Archive

Posts Tagged ‘IM’

Yahoo! Messenger 9.0.0.2034 Final

November 8th, 2008

ດົນແລ້ວບໍ່ໄດ້ຂຽນຂ່າວ ເພາະວ່າເອົາເວລາໄປເຮັດພັນລາວເວີຊັນ໒ ບໍ່ແລ້ວຈັກເທື່ອ ມື້ນີ້ພໍດີເຫັນ YIM ອອກໃໝ່ ເລີຍມາຂຽນ.

Yahoo! Instant Messenger ເປັນໂປຣແກຣມສົນທະນາຈາກ Yahoo! ເຊິ່ງມີລັກສະນະຄ້າຍ ໆ WLM ແລະ Google Talk ທີ່ທຸກຄົນຄຸ້ນເຄີຍກັນດີ ຕອນນີ້ອອກເວີຊັນໃໝ່ ໂດຍຫຼັກແລ້ວແມ່ນການຮອງຮັບການໃຊ້ງານກັບ Windows Vista ສ່ວນ changelog ນັ້ນບໍ່ມີ (ຫາບໍ່ພົບ)

Freeware , , ,

Windows Live Messenger 2009 Build 14.0.5027.908 Beta

September 18th, 2008

ອອກເວີຊັນເບຕ້າໃໝ່ມາແລ້ວສຳລັບ Windows Live Messenger ໂປຣແກຣມ Instant Messenger ອັນເປັນທີ່ນິຍົມກັນໃນກຸ່ມຄົນໃຊ້ເນັດ ໃນເວີຊັນນີ້ສິ່ງທີ່ປ່ຽນແປງໄປຢ່າງເຫັນໄດ້ຊັດກໍ່ຄືໜ້າຕາ UI ຂອງໂປຣແກຣມ ຈະປ່ຽນແປງໄປຫຼາຍ ແລະຮອງຮັບ Animated avatar ນຳ.

SS 2 WLM 9 Beta

ໂຫລດແບບເຕັມ ໆ ຕິດຕັ້ງໄດ້ Offline ແມ່ນໃຊ້ link http://g.live.com/1rebeta3/en/wlsetup-all.exe ເຊິ່ງມີຂະໜາດໄຟລ໌ກວ່າ 134.7 MB ເຊິ່ງຈະມີໂປຣແກຣມອື່ນ ໆ ໃນຊຸດ Live ແຖມມານຳ.

ຖ້າຈະໂຫລດສະເພາະ WLM ແມ່ນໃຊ້ link http://g.live.com/1rebeta3/en/wlsetup-web.exe ຈະເປັນ Web installer ເລືອກໂຫລດໄດ້ວ່າຊິໂຫລດຫຍັງມາຕິດຕັ້ງແດ່.

ອີກຂໍ້ສັງເກດຄື ມັນສາມາດສະແດງຜົນພາສາລາວໄດ້ໂດຍບໍ່ຕ້ອງກຳນົດຟອນແລ້ວ ໂດຍສະເພາະຢ່າງຍິ່ງໃນ status :D

Microsoft , , , , ,

Trillian Pro 3.1.10.0

May 20th, 2008

TrillianTrillian™ ຍັງບໍ່ຕາຍ! (ຄິດວ່າຕາຍດົນແລ້ວ :P ) ຕອນນີ້ອອກເວີຊັນໃຫມ່ ເພີ່ມຄວາມໄວ ແກ້ໄຂບັ໊ກ ເພີ່ມລະບົບ Biography ເພີ່ມນັ້ນນີ້ຫລາຍຢ່າງ ຮອງຮັບ IRC ໄດ້ດີຂຶ້ນຫລາຍ ແລະເຜື່ອວ່າບາງຄົນອາດຈະບໍ່ຮູ້ຈັກ Trillian ເປັນໂປຣແກຣມ ສົນທະນາທີ່ຮອງຮັບທັງ AIM, ICQ, WLM, Yahoo! ແລະ IRC ແລ້ວກໍ່ ມີ skin ໃຫ້ໃຊ້ໄດ້ຫລາຍແບບ ສົນໃຈທົດລອງໃຊ້ ຄລິກລິງກ໌ລຸ່ມໂລດ

