Internet Explorer 8 Beta 2
ຫາກໍ່ເຫັນຂ່າວວ່າມັນອອກແລ້ວ… ດາວໂຫລດ
More »ຫາກໍ່ເຫັນຂ່າວວ່າມັນອອກແລ້ວ… ດາວໂຫລດ
More »ພໍດີຊ່ວງນີ້ຕ້ອງເຮັດເວັບໄຊໃຫ້ລູກຄ້າ ເຊິ່ງຕ້ອງເຮັດໃຫ້ຮອງຮັບ Cross Browser ຄືໃຊ້ໄດ້ໃນ Web Browser ສ່ວນໃຫຍ່ ກໍ່ຄື Firefox, Internet Explorer, Safari, Opera ເປັນຕົ້ນ ແຕ່ວ່າ ມັນກໍ່ມີຄວາມຫຍຸ້ງຍາກລຳບາກພໍສົມຄວນ ໂດຍສະເພາະແມ່ນ Internet Explorer (ຕໍ່ໄປນີ້ຈະຂຽນຫຍໍ້ວ່າ “IE”) ເພາະມັນມີຫລາຍເວີຊັນ ແລະໃນເວີຊັນເກົ່າກໍ່ມີ Bugs ຫລວງຫລາຍອີກ ກໍ່ເລີຍຕ້ອງໄປນຳແກ້ໄຂໃຫ້ແລ້ວ ເພາະວ່າຫຍັງ? ກໍ່ເພາະວ່າຄົນສ່ວນຫລາຍຍັງຄົງໃຊ້ IE ເວີຊັນເກົ່າ ເຊັ່ນ IE6 ເປັນຕົ້ນ ໂດຍປົກກະຕິແລ້ວ ເຮົາຈະສາມາດໃຊ້ IE ໄດ້ພຽງເວີຊັນດຽວເທົ່ານັ້ນ ຫາກໃຊ້ IE6 ກໍ່ຈະມີແຕ່ IE6 ບໍ່ສາມາດໃຊ້ IE7 ໃນຂະນະທີ່ມີ IE6 ຫຼືເວີຊັນອື່ນ ໆ ນຳໄດ້ ແຕ່ເຖິງຢ່າງໃດກໍ່ຕາມ ກໍ່ມີຄົນພະຍາຍາມທີ່ຈະໃຫ້ IE ສາມາດຣັນໃນເວລາດຽວກັນໃນເຄື່ອງ ໆ ດຽວໄດ້ [...]
More »