Posts Tagged ‘iPhone’

Command & Conquer Red Alert on iPhone!

ອີກຄັ້ງນຶ່ງກັບ Series ອຳມະຕະ Red Alert ໃນຕະກູນ Command & Conquer ເຊິ່ງຄັ້ງນີ້ສົງຄາມເກີດຂຶ້ນໃນ iPhone (ແລະ iPod Touch)! Red Alert ພາກນີ້ເປັນເຫດການກ່ອນໜ້າ Command & Conquer ພາກທຳອິດ ເຊິ່ງເກີດຂຶ້ນໃນໄລຍະປີ 1950 ເມື່ອບໍ່ມີ Hilter ພາໃຫ້ສະຫະພາບໂຊຫວຽດເຮືອງອຳນາດຂຶ້ນມາ ແລະພະຍາຍາມຍຶດຄອງທົ່ວທັງຢູໂຣບ ແລະເອເຊຍ. ຮູບແບບຂອງເກມນັ້ນຍັງຄົງເປັນ RTS ເຊັ່ນເດີມ ແລະແນ່ນອນວ່າຖືກປັບປຸງໃຫ້ເໝາະສຳລັບລະບົບຈໍສຳຜັດຂອງ iPhone ຫຼາຍຂຶ້ນ. ພາບໃນໂຕເກມນັ້ນເປັນແບບ 3D ສາມາດປັບປ່ຽນມຸມກ້ອງໄດ້. ການຫຼິ້ນກໍລື່ນໄຫຼ ແລະສຽງພາຍໃນເກມເປັນແບບດຽວກັບພາກ PC. ສຳລັບກຳນົດການອອກແມ່ນວັນທີ 23 ຕຸລາ ຜ່ານທາງ App Store ຂອງ Apple. ທີ່ມາ – LaoMac.net

More »

Google ເລີ່ມໂຄສະນາໃນ iPhone Map

ມີລາຍງານຜູ່ພົບເຫັນໂຄສະນາໃນໂປຣແກຣມແຜນທີ່ຂອງ iPhone ແລ້ວ ເຊິ່ງໂປຣແກຣມ Map ໃນ iPhone ນັ້ນ ໃຊ້ແຜນທີ່ຈາກ Google ແລະແນ່ນອນວ່າ ບໍ່ຊ້າກໍໄວຕ້ອງມີໂຄສະນາແນ່ນອນ. ສຳລັບການໂຄສະນາໃນ iPhone Map ນັ້ນທາງ Google ຍັງບໍ່ໄດ້ຖະແຫຼງການຢ່າງເປັນທາງການເທື່ອ ແຕ່ເນື້ອຫາການໂຄສະນາຈະເປັນລັກສະນະຈຸດໃນແຜນທີ່ ເມື່ອເວລາທີ່ຜູ່ໃຊ້ຊອກຫາສະຖານທີ່ ກໍຈະມີໂຄສະນາຂອງສະຖານທີ່ໃກ້ຄຽງກັນນັ້ນຂຶ້ນມາພ້ອມ. ມີຫຼາຍຄົນຕັ້ງຂໍ້ສັງເກດວ່ານີ້ອາດສິ່ງທີ່ Google ຈະໄດ້ເຮັດກ່ອນທີ່ Apple ຈະໃຊ້ລະບົບແຜນທີ່ຂອງຕົນເອງ (ເຊິ່ງໄດ້ມາຈາກການເຂົ້າຊື້ PlaceBase ໃນເດືອນກໍລະກົດທີ່ຜ່ານມາ). ທີ່ມາ – searchengineland.com

More »

China Unicom ກຽມຂາຍ iPhone ໃນຈີນເດືອນໜ້າ

ບໍລິສັດ China Unicom ຈັດຊື້ iPhone ຈຳນວນ 5 ລ້ານເຄື່ອງໃນວົງເງິນ 10 ພັນລ້ານຢວນ (ປະມານ 1.46 ພັນລ້ານໂດລາ) ຈາກ Apple ເພື່ອກຽມຂາຍໃນເດືອນກັນຍາທີ່ຈະມາເຖິງນີ້. Yu Zaonan ຜູ່ຈັດການທົ່ວໄປຂອງຜະແນກພັດທະນາລູກຄ້າບໍລິສັດ China Unicom ເປີດເຜີຍວ່າ iPhone ລຸ້ນ 8GB ຈະມີອອກມາຈຳໜ່າຍໄວ ໆ ນີ້ໃນລາຄາ 2,400 ຢວນ ແລະ 4,800 ຢວນສຳລັບລຸ້ນ 16GB ສຳລັບ China Unicom ນັ້ນຄາດການວ່າຈະເປັນຈັດຈຳໜ່າຍ iPhone ແຕ່ພຽງຜູ່ດຽວໃນຈີນ. ທີ່ມາ – IBTimes

More »