ດາວໂຫລດ

Freeware , ,

digsby

March 22nd, 2008

ພໍດີໃນ Twitter​ ມີຄົນແນະນຳມາ

Digsby

Digsby ເປັນໂປຣແກຣມ IM​ ທີ່ລວມເອົາ IM + Email + Social Networking ສາມຢ່າງໄວ້ນຳກັນ ຄືມັນສາມາດເຊື່ອມຕໍ່ກັບ protocols ແບບ MSN, Yahoo!, Jabber, ICQ​ ແລະອື່ນ ໆ ເພື່ອລົມກັນໄດ້ຄ້າຍ ໆ Pidgin ແຕ່ວ່າມັນມີຈຸດເດັ່ນທີ່ຫນ້າຕາ ແລະການລວມເອົາໂຕກວດອີເມລ ກັບການເຊື່ອມຕໍ່ Social Network​ ມາໄວ້ນຳ (ຕອນນີ້ຮອງຮັບ Facebook, MySpace ແລະ Twitter)

Digsby

Freeware , ,

ຄວາມສາມາດໃຫມ່ໃນ Google Talk

December 2nd, 2007

ເກືອບລືມຂຽນເຖິງ Google Talk ເຊິ່ງເປັນ Chat protocol ຈາກ Google ເອົາໄວ້ລົມກັນແບບພວກ Windows Live Messenger ຫຼື Yahoo! Messenger ນັ້ນລະ ໂດຍຄວາມສາມາດໃຫມ່ທີ່ວ່ານີ້ກໍ່ຄື Group chat ສົນທະນາແບບຫລາຍ ໆ ຄົນໂດຍບໍ່ຕ້ອງເປີດຫລາຍ ໆ​ ຫນ້າຕ່າງ

ສຳຫລັບທ່ານທີ່ໃຊ້​ Gmail ກໍ່ພຽງແຕ່ຄລິກເຂົ້າລົມຄົນໃດກໍ່ໄດ້ ຈາກນັ້ນຄລິກທີ່ Options ແລ້ວເລືອກ Group Chat ແລ້ວໃສ່ຊື່ຂອງຄົນທີ່ຕ້ອງການໃຫ້ເຂົ້າຮ່ວມ

ນອກຈາກ Group Chat ແລ້ວ ຕອນນີ້ Gtalk ກໍ່ມີ Emoticons ໃຫ້ເລືອກຄລິກໄດ້ນຳ :D

ທີ່ມາ - Go2Web2

Internet , , , , , ,

Messenger Plus! Live 4.22.274

June 2nd, 2007

Messenger Plus! Live

ອອກເວີຊັນໃຫມ່ອອກມາເພື່ອຮອງຮັບ Windows Live! Messenger v8.5.0517 public beta ໂດຍສະເພາະ ແລະກໍ່ມີການແກ້ໄຂບັ໊ກອີກສາມຈຸດ ເຊິ່ງທາງຜູ້ພັດທະນາວາງແຜນວ່າຈະຄ່ອຍ ໆ ປັບແກ້ໃຫ້ມີຫນ້າຕາແບບດຽວກັບ Windows Live! Messenger v8.5

au8ust.org , , ,

Windows Live Messenger 8.5 BETA

May 31st, 2007

Windows Live Messenger 8.5 BETAສຳຫລັບຄົນຢາກລອງຂອງໃຫມ່ກ່ອນໃຜອືນ ກໍ່ສາມາດດາວໂຫລດມາລອງໃຊ້ງານໄດ້ເລີຍ ເມື່ອທຳການຕິດຕັ້ງແລ້ວ ກໍ່ໃຫ້ເອົາໄຟລ໌ DLL ສອງໄຟລ໌ໄປໄວ້ໃນ C:\Program Files\Windows Live\Messenger ກໍ່ເປັນອັນຈົບພິທີ

