Posts Tagged ‘Internet Explorer’

Internet Explorer 8 Final

ເຄີຍຂຽນໄປກ່ອນໜ້ານີ້ແລ້ວກ່ຽວກັບ IE8 (ຂ່າວເກົ່າໃນ RC1 ແລະ Beta 2) ເຊິ່ງຕອນນີ້ Microsoft ປະກາດອອກແລ້ວ Final version ສຳລັບໂປຣແກຣມທ່ອງເວັບທີ່ມີສ່ວນແບ່ງຕະຫຼາດຫຼາຍທີ່ສຸດໃນປັດຈຸບັນ “Internet Explorer 8”
ໃນເວີຊັນ “Final” ກໍ່ຄ້າຍ ໆ ກັບທີ່ອອກມາກ່ອນໜ້ານີ້ ໂດຍຈະເປັນການແກ້ໄຂ bugs ຕ່າງ ໆ ທີ່ມີ ສ່ວນ feature ໃໝ່ນັ້ນ ກໍ່ຄືກັບທີ່ລາຍງານໄປກ່ອນໜ້າ ມີ private browsing mode, automatic crash recovery ແບບດຽວກັບໃນ Firefox, ການປ້ອງກັນ XSS, ແລະ SmartScreen filters. ນອກຈາກນັ້ນກໍ່ມີສ່ວນເສີມທີ່ເພີ່ມເຂົ້າມາໃໝ່ເຊັ່ນ Accelerators ທີ່ຊ່ວຍໃຫ້ສາມາດເຂົ້າເຖິງບໍລິການຕ່າງ ໆ ໄດ້ໄວຂຶ້ນ.
Internet Explorer 8 Final ມາພ້ອມກັບ 25 ພາສາໃຫ້ເລືອກດາວໂຫຼດ (ແນ່ນອນບໍ່ມີພາສາລາວເທື່ອ) [...]

More »

Internet Explorer 8 RC1

Microsoft ອອກລຸ້ນ Release Candidate 1 ຂອງ IE8 ແລ້ວ ແຕ່ຍັງບໍ່ມີ changelog ໃດ ໆ ໃຫ້ຕິດຕາມເທື່ອ ແຕ່ເລກ build ແມ່ນ 8.0.06001.18372 (ບາງແຫລ່ງຂ່າວລະບຸວ່າແມ່ນ 8.0.06001.18343 –ເຊິ່ງຕ່ຳກວ່າ build ຂອງ IE8 ໃນ Windows 7 Beta 1)
ດາວໂຫລດ…

Windows XP
Windows Vista 32Bit
Windows Vista 64Bit

ທີ່ມາ – Ghacks.net, Neowin.net

More »

Internet Explorer 8 Beta 2

ຫາກໍ່ເຫັນຂ່າວວ່າມັນອອກແລ້ວ…

ດາວໂຫລດ

More »

Internet Explorer 8 Beta 2

ອອກຫ່າງຈາກ Beta 1 ດົນພໍສົມຄວນ ແລະກໍ່ຕາມຫລັງ Firefox 3 ອີກຫລາຍກ້າວ ແຕ່ວ່າມື້ນີ້ທາງ Microsoft ກໍ່ປ່ອຍ IE8 Beta 2 ມາໃຫ້ດາວໂຫລດໄປໃຊ້ກັນແລ້ວ ໃນ Beta 2 ຈະມີສາລະພັດຄວາມສາມາດທີ່ເພີ່ມເຂົ້າມາເຊັ່ນ:

Smart Address Bar ທີ່ຄ້າຍ ໆ Awsome bar ໃນ Firefox 3
ລະບົບ Search ສາມາດສະແດງຮູບພາບໄດ້ພ້ອມ
Loosely-Coupled IE ແຍກການເຮັດວຽກຂອງລະບົບແຖບ ກັບລະບົບຫລັກອອກຈາກກັນເພື່ອບໍ່ໃຫ້ຄ້າງທັງລະບົບ
Compatibility View ໃຊ້ Render ເວັບທີ່ອອກແບບມາສຳລັບ IE6 ໃຫ້ສະແດງຜົນໄດ້
InPrivate ປ້ອງກັນການເກັບຂໍ້ມູນໃນການທ່ອງເວັບໄວ້

ຄວາມສາມາດອື່ນ ໆ ທີ່ເພີ່ມເຂົ້າມາ ສາມາດອ່ານໄດ້ໃນ ໜ້າດາວໂຫລດ Internet Explorer 8 Beta 2

More »

