Posts Tagged ‘Internet’

Google Chrome 4

ມາແບບງົງໆ ປານຕອນເປີດໂຕໃໝ່ໆ ເພາະ Google Chrome 4.0 ເວີຊັນ Stable ບໍ່ແມ່ນ Beta ນັ້ນອອກມາຮຽບຮ້ອຍແລ້ວ! ຈຸດພິເສດສຳຄັນໃນ Google Chrome 4 ກໍຄືຮອງຮັບລະບົບ Extension ຫຼືທີ່ Firefox ເອີ້ນວ່າ Addon ນັ້ນເອງ ເຊິ່ງນອກຈາກລະບົບ Extension ທີ່ຜູ່ໃຊ້ສາມາດດາວໂຫລດມາເພີ່ມເຕີມໄດ້ຢ່າງຫຼວງຫຼາຍແລ້ວ ກໍຍັງມີ Bookmark Sync ເຊິ່ງກໍຄ້າຍໆ ແບບ Xmarks ແຕ່ເປັນຂອງ Google ເອງ ແລະເຊື່ອມຕໍ່ກັບ account ຂອງ Google ອີກນຳ.
ດ້ານຄວາມໄວນັ້ນ Chrome 4 ທົດສອບໂດຍການໃຊ້ Dromaeo DOM Core ປາກົດວ່າ ໄວກວ່າ Chrome ເວີຊັນທຳອິດທີ່ອອກມາຕັ້ງແຕ່ປີກາຍນີ້ເຖິງ 400%

ແຕ່ມັນຈະໄວແທ້ຫຼືບໍ່ນັ້ນ ເຊີນມາຮ່ວມພິສູດກັນໄດ້ເລີຍ; ທ່ານສາມາດດາວໂຫລດ Google Chrome 4 [...]

More »

ປ່ຽນ DNS ງ່າຍໆ ໂດຍໃຊ້ DNS Jumper

ດັ່ງທີ່ຮູ້ກັນວ່າ ທຸກມື້ນີ້ DNS ບໍ່ມີສະເພາະຂອງ ISP ໃຫ້ມາເທົ່ານັ້ນ ຜູ່ໃຊ້ສາມາດເລືອກໃຊ້ DNS ຈາກຜູ່ໃຫ້ບໍລິການອື່ນໆ ໄດ້ຕາມຄວາມພໍໃຈ ບໍ່ວ່າຈະເປັນ OpenDNS ຫຼື Google DNS ເປັນຕົ້ນ. ຢ່າງໃດກໍຕາມການປ່ຽນ DNS ນັ້ນ ບາງຄັ້ງກໍຮູ້ສຶກວ່າຈະໃຊ້ຫຼາຍຂັ້ນຕອນເຫຼືອເກີນ ມື້ນີ້ຈຶ່ງມີແນະນຳໂປຣແກຣມນ້ອຍໆ ທີ່ຈະຊ່ວຍປ່ຽນ DNS ໃຫ້ເນັດຂອງທ່ານແບບງ່າຍໆ ໂດຍໃຊ້ DNS Jumper.
DNS Jumper ເປັນໂປຣແກຣມ Freeware ທີ່ດາວໂຫລດພ້ອມໃຊ້ທັນທີບໍ່ຕ້ອງຕິດຕັ້ງໃຫ້ຫຍຸ້ງຍາກ; ເມື່ອເປີດໂປຣແກຣມຂຶ້ນມາແລ້ວ ກໍພຽງເລືອກຜູ່ໃຫ້ບໍລິການ DNS ທີ່ຕ້ອງການ ເຊິ່ງກໍມີທີ່ຄຸ້ນໆ ຕາແມ່ນ Google DNS ແລະ OpenDNS ນັ້ນເອງ.
ດາວໂຫລດ DNS Jumper ໄດ້ຈາກ FiberDownload.com
ທີ່ມາ – Ghacks.net

More »

