Posts Tagged ‘Hardware’

Solar-powered keyboard

Keyboard ພະລັງງານແສງອາທິດຈາກ Genius ທີ່ເບິ່ງແລ້ວບໍ່ຮູ້ວ່າ ມັນຊິຊ່ວຍປະຫຍັດໄດ້ຊ່ຳໃດ -_-” ຊື່ເຕັມໆຂອງມັນຄື Genius SlimStar 820 ຜະລິດໂດຍບໍລິສັດ Genius ທີ່ຫລາຍໆ ຄົນຄຸ້ນຫູກັນດີ ຕົວຄີບອຣ໌ດ ຈະສາມາດໃຊ້ໄດ້ທັງພະລັງງານຈາກແສງອາທິດ ແລະຈາກ USB interface ທົ່ວໆໄປ …ເຂົ້າໃຈວ່າ ຫາກມີການໃຊ້ຄີບອຣ໌ດແບບນີ້ຈັກປະມານ ເຄິ່ງໂລກ ກໍ່ອາດຈະຊ່ວຍປະຫຍັດຄ່າໄຟໄປໄດ້ຫລາຍເຕີບ Source – UberGizmo [via Shiny Shiny]

More »

Dell’s open-source n Series desktop

ຕາມທຳມະດາຂອງຄອມພິວເຕີຈາກ Dell ແລ້ວຈະມີ ລະບົບປະຕິບັດການຕິດມານຳສະເຫມີ (ແລະມັກຈະເປັນ Windows) ຈຸດນີ້ມັນກໍ່ມີຂໍ້ດີຢູ່ບ່ອນວ່າ ຊື້ເຄື່ອງກໍ່ຈະໄດ້ລະບົບປະຕິບັດການ Windows ທີ່ເປັນ OEM Edition ມາພ້ອມເລີຍ (+ມີ License ຢ່າງດີ) ເຊິ່ງແບບນີ້ຈະສະດວກສຳຫລັບ User ທົ່ວໆໄປ ທີ່ບໍ່ຊຳນານກ່ຽວກັບຂອງພວກນີ້ປານໃດ ດີກວ່າຊື້ມາແລ້ວຕ້ອງຊອກ OS ມາລົງເພີ່ມເຕີມ ແຕ່ວ່າ ມັນກໍ່ສ້າງຄວາມລຳບາກ ໃຫ້ກັບຄົນທີ່ຊື້ມາແລ້ວບໍ່ຕ້ອງການໃຊ້ Windows ທີ່ມາກັບເຄື່ອງເລີຍ ເລື່ອງນີ້ທາງ Dell ກໍ່ເລີຍອອກ Dell’s n Series ອອກມາໃຫ້ເລືອກຊື້ໄດ້ຕາມຄວາມເຫມາະສົມ Dell’s n Series ຈະບໍ່ມີລະບົບປະຕິບັດການ Windows ຕິດມາກັບເຄື່ອງເລີຍ ຜູ້ໃຊ້ງານສາມາດເລືອດຕິດຕັ້ງລະບົບປະຕິບັດການໄດ້ຕາມຕ້ອງການ ຢາກຈະລົງ Linux ລົງຫຍັງກໍ່ລົງໄດ້ເອົາແຕ່ຊິມັກ ແລະແນ່ນອນວ່າ n Series ຈະມີລາຄາຖືກກວ່າລຸ້ນທີ່ມີ Windows ຕິດມານຳ ແຕ່ກໍ່ມີຫມາຍເຫດຢູ່ຢ່າງຫນຶ່ງຄື ທາງ Dell ຈະບໍ່ມີ [...]

More »

World’s smallest PC

ກ່ອງສີ່ຫລ່ຽມ ຂະຫນາດພຽງ 2x2x2.2 ນິ້ວທາງຂ້າງນີ້ ມີຊື່ວ່າ “Space Cube” ເປັນຄອມພິວເຕີທີ່ ນ້ອຍທີ່ສຸດໃນໂລກ!! (ຫລືບາງທີ ກອງທັບຂອງເມກາ ອາດຈະມີນ້ອຍກວ່ານີ້ ) Space Cube ໃຊ້ CPU ຄວາມໄວ 300MHz ມີ SDRAM 64MB ຮອບໆຕົວກ່ອງຈະມີ port ສຳຫລັບໃສ່ USB, ສຽບສາຍ LAN ແລ້ວກໍ່ສຳຫລັບສຽບສາຍຈໍ ຍັງ ຍັງບໍ່ຫມົດ ຍັງມີຮູສຽບສາຍສຳຫລັບລຳໂພງ, ໄມ ແລ້ວກໍ່ Serial port ສາມາດສະແດງຜົນໄດ້ເຖິງ 65K ສີທີ່ລະດັບຫນ້າຈໍ 1280×1024 pixels ແລະມີລາຄາປະມານ $325 ຕໍ່ເຄື່ອງ (ລາຄາປີກ່ອນ ເລີຍຟັງຄືແພງໄປ) ເທົ່າທີ່ເບິ່ງຈາກ Spec ແລ້ວ ຖ້າຊິໃຊ້ແທ້ໆ ຄືຊິມີແຕ່ລົງ Linux ເບົາໆ ຈັກໂຕຜ່ານທາງ Flash [...]

