ທາງການໄທຢຸດຕິການ block ເວບ YouTube.com ແລ້ວ
ຫລັງຈາກທີ່ທາງການໄທໄດ້ທຳການ block ການເຂົ້າເຖິງເວບໄຊຕ໌ YouTube.com ເຊິ່ງເປັນເວບໄຊຕ໌ວີດິໂອລາຍໃຫຍ່ທີ່ສຸດໃນໂລກຕອນນີ້; ຜ່ານມາເປັນເວລາຫລາຍເດືອນ ໃນທີ່ສຸດກະຊວງ ICT ຂອງປະເທດໄທກໍ່ໄດ້ຍົກເລີກການສະກັດກັ້ນການເຂົ້າເຖິງ YouTube.com ໂດຍໄດ້ມີຂໍ້ຕົກລົງກັບທາງ YouTube.com ວ່າ ທາງ YouTube.com ຈະຕ້ອງກັນ IP ຈາກປະເທດໄທບໍ່ໃຫ້ສາມາດເບິ່ງຄລິບວີດິໂອທີ່ລະເມີດກົດຫມາຍຂອງປະເທດໄທໄດ້. ການຍົກເລີກການ block ເວບ YouTube.com ຢ່າງເປັນທາງການໃນຄັ້ງນີ້ ສົ່ງຜົນໃຫ້ຜູ້ໃຊ້ບໍລິການອິນເຕີເນັດຂອງລາວໂທລະຄົມສາມາດເຂົ້າໃຊ້ງານ YouTube.com ໄດ້ຕາມປົກກະຕິແລ້ວ ເພາະວ່າ Gateway ຂອງລາວໂທລະຄົມນັ້ນແລ່ນຜ່ານປະເທດໄທ. ຫາກປະເທດໄທ block ເວບໄຊຕ໌ໃດ ໆ ກໍ່ຕາມ, ກໍ່ຈະສົ່ງຜົນໃຫ້ຜູ້ໃຊ້ບໍລິການອິນເຕີເນັດຂອງລາວໂທລະຄົມ ບໍ່ສາມາດເຂົ້າເວບໄຊຕ໌ນັ້ນ ໆ ໄດ້ນຳ. ທີ່ມາ – The Nation [via Blognone]
More »


