ແຈ້ງການຈາກຄະນະ Information Systems & Computing ຂອງມະຫາວິທະຍາໄລເພັນຊີວາເນຍ (Pennsylvania) ແນະອາຈານແລະນັກສຶກສາ ລະງັບການອັບເກຣດໄປໃຊ້ Service Pack 1 ສຳຫລັບ Windows Vista ໄວ້ຊົ່ວຄາວ ຈົນກວ່າມັນຈະໄດ້ຮັບການແກ້ໄຂ ໃຫ້ພ້ອມໃຊ້ງານຫລາຍຂຶ້ນກວ່າທີ່ເປັນ
ເຫດສືບເນື່ອງມາຈາກວ່າມີຜູ້ດາວໂຫລດແລະຕິດຕັ້ງ Service Pack 1 ຂອງ Windows Vista ແລ້ວພົບບັນຫາຈໍຟ້າແຫ່ງຄວາມຫາຍະນະ ລວມເຖິງການໃຊ້ຊັບພະຍາກອນທີ່ຫລາຍຂຶ້ນໃນ Service Pack ດັ່ງກ່າວ ທີ່ຜູ້ໃຊ້ຕ້ອງມີຄອມພິວເຕີທີ່ມີຫນ່ວຍປະມວນຜົນ ຄວາມໄວຫລາຍກວ່າ 1GHz ແລະມີຫນ່ວມຄວາມຈຳຢ່າງຫນ້ອຍ 1GB ຂຶ້ນໄປ
ທີ່ມາ – Pantip News