More »

LG’s Blu-ray/HD DVD Player ອາດຈະບໍ່ໄດ້ແຈ້ງເກີດ

ຫລັງຈາກທີ່ LG ປະກາດເຖິງເຄື່ອງຫລິ້ນສື່ DVD ຍຸກໃຫມ “LG BH100″ ທີ່ສາມາດອ່ານໄດ້ທັງແຜ່ນ Blu-ray ແລະ HD DVD ອອກມາກອນຫນ້ານີ້ ກໍ່ມີແວວວ່າອາດຈະບໍ່ໄດ້ເກີດແລ້ວ ເມື່ອທາງ DVD Forum (ສະມາຄົມທີ່ຄວບຄຸມ ມາດຕະຖານຂອງສື່ເກັບຂໍ້ມູນ DVD) ບໍ່ໃຫ້ໃບອະນຸຍາດໃຫ້ກັບ LG ເຫດຜົນກໍ່ເນື່ອງມາຈາກວ່າຕົວ BH100 ເອງ ສາມາດຮອງຮັບ ມາດຕະຖານຂອງ Blu-ray ທຸກຢ່າງ ແຕ່ກັບ HD DVD ພັດກາຍເປັນວາ ເບິ່ງໄດ້ຢ່າງດຽວ ບໍ່ສາມາດໃຊ້ງານ iHD ຫລື interactive High Definition ເຊິ່ງເປັນລະບົບ Interactive ຂອງມາດຕະຖານ HD DVD ໄດ້ ນັ້ນກໍ່ຫມາຍຄວາມວ່າ ເຄື່ອງ LG BH100 ຈະບໍ່ສາມາດໃຊ້ງານໃນສ່ວນຂອງເມນູໃດໆ ໃນແຜ່ນ HD DVD ໄດ້ເລີຍ [...]

More »

SIXAXIS ຮັບລາງວັນ Emmy award!?

ເລື່ອງບໍ່ຫນ້າເຊື່ອມັກຈະເກີດຂຶ້ນໄດ້ສະເຫມີໃນຊີວິດປະຈຳວັນ ແລະມັນໄດ້ເກີດຂຶ້ນອີກແລ້ວ ເມື່ອຜົນປະກາດລາງວັນ Emmy award ໃນສາຂາ Technology and Engineering ຕົກເປັນຂອງ SIXAXIS –ມືເກມຂອງ PS3!!! ຫລັງຈາກຜົນປະກາດອອກມາແລ້ວ Jack Tretton ເຊິ່ງເປັນ CEO ຂອງ Sony ໄດ້ອອກມາໃຫ້ສຳພາດຢ່າງຫນ້າບານວ່າ “The overwhelming consumer demand and critical acclaim for PS3 is testament of the platform’s strength and the industry’s desire for a true next-generation entertainment system.” ໂອ… ພະເຈົ້າ (-_-)” ທີ່ມາ: GWN.com

More »

Asus XG Station — The World’s First External GPU for Notebooks!!

ເປັນອີກຫນຶ່ງເລື່ອງທີ່ບໍ່ຄິດວ່າມັນຈະອອກມາເປັນຮູບເປັນຮ່າງ ນັ້ນຄື ASUS XG Station, ກາຣ໌ດຈໍແບບພາຍນອກ ສຳຫລັບຄອມພິວເຕີ Notebook ລຸ້ນທຳອິດຂອງໂລກທີ່ທາງ ASUS ໄດ້ນຳມາສະແດງໃນງານ CES ທີ່ຈັດຂຶນໃນ Las Vegas XG Station ຈະມີຫນ້າຈໍເປັນຂອງຕົວເອງ ໃຊ້ສະແດງລະດັບສຽງ, clock speed, ອຸນຫະພູມຂອງ GPU, FPS ແລ້ວກໍ່ GPU fan indicator ແລະມັນເຊື່ອມຕໍ່ຜ່ານ PCI Express ທາງ ASUS ກະຊິວາງຈຳຫນ່າຍ XG Station ທີ່ໃຊ້ EN7900GS ໃນຊ່ວງ Q2 ຂອງປີນີ້ ແຕ່ວ່າຍັງບໍ່ໄດ້ໃຫ້ຂໍ້ມູນ ເລື່ອງຄ່າຕົວຂອງຫນ້າປັດວິທະຍຸ GPU ພາຍນອກທີ່ວ່ານີ້ເທື່ອ ອືມ… ສະຫລຸບແລ້ວ ກໍ່ຕ້ອງມີ Notebook ລຸ້ນໃຫມ່ຮອງຮັບ PCI Express ຈຶ່ງຈະໃຊ້ງານໄດ້ ດັ່ງນັ້ນ ບ້ານເຮົາບໍ່ມີໃຜໃຊ້ແນ່ນອນ [...]

More »

1.8″ 32GB Flash SSD Drive ຈາກ SanDisk

SanDisk ເປີດເຜີຍ SSD Ultra ATA 5000, Drive ຄວາມຈຸ 32GB ໃນຂະຫນາດພຽງ 1.8″ ໃຊ້ TrueFFS flash management technology ພວກ Drive ລຸ້ນໃຫມ່ໆ ແບບນີ້ມັນພິເສດຢູ່ບ່ອນວ່າເປັນ Flash SSD Drive ເຫດນັ້ນແລ ມັນຈຶ່ງທຳງານໄດ້ງຽບຊຽບ ບໍ່ມີສຽງລົບກວນໃດໆ ໃຫ້ລຳຄານໃຈ ລວມເຖິງນ້ຳຫນັກ ທີ່ເບົາ ສະບາຍ ແລະອັດຕາການບໍລິໂພກພະລັງງານພຽງ 0.4W ເມື່ອທຽບກັບ Drive ລຸ້ນເກົ່າທີ່ສູງເຖິງ 1.0W (ຂະນະກຳລັງໃຊ້ງານ) Drive ຕົວໃຫມ່ນີ້ມີຄ່າ sustained reads ຢູ່ທີ່ 68MB/ວິ, average access time ຢູ່ທີ່ 0.12 ms ສາມາດໃຊ້ Boot ລະບົບປະຕິບັດການ Microsoft Windows Vista [...]

More »