ້ເປັນທີ່ຮູ້ຈັກ ກໍ່ເລີຍຕັ້ງໃຈສ້າງໂພສຕ໌ນີ້ຂຶ້ນມາ ບລັອກ “ວຽງລາວ” ເປັນບລັອກທີ່ນຳສະເຫນີຄວາຮູ້ ຂໍ້ມູນຂ່າວສານຕ່າງ ໆ ແກ່ຄົນລາວ ໂດຍໃຊ້ພາສາລາວເປັນພາສາຫລັກ ໂດຍເນື້ອຫາໃນບລັອກ ກໍ່ຈະມີຕັ້ງແຕ່ເລື່ອງຄອມພິວເຕີທົ່ວໄປ, ການຊອກຫາຂໍ້ມູນ, ການຂຽນໂປຣແກຣມ, ການໃຊ້ງານໂປຣແກຣມຕ່າງ ໆ ລວມໄປເຖິງເທັກນິກການໃຊ້ງານຕ່າງ ໆ ອີກນຳ ນັບວ່າຫນ້າສົນໃຈຢ່າງຍິ່ງ ຂ້າພະເຈົ້າເອງ ກໍ່ຂໍຊົມເຊີຍຄວາມເສັຍສະຫລະ ຂອງທ່ານວຽງລາວ ທີ່ໄດ້ຮ່ວມກັນສ້າງສັນເນື້ອຫາພາສາລາວ ໃນໂລກອິນເຕີເນັດ ໃຫ້ແຜ່ຫລາຍຂຶ້ນ ແລະເປັນປະໂຫຍດແກ່ຄົນລາວຕໍ່ ໆ ໄປ ຢ່າລືມ… ແວະໄປທີ່ “ວຽງລາວ” ບລັອກຄົນລາວ ເພື່ອຄົນລາວ ^_^

More »

LaoSportFC.com

ແນະນຳເວັບໃຫມ່ຂອງຄົນລາວ (ດົນໆ ມີອອກມາເທື່ອຫນຶ່ງ ຊຶ້ງ Y_Y) www.LaoSportFC.com ເວັບໄຊທ໌ ທີ່ນຳສະເຫນີຂ່າວສານກິລາໃນພາສາລາວ ເຖິງວ່າ ຕອນນີ້ຈະຍັງບໍ່ສົມບູນ ແຕ່ຄາດວ່າ ອະນາຄົດ ຫນ້າຈະໄປໄດ້ດີ ເນື້ອຫາສ່ວນໃຫຍ່ ຈະນຳມາຈາກຫນັງສືພິມ ຈະເປັນການລາຍງານຂ່າວກິລາ ທັງໃນ ແລະນອກ ແຕ່ວ່າ ຍັງບໍ່ມີລະບົບສະແດງຄວາມຄິດເຫັນເທື່ອ ຫວັງວ່າຕໍ່ໄປຄົງຈະມີ ສາ….ທຸ! ຂໍໃຫ້ຢູ່ທົນ

More »

ງານ IT COM LAO 2007

ໃນປີ 2007 ສປປ ລາວ ຈະໄດ້ຈັດງານ IT COM LAO 2007 ໂດຍກະຊວງວິທະຍາສາດ ເທັກໂນໂລຢີ ສປປ ລາວ ໃນວັນທີ 5-8 ເມສາ 2007 ບໍລິເວນໂຮງແຮມດອນຈັນພາເລດ ເຊິ່ງຖືວ່າເປັນການຈັດງານສະແດງເທັກໂນໂລຢີສາລະ ສົນເທດ ແລະ ການສື່ສານທີ່ໃຫຍ່ທີ່ສຸດຄັ້ງທຳອິດຂອງປະເທດ ແລະ ເປັນຄັ້ງທຳອິດຂອງການປະກາດສັກກາຍະພາບຂອງ ສປປ ລາວ ແລະ ເປັນການປູທາງໃຫ້ຜູ້ປະກອບການທາງດ້ານ IT ລະດັບຊັ້ນນຳຂອງໂລກເຂົ້າມາຮ່ວມສະແດງເທັກໂນໂລຢີ ທີ່ທັນສະໄຫມ ພ້ອມກັບສ້າງຕະຫລາດ ແລະ ການລົງທຶນໃນ ສປປ ລາວ ເປັນໄປຕາມນະໂຍບາຍຂອງລັດຖະບານ. ການຈັດງານ IT COM LAO 2007 ທາງກະຊວງໄດ້ຕັ້ງເປົ້າຫມາຍທີ່ຈະໄດ້ຮັບຄວາມສົນໃຈ ຈາກຜູ້ປະກອບ ການທີ່ເຂົ້າຮ່ວມສະແດງ ແລະ ຜູ້ເຂົ້າຊົມທັງໃນ ແລະ ຕ່າງປະເທດປະມານວັນລະ 5.000 ຄົນ ເຖິງ 10.000 ຄົນ ໂດຍຜູ້ [...]

More »