ແຕ່ວ່າເທົ່າທີ່ລອງໃຊ້ເບິ່ງ ຮູ້ສຶກວ່າມັນຈະ Error ເລື້ອຍ ໆ ແລະກໍ່ບໍ່ເຫັນວ່າຈະມີຫຍັງໃຫມ່ເລີຍ ນອກຈາກຫນ້າຕາທີ່ໃກ້ຄຽງກັບ Windows Vista ແລະມີການຍ້າຍປຸ່ມຕ່າງ ໆ ເລັກນ້ອຍ

ທ່ານໃດທີ່ສົນໃຈສາມາດດາວໂຫລດໄດ້ຈາກທີ່ນີ້

Edit: ຕອນນີ້ Microsoft ໄດ້ປ່ອຍ Windows Live Messenger 8.5 BETA ອອກມາໃຫ້ດາວໂຫລດຢ່າງເປັນທາງການແລ້ວ ສາມາດດາວໂຫລດໄດ້ຈາກເວບໄຊຕ໌ຂອງ Live.com

au8ust.org , ,

Pidgin 2.0.1 ອອກແລ້ວ

May 29th, 2007


Pidgin (ຊື່ເກົ່າຄື Gaim) ໂປຣແກຣມ multi-protocol Instant Messaging client ສາມາດໃຊ້ໄດ້ກັບ AIM, ICQ, IRC, MSN, Yahoo!, Google Talk, QQ, etc… ໄດ້ອອກເວີຊັນໃຫມ່ມາເປັນທີ່ຮຽບຮ້ອຍ ໂດຍໄດ້ແກ້ໄຂບັ໊ກກວ່າ 100 ຈຸດຈາກເວີຊັນ 2.0 ທີ່ອອກມາກ່ອນຫນ້ານີ້

au8ust.org , ,

Trillian ກຽມອອກບໍລິການຜ່ານ Web-based

March 12th, 2007

Cerulean Studios ບໍລິສັດຜູ້ສ້າງ Trillian ກຳລັງຢູ່ໃນລະຫວ່າງການພັດທະນາ WebApp ທີ່ມີຮູບແບບຄ້າຍກັບ Meebo ຢູ່ ໂດຍ WebApp ດັ່ງກ່າວນັ້ນເຮັດໃຫ້ ຜູ້ໃຊ້ສາມາດສົນທະນາຜ່ານ Protocols ຕ່າງ ໆ ເຊັ່ນ Google Talk, WLM, Yahoo!, ICQ, etc… ໄດ້ທັນທີຜ່ານເວັບໄຊທ໌ ໂດຍບໍ່ຈຳເປັນຕິດຕັ້ງໂປຣແກຣມໃດ ໆ ລົງໃນເຄື່ອງເລີຍ

ທີ່ມາ - CyberNet [via Solo Technology]

au8ust.org ,

Windows Live Messenger Custom Emoticon Migration Tool v1.2

February 17th, 2007

winlmemt.gif

ເປັນໂປຣແກຣມນ້ອຍໆ ແຕ່ຫນ້າໃຊ້ງານ ໃຊ້ສຳຫລັບຍ້າຍ Emoticon ທີ່ເຮົາເພີ່ມໃນພາຍຫລັງ ໃນ Windows Live Messenger ໄປໄວ້ເຄື່ອງໃຫມ່ ທີ່ຈິງໂປຣແກຣມນີ້ເຄີຍຫາມາໃຊ້ ແຕ່ວ່າຊອກບໍ່ເຫັນ ຕອນນັ້ນເລີຍຕ້ອງໄດ້ Add ເຂົ້າໃຫມ່ເທື່ອລະອັນ ມາເຫັນໂຕນີ້ຍັງງ່າຍແດ່ ສະບາຍເລີຍບາດນີ້ ^o^

ຕົວໂປຣແກຣມມີຂະຫນາດພຽງ 44KB ສາມາດດາວໂຫລດໄດ້ຈາກລິ້ງຄ໌

ປລ. ລະວັງຈະຕົກໃຈເມື່ອເຫັນໄອຄອນໂປຣແກຣມນີ້ LOL

au8ust.org , , ,