ຂ່າວລື iPhone ລາຄາ $99 ໄວ ໆ ນີ້

ມີຂ່າວອອກມາວ່າ Apple ຈະເລີ່ມຂາຍ iPhone ລຸ້ນທີ່ມີລາຄາຖືກລົງໃນຊ່ວງລະດູຮ້ອນທີ່ໃກ້ຈະມາຮອດນີ້ ເຊິ່ງແຫຼ່ງຂ່າວລະບຸວ່າ ຈະຫຼຸດຕົ້ນທຶນໂດຍການຫຼຸດຄວາມສາມາດຕ່າງ ໆ ລົງ ເຊັ່ນ ຄວາມລະອຽດກ້ອງທີ່ນ້ອຍລົງ, ບໍ່ມີລະບົບ 3G ຫຼື GPS ແລະໃຊ້ບໍລິການລາຍເດືອນທີ່ຖືກລົງ ຢ່າງໃດກໍ່ຕາມກໍ່ຍັງບໍ່ເປັນທີ່ຢືນຢັນເທື່ອ ຈົນກວ່າຈະມີຄວາມຊັດເຈນຫຼາຍກວ່ານີ້ ທີ່ມາ – The Business Insider

More »

SimCity for iPhone & iPod Touch

iPhone ແລະ iPod Touch ເລີ່ມມີເກມມາລົງຫຼາຍຂຶ້ນ ຫຼ້າສຸດນີ້ SimCity ເກມສ້າງເມືອງຍອດນິຍົມທີ່ມີມາກວ່າ ໑໐ ປີ ກໍ່ໄດ້ມີເວີຊັນສຳລັບ iPhone ແລະ iPod Touch ເປັນທີ່ຮຽບຮ້ອຍແລ້ວດ້ວຍລາຄາພຽງ $9.99 ເທົ່ານັ້ນ ສາມາດຊື້ໄດ້ຜ່ານ iTunes Store. ໂດຍຫຼັກແລ້ວ ພາຍໃນເກມຈະຄ້າຍ ໆ ພາກທີ່ຜ່ານມາ ການຄວບຄຸມຈະໃຊ້ປະໂຫຍດຈາກລະບົບຈໍສຳຜັດ ເຊິ່ງທາງແຫຼ່ງຂ່າວໃຫ້ຄຳເຫັນວ່າ ການຫຼິ້ນຂ້ອນຂ້າງຈະດີ ເຖິງແມ່ນຈະຕົວເກມຈະມີບັນຫາທາງເທັກນິກ ເຊັ່ນການໂຫຼດທີ່ຊ້າ ແລະມີ bugs ພາຍໃນເກມຢູ່ແດ່ກໍ່ຕາມ.

More »

Google Earth for iPhone

ເຖິງວ່າ Google ຈະມີ Adriod ແຕ່ກໍ່ບໍ່ໄດ້ໝາຍຄວາມວ່າຈະຊັງນ້ຳໜ້າ Apple ຈົນເກີນໄປ ຫຼ້າສຸດນີ້ Google ອອກໂປຣແກຣມແຜນທີ່ສາມມິຕິ Google Earth ສຳລັບມືຖື iPhone ເປັນທີ່ຮຽບຮ້ອຍແລ້ວ. ລາຍລະອຽດສາລະສຳຄັນຂອງ Google Earth ເວີຊັນ iPhone ນັ້ນ ຂ້ອນຂ້າງຈະຄ້າຍກັບ Desktop ຢູ່ໂດຍທົ່ວໄປ ຍົກເວັ້ນການດຶງຄວາມສາມາດໃນສ່ວນຂອງ Multi-Touch ໃນ iPhone ມາເປັນປັດໃຈບວກໃຫ້ Navigation ຂອງໂປຣແກຣມ. ນອກຈາກນັ້ນ ຍັງມີການສະແດງຂໍ້ມູນຮູບພາບ ແລະລາຍລະອຽດຂອງສະຖານທີ່ໂດຍໃຊ້ Wikipedia ຮວມເຖິງຄວາມສາມາດໃນການູຊອກຫາຕຳແໜ່ງ ຜ່ານ GPS, ເຄືອຂ່າຍ WiFi ແລະຕຶກສົ່ງສັນຍານມືຖືຕ່າງ ໆ ອີກນຳ.

More »

Instinct –ຄູ່ແຂ່ງ iPhone

Sprint ຈັບມືກັບ Samsung ສ້າງໂທລະສັບມືຖືຄູ່ແຂ່ງ iPhone ຂຶ້ນມາໃນຊື່ Instince ເຊິ່ງທາງຜູ້ພັດທະນາອ້າງວ່າ ມີຄວາມສາມາດສູສີກັບ iPhone ຂອງ Apples​ ເລີຍ ຄວາມສາມາດຫລັກ ໆ​ ຂອງ Instince​ ຄື ຫນ້າຈໍລະບົບສຳຜັດແບບ Haptic​ ຂະຫນາດ 3.1″ ຮອງຮັບ 3G ແບບ CDMA EV-DO Rev A ມີ GPS ໃນຕົວ ມີກ້ອງ 2 Mega pixels ຫນ່ວຍຄວມຈຳ 2GB ใຊ້ MicroSD​ ແລະເພີ່ມໄດ້ສູງສຸດທີ່ 8GB ມີລະບົບສັ່ງງານໂດຍໃຊ້ສຽງເວົ້າ ເປີດອ່ານເວັບໄດ້ຕາມລວງຂວາງ ຮອງຮັບ Visual Voice Mail ຮອງຮັບ POP3 ມີ AOL, Gmail ແລະ Yahoo!​ [...]

