ເຫັນລົງໃນ blognone
Tag: Hi-Tech
Cube World Fantasy
ນັກວິທະຍາສາດອິສລາເອວສ້າງຄຳພີ Bible ທີ່ນ້ອຍກວາປາຍເຂັມ
ນັກວິທະຍາສາດຈາກສະຖາບັນ Technion ໃນປະເທດອິສລາເອວໄດ້ປະກາດວ່າ ພວກເຂົາສາມາດບັນຈຸຄຳພີໄບເບີ້ນພາສາຮິບຣູ (Hebrew) ເຊິ່ງມີຈຳນວນທັງຫມົດ 308,428 ຄຳລົງໃນ Chip ເຊິ່ງມີຂະຫນາດນ້ອຍກວ່າປາຍເຂັມໄດ້ເປັນຜົນສຳເລັດ ໂດຍຜູ້ອຳນວຍການຂອງໂຄງການນີ້ອ້າງວ່າ ຄຳພີໄບເບີ້ນທີ່ນ້ອຍທີ່ສຸດໃນໂລກ The Guinness Book of World Records ນັ້ນ ຍັງໃຫຍ່ກວ່າໄບເບີ້ນຂອງພວກເຂົາເຖິງ 50 ເທົ່າ
ແລະໂຄງການຕໍ່ໄປຂອງນັກວິທະຍາສາດກຸ່ມນີ້ຄື ຖ່າຍພາບໄບເບີ້ນຂອງພວກເຂົາ ແລ້ວຂະຫຍາຍໃຫ້ໃຫຍ່ຂຶ້ນມາເປັນຂະຫນາດ 7×7 ແມັດ ເຊິ່ງຈະເຮັດໃຫ້ຄົນທົ່ວໄປສາມາດອ່ານໄບເບີ້ນໄດ້ທັງເຫຼັ້ມດ້ວຍຕາເປົ່າ!
iChair | ໂຊຟາສຳຫລັບຄົນຮັກສຽງເພງ
iChair ໂຊຟາສຳຫລັບນັ່ງພັກຜ່ອນ ຕິດລຳໂພງ ໒ ໂຕ ໃນລະບົບໃກ້ຫູ ພ້ອມລຳໂພງ Sub-woofer ທີ່ຢູ່ໃຕ້ທີ່ນັ່ງ, ທາງຂວາມືມີຊ່ອງສຳຫລັບໃສ່ເຄື່ອງຫລິ້ນເພງ iPod ພ້ອມແຜງຄວບຄຸມລະດັບສຽງ, ມີ Audio jack ໃຫ້ເຊື່ອມຕໍ່ກັບເຄື່ອງຫລິ້ນ Multimedia ອື່ນໆ. ໂຊຟານີ້ມີຂະຫນາດ ໓໔ x ໒໙ x ໔໐ ນິ້ວ ໂຄງສ້າງເຮັດຈາກໄມ້ຢ່າງດີ ມີຮູບຊົງທັນສະໄຫມ ມີໃຫ້ເລືອກ ໔ ສີ (ສີດຳ, ສີຂຽວ, ສີຟ້າອ່ອນ ແລະສີຟ້າເຂັ້ມ)
ລາຍລະອຽດເພີ່ມເຕີມ: PBteen Shop
ທີ່ມາ – Siamphone.com