Google DNS

ອອກມາໄດ້ໄລຍະນຶ່ງແລ້ວສຳລັບບໍລິການ Public DNS ຈາກ Google ເຊິ່ງຫາກໃຜເຄີຍໃຊ້ OpenDNS (ອ່ານໄດ້ໃນໂພສເກົ່າ) ກໍຈະພໍລຶ້ງເຄີຍກັນແດ່. Google Public DNS ເປັນບໍລິການຟຣີ DNS ສຳລັບຜູ່ຊົມໃຊ້ອິນເຕີເນັດທົ່ວໄປ ທີ່ທາງ Google ອ້າງວ່າຈະຊ່ວຍເພີ່ມຄວາມໄວໃນການດາວໂຫລດໜ້າເວັບຕ່າງໆ ໄດ້ເປັນຢ່າງດີ ເນື່ອງຈາກ Google ໂດຍປົກກະຕິຈະສົ່ງ spider bot ໄປເລາະຕາມເວັບໄຊຕ່າງໆ ຢູ່ແລ້ວ ຈຶ່ງມີລາຍລະອຽດຂອງ DNS ແລະ cache ຢູ່ເປັນຈຳນວນຫຼາຍ ເຮັດໃຫ້ສາມາດເອີ້ນມາໃຊ້ໄດ້ໄວຂຶ້ນ.
ຢ່າງໃດກໍຕາມ Google DNS ຈະເກັບຂໍ້ມູນການເຂົ້າໃຊ້ເວັບໄຊຕ່າງໆ ຂອງຜູ່ຊົມໃຊ້ໄວ້ ແລະຈະລຶບ IP ທີ່ບັນທຶກໄວ້ນັ້ນອອກພາຍໃນ 48 ຊົ່ວໂມງ ເພື່ອເປັນການຮັກສາຄວາມເປັນສ່ວນຕົວຂອງທ່ານ. ຂໍ້ມູນທີ່ເກັບໄປນັ້ນ ໃຊ້ເພື່ອສ້າງສະຖິຕິຄວາມສົນໃຈໃນເວັບໄຊທີ່ຜູ່ໃຊ້ນິຍົມເຂົ້າເລື້ອຍໆ.
ຂໍ້ແຕກຕ່າງຂອງ Google DNS ແລະ OpenDNS ໂດຍຫຼັກໆ ກໍຄື Google DNS ຈະມີເລກ IP ທີ່ງົດງາມຫຼາຍ [...]

More »

Mafiaboy: How I Cracked the Internet and Why It’s Still Broken

ປື້ມເລື່ອງ “Mafiaboy: How I Cracked the Internet and Why It’s Still Broken” ເປັນຜົນງານການຂຽນຮ່ວມກັນລະຫວ່າງ Michael Calce ແລະ Craig Silverman ເຊິ່ງເປັນເລື່ອງລາວຂອງ Michael Calce ເມື່ອລາວຍັງເປັນເດັກນ້ອຍອາຍຸ 15 ປີທີ່ສາມາດເຮັດໃຫ້ລະບົບອິນເຕີເນັດໃຫຍ່ ໆ ທົ່ວໂລກລົ້ມໄດ

ກັບໄປເມື່ອປີ 2000 ເກີດເຫດການເວັບໄຊໃຫຍ່ ໆ ຂອງໂລກເຊັ່ນ CNN, Yahoo, eBay, Amazon ແລະ E*Trade Financial ຕ້ອງລົ້ມໄປເປັນເວລາຫຼາຍຊົ່ວໂມງ ແລະຕໍ່ມາທາງ FBI ແລະກໍ່ຕາມຫາຕົວຜູ້ຢູ່ເບື້ອງຫຼັງນີ້ ຈົນໄດ້ພົບວ່າເປັນຜົນງານຂອງເດັກນ້ອຍອາຍຸພຽງ 15 ປີເທົ່ານັ້ນ (ໄດ້ຮັບໂທດໄປຫຼາຍກວ່າ 50 ຂໍ້ຫາ)
ປື້ມດັ່ງກ່າວຈະກ່ຽວບັນທຶກກ່ຽວກັບເຫດການ ແລະເລື່ອງທີ່ເກີດຂຶ້ນເມື່ອ 8 ປີກ່ອນຂອງ Michael Calce ເຊິ່ງມີກຳນົດການວາງຈຳໜ່າຍໃນໄວ ໆ ນີ້
ທີ່ມາ [...]

