ຂຽນຫົວຂໍ້ຂ່າວບໍ່ຄົບຖ້ວນປານໃດ ແຕ່ຢ່າມັນກ່ອນ ໕໕໕+ ມາເຂົ້າເລື່ອງກ່ອນດີກວ່າ ເລື່ອງຂອງເລື່ອງກໍ່ຄື Opera ເວັບບຣາວເຊີ ທີ່ຫລາຍໆ ຄົນຮູ້ຈັກກັນດີໃນເລື່ອງຂອງຄວາມໄວນັ້ນ ທາງຜູ້ພັດທະນາເພິ່ນໃຈດີ ແຈກໃຫ້ຜູ້ທີ່ເປັນເຈົ້າຂອງເຄື່ອງເກມ Nintendo Wii ໄດ້ໃຊ້ຟຣີໆ ແຕ່ດຽວກ່ອນ…! ຂອງດີມີນ້ອຍ ເພິ່ນແຈກໃຫ້ຟຣີແທ້ ແຕ່ຟຣີຮອດແຕ່ເດືອນກໍລະກົດປີຫນ້ານີ້ເທົ່ານັ້ນ ຫລັງຈາກນັ້ນແລ້ວກໍ່ຈະເກັບຄ່າເງິນຕາມປົກກະຕິ ໂດຍຈ່າຍເປັນຄະແນນ ໕໐໐ ຄະແນນ ແລະຊື້ເອົາໃນ Wii Shop
ສຳຫລັບ Opera ໃນເວີຊັ່ນສຳຫລັບເຄື່ອງເກມ Wii ນັ້ນ ກໍ່ມີຄວາມສາມາດມາກມາຍຫລາກຫລາຍໃຫ້ໃຊ້ງານ ແລະທີ່ສຳຄັນ ມັນຍັງໄດ້ຮັບການພັດທະນາພິເສດ ໃຫ້ເຫມາະສົມກັບການໃຊ້ງານສຳຫລັບເຄື່ອງເກມ Wii ອີກ ແຕ່ມັນຊິເປັນແນວໃດແທ້ ກໍ່ຍັງບໍ່ຮູ້ເທື່ອ ເພາະວ່າບ້ານເຮົາ ເຄື່ອງເກມ Wii ເກືອບຊິບໍ່ມີຄົນຮູ້ຈັກເລີຍ ເສົ້າ Y_Y
Update: ວິດີໂອການໃຊ້ງານ Opera ໃນ Wii
Source: 1UP