ການໃຊ້ Internet Explorer ຫລາຍ ໆ ເວີຊັນພ້ອມກັນ

ພໍດີຊ່ວງນີ້ຕ້ອງເຮັດເວັບໄຊໃຫ້ລູກຄ້າ ເຊິ່ງຕ້ອງເຮັດໃຫ້ຮອງຮັບ Cross Browser ຄືໃຊ້ໄດ້ໃນ Web Browser ສ່ວນໃຫຍ່ ກໍ່ຄື Firefox, Internet Explorer, Safari, Opera ເປັນຕົ້ນ ແຕ່ວ່າ ມັນກໍ່ມີຄວາມຫຍຸ້ງຍາກລຳບາກພໍສົມຄວນ ໂດຍສະເພາະແມ່ນ Internet Explorer (ຕໍ່ໄປນີ້ຈະຂຽນຫຍໍ້ວ່າ “IE”) ເພາະມັນມີຫລາຍເວີຊັນ ແລະໃນເວີຊັນເກົ່າກໍ່ມີ Bugs ຫລວງຫລາຍອີກ ກໍ່ເລີຍຕ້ອງໄປນຳແກ້ໄຂໃຫ້ແລ້ວ ເພາະວ່າຫຍັງ? ກໍ່ເພາະວ່າຄົນສ່ວນຫລາຍຍັງຄົງໃຊ້ IE ເວີຊັນເກົ່າ ເຊັ່ນ IE6 ເປັນຕົ້ນ
ໂດຍປົກກະຕິແລ້ວ ເຮົາຈະສາມາດໃຊ້ IE ໄດ້ພຽງເວີຊັນດຽວເທົ່ານັ້ນ ຫາກໃຊ້ IE6 ກໍ່ຈະມີແຕ່ IE6 ບໍ່ສາມາດໃຊ້ IE7 ໃນຂະນະທີ່ມີ IE6 ຫຼືເວີຊັນອື່ນ ໆ ນຳໄດ້ ແຕ່ເຖິງຢ່າງໃດກໍ່ຕາມ ກໍ່ມີຄົນພະຍາຍາມທີ່ຈະໃຫ້ IE ສາມາດຣັນໃນເວລາດຽວກັນໃນເຄື່ອງ ໆ ດຽວໄດ້ ເຊິ່ງຫນຶ່ງໃນຄວາມພະຍາຍາມເຫລົ່ານັ້ນກໍ່ມີ:

IETester
[...]

More »

Microsoft Firefox 2007 Professional Edition

ແລະແລ້ວວັນເວລາທີ່ລໍຄອຍກໍ່ມາເຖິງ ມັນອອກມາແລ້ວ Microsoft Firefox 2007 Professional Edition !!! …lol
ເຂົ້າເລື່ອງດີກວ່າ Microsoft Firefox 2007 Professional Edition ເປັນ IE ທີ່ລຽນແບບຄວາມສາມາດຂອງ Firefox ນອກຈາກໂປຣແກຣມມັນຈະລຽນແບບແລ້ວ ເວັບໄຊທ໌ກໍ່ຍັງພະຍາຍາມຈະລຽນແບບເວັບໄຊທ໌ຂອງ Microsoft ອີກ LOL
Features

Simplified User Experience
Amazing Marginal Manipulation
Instant Search Box
Favorites Center
RSS (Real Simple Sex)
Tabbed Browsing
Quick Tabs
Tab Groups
Page Zoom

ສົນໃຈສາມາດດາວໂຫລດມາໃຊ້ງານໄດ້ທີ່ MSFirefox.com ແຕ່ກ່ອນຈະດາວໂຫລດ ກະລຸນາອ່ານ ຄວາມຕ້ອງການຂັ້ນຕ່ຳຂອງລະບົບ:
System Requirements
Below are the minimum requirements your computer needs to run Microsoft Firefox. Some components [...]

More »

Internet Explorer 8.0 …ລະຫວ່າງທາງ

ຄວາມຮັກຂອງ Internet Explorer ຈະມີໃຫ້ກັບ Windows ຕະຫລອດໄປ… ໂອ… ມັນຊ່າງຮັກກັນຫວານຊຶ້ງເຫລືອເກີນ… lol ຂ່າວຈາກ Softpedia ລາຍງານ (ຕໍ່ຈາກ 3rd party source) ວ່າ ທີມພັດທະນາຂອງ Microsoft ກຳລັງຢູ່ໃນລະຫວ່າງການພັດທະນາ Internet Explorer ເວີຊັ່ນ 8.0 ຢູ່ ແລະຈະຖືໂອກາດເປີດຕົວຄັ້ງທຳອິດໃນງານ MIX 07 (ເປັນງານສຳມະນາທີ່ຈັດໂດຍ Microsoft) ທີ່ຈະຈັດຂຶ້ນທີ່ໂຮງແຮມ Venitian ໃນ Las Vegas ລະຫວ່າງວັນທີ່ 30 ເມສາ ຮອດ 2 ພຶດສະພາ ໂດຍມີຫົວຂໍ້ວ່າ “First Look at the Future of IE” ນອກຈາກນັ້ນ ແຫລ່ງຂ່າວຍັງອ້າງວ່າ Alpha version ຂອງ IE8 [...]

More »