More »

ມາແລ້ວ! Google Chrome

ມື້ວານນີ້ຂຽນຂ່າວປະໄວ້ ວ່າ Google ຈະອອກ Web Browser ຂອງຕົວເອງໃນມື້ນີ້ ແລະກໍ່ເປັນໄປຕາມນັ້ນ ບໍ່ຖືກພະຍາດເລື່ອນເຂົ້າແຊກແຊງຕ່າງຢ່າໃດ ເມື່ອເວລາປະມານ ໒ ໂມງເຊົ້າຂອງວັນທີ່ ໓ ກັນຍາ ໒໕໕໑ ທາງ Google ກໍ່ເປີດໜ້າດາວໂຫລດຂອງ Google Chrome ໃຫ້ຄົນທົ່ວໄປໄດ້ດາວໂຫລດໄປທົດລອງໃຊ້ໄດ້.
ການທົດລອງໃຊ້ເບິ່ງກໍ່ພົບວ່າ ມີບັນຫາຢູ່ເລັກນ້ອຍ ແລະທົ່ວໄປ ເພາະວ່າ Chrome ໃຊ້ WebKit ເປັນ rendering engine ເລີຍເຮັດໃຫ້ບໍ່ລຶ້ງເຄີຍປານໃດ ເຖິງແມ່ນວ່າມັນຈະໄວກໍ່ຕາມ ຫາກແຕ່ພົບວ່າມີບັນຫາໃນການໃຊ້ພາສາລາວຢູ່ ເຊັ່ນ ເວລາພິມຄຳວ່າ “ເລີກ” ແລ້ວກົດ Backspace ເພື່ອລຶບນັ້ນ ເມື່ອລຶບ ກ ອອກໄປແລ້ວ ກົດ Backspace ອີກຄັ້ງໜຶ່ງເພື່ອລຶບສະຫຼະອີ ຈະພົບວ່າມັນຫາຍໄປໝົດເລີຍທັງຄຳ (ໝາຍຄວາມວ່າ ບໍ່ໄດ້ລຶບສະເພາະສະຫຼະອີ ແຕ່ລຶບໝົດ) ບໍ່ຄືໃນ Firefox ຫຼື IE ທີ່ສາມາດລຶບໄດ້ເທື່ອລະໂຕ –ບັນຫານີ້ຮູ້ສຶກວ່າຈະມີໃນ [...]

More »

Google Chrome — Web browser ຈາກ Google!

ຫຼັງຈາກທີ່ເປັນຂ່າວມາດົນວ່າ Google ຈະສ້າງ Web browser ຫຼືໂປຣແກຣມທ່ອງເວັບຂຶ້ນມາດ້ວຍຕົວເອງ ແຕ່ທີ່ຜ່ານມາກໍ່ບໍ່ໄດ້ມີຫຼັກຖານຫຍັງ ຈົນມາຮອດຕອນນີ້ ທາງ Google ໄດ້ອອກມາປະກາດຢ່າງເປັນທາງການແລ້ວວ່າ ກຳລັງພັດທະນາ Google Chrome ຢູ່

ໂດຍຫຼັກແລ້ວ Google Chrome ຖືກອອກແບບມາໃໝ່ ບໍ່ຄືດັ່ງທີ່ Web browser ໃນປັດຈຸບັນ ໂດຍສະເພາະແມ່ນເລື່ອງລະບົບ multi-process ທີ່ຖືກນຳມາໃຊ້ໃນ Chrome ນີ້. ການເປີດ Tab ນັ້ນ ຈະຖືກແບ່ງອອກເປັນ process ສະເພາະຂອງໃຜມັນ ເມື່ອແຖບໃດມີບັນຫາ ກໍ່ສາມາດປິດແຖບນັ້ນ ເພື່ອປ້ອງກັນບໍ່ໃຫ້ລະບົບລົ້ມທັງໝົດພ້ອມ ໆ ກັນ (ເຊັ່ນໃນ IE ຫຼື Firefox ມັກເປັນ).
ໃນສ່ວນຂອງການສະແດງຜົນແລ້ວ Chrome ໃຊ້ Webkit ເປັນ rendering engine (ແບບດຽວກັບທີ່ໃຊ້ໃນ Safari –Web browser ຂອງ [...]

More »

PageRank Updated!

