Posts Tagged ‘hack’

ວິເຄາະລະຫັດຜ່ານຄົນໃຊ້ Hotmail

ຫາກໃຜໄດ້ຕິດຕາມຂ່າວກ່ອນໜ້ານີ້ ມີລະຫັດຂອງ Hotmail ຖືກປ່ອຍໃນເວັບໄຊ Pastebin ແຫ່ງນຶ່ງ ເຊິ່ງພາຍຫຼັງກໍຖືກລຶບອອກໄປຢ່າງໄວ. ຢ່າງໃດກໍຕາມນັກວິເຄາະຄວາມປອດໄພ Bogdan Calin ຈາກ Acunetix ໄດ້ວິເຄາະຂໍ້ມູນທີ່ໄດ້ມາ ເຊິ່ງມີລະຫັດກວ່າ 10,028 ຊື່ບັນຊີ ແລະມີປະມານ 9,843 ຊື່ທີ່ບໍ່ຊ້ຳກັນ (ປະມານ 90% ຂອງລະຫັດທີ່ຮົ່ວອອກມາ). ຜົນການວິເຄາະກໍຄື: 42% ໃຊ້ລະຫັດເປັນໂຕອັກສອນໂຕນ້ອຍ ເຊັ່ນ iloveyou. 30% ເປັນລະຫັດທີ່ມີໂຕນ້ອຍໂຕໃຫຍ່ແລະໂຕເລກເຊັ່ນ Iloveyou12. 19% ເປັນລະຫັດຜ່ານທີ່ມີແຕ່ໂຕເລກລ້ວນໆ ເຊັ່ນ 123456. 6% ເປັນລະຫັດທີ່ໃຊ້ໂຕນ້ອຍໂຕໃຫຍ່ ໂຕເລກ ແລະໂຕອັກສອນອື່ນໆຮວມກັນເຊັ່ນ 1LoveYou$%$@. 3% ແມ່ນລະຫັດແບບໂຕນ້ອຍໂຕໃຫຍ່ປົນກັນ. ລະຫັດຜ່ານທີ່ສັ້ນທີ່ສຸດແມ່ນ 1 ໂຕອັກສອນ (ໃສ່ໄດ້?) ແລະຍາວທີ່ສຸດແມ່ນ 30 ໂຕອັກສອນ. ສະເລ່ຍແລ້ວໃຊ້ລະຫັດຜ່ານຄວາມຍາວ 8 ໂຕອັກສອນ. ລະຫັດຜ່ານທີ່ຊ້ຳກັນຫຼາຍທີ່ສຸດແມ່ນ 123456 ຕາມດ້ວຍ 123456789. [...]

More »

Mafiaboy: How I Cracked the Internet and Why It’s Still Broken

ປື້ມເລື່ອງ “Mafiaboy: How I Cracked the Internet and Why It’s Still Broken” ເປັນຜົນງານການຂຽນຮ່ວມກັນລະຫວ່າງ Michael Calce ແລະ Craig Silverman ເຊິ່ງເປັນເລື່ອງລາວຂອງ Michael Calce ເມື່ອລາວຍັງເປັນເດັກນ້ອຍອາຍຸ 15 ປີທີ່ສາມາດເຮັດໃຫ້ລະບົບອິນເຕີເນັດໃຫຍ່ ໆ ທົ່ວໂລກລົ້ມໄດ ກັບໄປເມື່ອປີ 2000 ເກີດເຫດການເວັບໄຊໃຫຍ່ ໆ ຂອງໂລກເຊັ່ນ CNN, Yahoo, eBay, Amazon ແລະ E*Trade Financial ຕ້ອງລົ້ມໄປເປັນເວລາຫຼາຍຊົ່ວໂມງ ແລະຕໍ່ມາທາງ FBI ແລະກໍ່ຕາມຫາຕົວຜູ້ຢູ່ເບື້ອງຫຼັງນີ້ ຈົນໄດ້ພົບວ່າເປັນຜົນງານຂອງເດັກນ້ອຍອາຍຸພຽງ 15 ປີເທົ່ານັ້ນ (ໄດ້ຮັບໂທດໄປຫຼາຍກວ່າ 50 ຂໍ້ຫາ) ປື້ມດັ່ງກ່າວຈະກ່ຽວບັນທຶກກ່ຽວກັບເຫດການ ແລະເລື່ອງທີ່ເກີດຂຶ້ນເມື່ອ 8 ປີກ່ອນຂອງ Michael Calce ເຊິ່ງມີກຳນົດການວາງຈຳໜ່າຍໃນໄວ [...]

More »