More »

ຖ່າຍວີດິໂອລະດັບ HD ແລະການສ້າງຣິງໂທນຟຣີໃນ iPhone

Hacker ທີ່ມີຊື່ວ່າ Drunknbass ໄດ້ອັບໂຫລດວີດິໂອສາທິດການໃຊ້ ໄອໂຟນ ເພື່ອບັນທຶກພາບວີດິໂອຄວາມລະອຽດລະດັບ HD ດ້ວຍກ້ອງ 2.0 Mega pixel ຂອງໄອໂຟນ ໂດຍໃນຂະນະນີ້ນັ້ນ ຄວາມສາມາດຂອງໂປຣແກຣມສາມາດບັນທຶກພາບໄດ້ພຽງ 5 ວິນາທີ ດ້ວຍ Framerate ທີ່ 10FPS ຕໍ່ວິນາທີ ເທົ່ານັ້ນ ເຊິ່ງຄາດການກັນວ່າ ເມື່ອໂປຣແກຣມດັ່ງກ່າວເສັດສົມບູນແລ້ວຈະສາມາດບັນທຶກພາບໄດ້ 45FPS ຕໍ່ວິ ແລະສາມາດບັນທຶກໄປໄດ້ຈົນກວ່າຫນ່ວຍຄວາມຈຳຈະເຕັມ ທີ່ມາ – Slashdot [via Blognone] ແລະອີກຂ່າວຫນຶ່ງຄື ມີວິທີໃຫມ່ໃນການສ້າງຣິງໂທນ ຫຼື ສຽງເອີ້ນເຂົ້າ ໃຫ້ກັບໄອໂຟນໄດ້ແລ້ວ ໂປຣແກຣມທີ່ວ່ານີ້ຄື GarageBand 4.1.1 ແຕ່ວ່າມີຂໍ້ຈຳກັດຢູ່ບ່ອນຣິງໂທນນັ້ນຕ້ອງມີຄວາມຍາວບໍ່ເກີນ 40 ວິນາທີ ສຳຫລັບວິທີເຮັດນັ້ນສາມາດອ່ານໄດ້ຈາກເອກກະສານຂອງ Apple ໂດຍປົກກະຕິແລ້ວນັ້ນ iPhone ໃນເວລາທີ່ວາງຂາຍທຳອິດຈະບໍ່ສາມາດເພີ່ມຣິງໂທນໄດ້ເລີຍ ຈົນເມື່ອເດືອນກັນຍາທີ່ຜ່ານມາ Apple ເຊິ່ງເປັນບໍລິສັດຜູ້ຜະລິດກໍ່ໄດ້ອອກ Firmware ໃຫມ່ເພື່ອເພີ່ມຄວາມສາມາດແລະແກ້ໄຂບັນຫາຕ່າງ ໆ ໂດຍໃນ [...]

More »

iUnlock –ໂປຣແກຣມປົດລັອກ iPhone ຟຣີ!

ກ່ອນຫນ້ານີ້ມີການປົດລັອກມືຖືໄອໂຟນໄດ້ແລ້ວ ແຕ່ວ່າເປັນແບບເສຍເງິນ ($99 ຕໍ່ເຄື່ອງ) ແຕ່ຕອນນີ້ທີມ “iPhone Dev” ກໍ່ໄດ້ປ່ອຍຕົວປົດລັອກແບບ OpenSource ອອກມາໃຫ້ທົດລອງໃຊ້ກັນແລ້ວ ເຊິ່ງ EnGadget ຢືນຢັນວ່າສາມາດໃຊ້ງານໄດ້ແທ້ ແຖມຍັງສາມາດໃຊ້ໄດ້ປົກກະຕິເຖິງຈະ Restore ຕົວ iPhone ກໍ່ຕາມ ແຕ່ວ່າໃນບາງກໍລະນີເມື່ອປົດລັອກແລ້ວຈະບໍ່ສາມາດໃຊ້ YouTube ໄດ້ ເຊິ່ງຄາດວ່າຈະໄດ້ຮັບການແກ້ໄຂໃນເວີຊັນຖັດໄປນີ້ ສຳຫລັບລາຍລະອຽດພ້ອມວິທີການສາມາດອ່ານໄດ້ຈາກລິງກ໌ທີ່ມາ ທີ່ມາ – EnGadget.com

More »