ດົນແລ້ວທີ່ບໍ່ໄດ້ຂຽນກ່ຽວກັບ PageRank ຕັ້ງແຕ່ຮອບກ່ອນ ໆ ທີ່ມັນອັບເດດກໍ່ບໍ່ໄດ້ຂຽນອີກເລີຍ ແຕ່ວ່າ ເວັ້ນໄລຍະບໍ່ຮອດ 6 ເດືອນ ມັນກໍ່ອັບເດດອີກແລ້ວ ເຊິ່ງຖືວ່າໄວຫລາຍ ແລະອັນດັບຕ່າງ ໆ ກໍ່ມີການປ່ຽນແປງໂດຍສັງເຂບດັ່ງນີ້
ເບິ່ງເວັບໃນເຄືອກ່ອນ

au8ust.org PR4 (0) ບໍ່ຫວັງວ່າມັນຈະຂຶ້ນໄວ ໆ ນີ້ ເພາະ PR5 ໄດ້ມາຍາກຫລາຍ
*real me PR2 (-1) ອັນດັບຕົກ ອາດຈະເປັນຍ້ອນ Links ອອກຫລາຍເກີນ
au8ust’s community PR3 (0) ຮັກສາອັນດັບໄດ້ເທົ່າເກົ່າ
mydream PR0 (0) ບໍ່ຂຶ້ນຊ້ຳ ຫນ້າແປກ ສົງໄສໃຊ້ເວລາບໍ່ພໍ
au8ust.spaces.live.com PR1 (-1) ອັນດັບຕົກ ເພາະ Link ເຂົ້າຫນ້ອຍລົງ
au8ust.wordpress.com PR3 (0) ອານິສົງຈາກ WordPress.com ເຮັດໃຫ້ຮັກສາອັນດັບໄວ້ຄືເກົ່າໄດ້
au8ust.exteen.com PR2 (+1) ເພີ່ມຂຶ້ນ ໑ ອາດຈະເປັນຜົນຈາກບາງຢ່າງ
au8ust.blogspot.com PR1 [...]

More »

ເຊື່ອມຕໍ່ເຄືອຂ່າຍໄຣ້ສາຍ WPA ໃນ Windows XP SP1

ດ້ວຍຄວາມບັງເອີນອັນເຈດຕະນາໄວ້ແລ້ວ ມີແຂກມາພັກຢູ່ຫ້ອງ ແລະເຂົາມີ Notebook ທີ່ໃຊ້ Windows XP SP1 ເຊິ່ງໂດຍທົ່ວໄປແລ້ວ ຈະບໍ່ຮອງຮັບການເຂົ້າລະຫັດແບບ WPA ຈະໃຊ້ໄດ້ສະເພາະ WEP ເທົ່ານັ້ນ ແຕ່ວ່າຢູ່ທີ່ຮ້ານພັດໃຊ້ລະບົບຮັກສາຄວາມປອດໄພເປັນ WPA-PSK (Wi-Fi Protected Access Pre-Shared Key) ຫາກໃຊ້ Windows XP SP1 ເຊື່ອມຕໍ່ຫາ Access Point ທີ່ເປີດລະບົບ WPA-PSK ແລ້ວ ກໍ່ຈະບໍ່ສາມາດເຊື່ອມຕໍ່ໄດ້ ລະບົບຈະສະແດງຂໍ້ຄວາມວ່າ ລະຫັດຜ່ານບໍ່ຖືກຕ້ອງ ເນື່ອງຈາກມັນເຂົ້າໃຈວ່າກຳລັງເຊື່ອມຕໍ່ໄປທີ່ Access Point ທີ່ໃຊ້ WEP
ການແກ້ໄຂບັນຫານີ້ໃນເບື້ອງຕົ້ນກໍ່ຄິດວ່າ ຄົງຈະຕ້ອງໄດ້ອັບເກຣດໄປໃຊ້ Service Pack 2 ແຕ່ວ່າ ກໍ່ເປັນໄປໄດ້ຍາກ ເນື່ອງຈາກເປັນຄອມຂອງລູກຄ້າຫ້ອງພັກ ມັນກໍ່ເບິ່ງຄືຈະເປັນການຂີ່ຊ້າງຈັບຕັກກະແຕນເກີນໄປ ກໍ່ເລີຍຕ້ອງ Googling ຊອກຫາ Workaround ດ່ວນ ແລະໄດ້ຄວາມວ່າ ຕ້ອງລົງ Hotfix [...]

More »

OpenDNS – ທາງອອກຂອງບັນຫາ DNS

ໄລຍະຫລັງນີ້ຮູ້ສຶກວ່າອິນເຕີເນັດຂອງ ລາວໂທລະຄົມ ຈະມີບັນຫາກັບເວັບໄຊຕ໌ບາງແຫ່ງ ສົ່ງຜົນໃຫ້ເຂົ້າບໍ່ໄດ້ເປັນບາງເວັບ ເຊິ່ງຕົວຂ້າພະເຈົ້າເອງກໍ່ປະສົບບັນຫາປະມານນີ້ເຊັ່ນກັນ ລວມເຖິງທ່ານພະນົມສິນ ເພິ່ນກໍ່ບອກວ່າເຂົ້າເວັບໄຊຕ໌ຕົວເອງບໍ່ໄດ້ ແຕ່ພາຍຫລັງກໍ່ເຂົ້າໄດ້ ເມື່ອແຈ້ງໄປຫາ Host ທາງ Host ກໍ່ຕອບກັບມາວ່າອາດຈະເປັນເພາະ DNS ມີບັນຫາ ແຕ່ຂອງຂ້າພະເຈົ້ານັ້ນ ເຂົ້າ Subdomain ທີ່ສ້າງໃຫມ່ບໍ່ໄດ້ ຫຼືບາງທີ Subdomain ເກົ່າກໍ່ເຂົ້າບໍ່ໄດ້ ຫລ້າສຸດ community.au8ust.org ກໍ່ເຂົ້າບໍ່ໄດ້ ແຕ່ຄົນອື່ນທີ່ໃຊ້ເນັດບໍລິສັດອື່ນພັດວ່າເຂົ້າໄດ້ ເມື່ອປ່ຽນ DNS ແລ້ວກໍ່ເຂົ້າໄດ້ນຳເພິ່ນ
ຮູ້ສຶກວ່າຈະຂຽນສັບສົນດີ ມາເຂົ້າເລື່ອງເລີຍດີກວ່າ ມື້ນີ້ຂໍແນະນຳ OpenDNS ເຊິ່ງເປັນຜູ້ໃຫ້ບໍລິການ DNS ຟຣີແຕ່ມີຄຸນນະພາບ (ຈົນ DNS ເສຍເງິນຍັງຕ້ອງຊິດຊ້າຍ) ເຊິ່ງ OpenDNS ທີ່ວ່ານີ້ມີຄວາມສາມາດຫລັກ ໆ ກໍ່ຄື

ອັບເດດ DNS ໄດ້ໄວ (ໄວກວ່າຂອງ ISP ຫລາຍ ໆ ບ່ອນອີກ)
ປ້ອງກັນ Phishing ໄດ້ໃນລະດັບ DNS (ໃຊ້ຖານຂໍ້ມູນຈາກ PhishTank.com)
ປ້ອງກັນການເຂົ້າເຖິງເວັບໄຊຕ໌ທີ່ບໍ່ຕ້ອງການໄດ້ [...]

More »

Google Zeitgeist 2007

ເມື່ອຮອດທ້າຍປີໃດ Google ກໍ່ຈະມີສະຫລຸບສະຖິຕິການຄົ້ນຫາມາໃຫ້ເບິ່ງກັນໃນຊື່ Google Zeitgeist (ຄຳວ່າ Zeitgeist ມາຈາກພາສາເຢຍລະມັນແປວ່າ Spirit of Time ໃນພາສາອັງກິດ) ເຊິ່ງໃນປີນີ້ກໍ່ເຊັ່ນກັນ Google Zeitgeist 2007 ໄດ້ສະແດງສະຖິຕິຂອງ Keyword ຄຳຄົ້ນຫາຕ່າງ ໆ ທີ່ມີຜູ້ໃຊ້ງານກັນຫລາຍທີ່ສຸດດັ່ງນີ້
ຄຳຄົ້ນຫາທີ່ມີຄົນໃຊ້ຫລາຍທີ່ສຸດໃນອະເມລິການຣຽງຕາມໄຕຣມາດ 

More »