Posts Tagged ‘Google’
Google ໃນອີກ 20 ປີຂ້າງຫນ້າ…
ທີ່ມາ Flickr [via]
More »Google Analytics ແບບໃຫມ່
Google ເລີ່ມປ່ຽນຫນ້າຕາຂອງ Analytics ເຊິ່ງເປັນບໍລິການເກັບສະຖິຕິຜູ້ຊົມເວບໄຊຕ໌ແລ້ວ ໂດຍໃນຮູບລັກໃຫມ່ຂອງ Google Analytics ນັ້ນ ຖືກອອກແບບໃຫມ່ຫມົດ ມີເຄື່ອງມືວິເຄາະຕ່າງ ໆ ໃຫ້ກັບເວບມາສເຕີຫລາຍຂຶ້ນ ແລະທາງ Google ກໍ່ຈະທະຍອຍປ່ຽນໃຫ້ຜູ້ໃຊ້ເກົ່າໃຫ້ໄປໃຊ້ແບບໃຫມ່ເທື່ອລະນ້ອຍ ໂດຍຈະມີອີເມລແຈ້ງເຕືອນເມື່ອຖືກຍ້າຍໄປໃຊ້ແບບໃຫມ່ ສຳຫລັບຄວາມສາມາດຕ່າງ ໆ ແລະດີໄຊນ໌ໃຫມ່ຂອງ Google Analytics ນັ້ນສາມາດເບິ່ງໄດ້ຈາກລິງກ໌ນີ້
More »Google ຢືນຢັນ YouTube ບໍ່ຜິດ!
ຈາກການທີ່ Viacom ໄດ້ຟ້ອງຮ້ອງ Google ໄປໃນຄັ້ງກ່ອນ (ອ່ານຂ່າວເກົ່າ) ນັ້ນ ຕອນນີ້ທາງ Google ກໍໄດ້ອອກມາປະຕິເສດສຽງແຂງຕໍ່ການຮຽກຮ້ອງມູນຄ່າເສຍຫາຍກວ່າ $1,000,000,000 ຂອງ Viacom ແລ້ວ ໂດຍໄດ້ຍົກເອົາປະເດັນຕ່າງ ໆ ຂຶ້ນມາໂຕ້ແຍ້ງ ບໍ່ວ່າຈະເປັນສັນຍາ DMCA ລວມໄປເຖິງນະໂຍບາຍ ທີ່ໃຫ້ຜູ້ເປັນເຈົ້າຂອງລິຂະສິດ ສາມາດກວດສອບ ແລະຄົ້ນຫາໄຟລ໌ວີດິໂອທີ່ມີການລະເມີດ ລິຂະສິດໄດ້ ເປັນຕົ້ນ ສ່ວນທາງ Viacom ກໍ່ຄັດຄ້ານທີ່ Google ສະເຫນີວ່າ YouTube ນັ້ນໄດ້ຮັບການປົກປ້ອງຈາກສັນຍາ DMCA ແລະຊີ້ວ່າ Google ຫາກິນກັບການລະເມີດລິຂະສິດເຫຼົ່ານີ ແຕ່ຢ່າໃດກໍ່ຕາມ ຍັງຄົງບໍ່ມີຂໍ້ຢຸດຕິເທື່ອ ຕ້ອງຕິດຕໍ່ໄປ ຈົບຂ່າວ ທີ່ມາ – ZDNet
More »Google Maps
ຫລັງຈາກທີ່ບໍ່ໄດ້ເຂົ້າໄປເບິ່ງດົນ ເພາະວ່າແຕ່ກ່ອນໃຊ້ເນັດ 56K (ຕໍ່ໄດ້ 52Kbps) ຈຶ່ງຊ້າຫລາຍ ຕອນຫລັງນີ້ປ່ຽນມາໃຊ້ ADSL 256K ເລີຍມີໂອກາດໄດ້ໄປລອງໃຊ້ບໍລິການແຜນທີ່ຈາກ Google Maps ອີກຄັ້ງໜຶ່ງ (ເຫດສືບເນື່ອງມາຈາກໂພສຕ໌ນີ້) ກໍ່ເລີຍໄດ້ຮູ້ວ່າ Google Maps ໄດ້ອັບເດດຄວາມຄົມຊັດຂອງແຜນທີ່ ໃນປະເທດລາວແດ່ແລ້ວ ເຖິງຈະເປັນສະເພາະບາງຈຸດກໍ່ຕາມ ເປີດແຜນທີ່ມາຫລວງພະບາງ ຄ່ອຍ ໆ ເລື່ອນ ໆ ມາເບິ່ງ ປະກົດເຫັນ… ເອ໊ະ!!? ມັນຢູ່ບ່ອນໃດຂອງຫລວງພະບາງ?? ຄິດບໍ່ອອກ 555
More »Google ໃນອີກ 77 ປີຂ້າງໜ້າ…
ປະມານປີ ຄ.ສ. 2084 ຖ້າ Google ຍັງຢູ່ ຄືຊິປະມານນີ້ແຫລ່ະ ທີ່ມາ – NYTimes [via]
More »LG ກຽມສົ່ງມືຖືທີ່ຕິດບໍລິການ Google ໃນຕົວອອກຈຳໜ່າຍ
LG ບໍລິສັດອຸປະກອນໄຟຟ້າລາຍໃຫຍ່ຂອງຢີ່ປຸ່ນ ໄດ້ຕົກລົງກັບ Google ທີ່ຈະນຳເອົາບໍລິການຕ່າງ ໆ ຂອງ Google ມາໃສ່ໄວ້ໃນມືຖືຂອງຕົນ ບໍ່ວ່າຈະເປັນບໍລິການຄົ້ນ, ບໍລິການແຜນທີ່, ບລັອກ, ອີເມລ ເປັນຕົ້ນ ໂດຍຈະເປັນການ pre-install ລົງໃນໂທລະສັບມືຖືບາງຮຸ່ນ ເຊິ່ງຈະມີອອກມາວາງຈຳໜ່າຍໃນຊ່ວງປີນີ້ ແລະກ່ອນໜ້ານີ້ທາງ Samsung ກໍ່ໄດ້ມີການຕົກລົງເຊັນສັນຍາກັບທາງ Google ເພື່ອນຳເອົາບໍລິການຕ່າງ ໆ ຂອງ Google ມາໃສ່ໃນມືຖືແລ້ວເຊັ່ນກັນ ທີ່ມາ – Textually.org
More »Gmail ເພີ່ມເນື້ອທີ່ອີກຄັ້ງ
Gmail ເວັບໄຊທ໌ໃຫ້ບໍລິການຮັບສົ່ງອີເມລຂອງ Google ໄດ້ມີການເພີ່ມເນື້ອທີ່ການໃຊ້ງານອີເມລອີກຄັ້ງ ໂດຍເມື່ອນັບຈາກ counter ແລ້ວ ສາມາດຄຳນວນອອກມາໄດ້ວ່າ ໃນມື້ຫນຶ່ງຈະມີເນື້ອທີ່ເພີ່ມຂຶ້ນ 0.4MB ຄິດເປັນ 145MB ຕໍ່ປີ ເຊິ່ງຫມາຍຄວາມວ່າ ຫາກການເພີ່ມຂຶ້ນນີ້ຍັງມີຕໍໄປເລື້ອຍ ໆ ກໍ່ຈະເຮັດໃຫ້ Gmail ມີເນື້ອທີ່ 3560MB ໃນປີ 2012 ທີ່ມາ – GOS ຄາດວ່າ ກວ່າຊິຮອດປີ 2012 ຕອນນັ້ນຄົງຈະເປັນ Unlimited ໝົດແລ້ວລ່ະ -_-”
More »Viacom ຢື່ນຟ້ອງ YouTube ຮຽກຮ້ອງຄ່າເສຍຫາຍກວ່າພັນລ້ານ!
Viacom ບໍລິສັດແມ່ຂອງ MTV ໄດ້ຢື່ນຟ້ອງ YouTube ແລະຮຽກຄ່າເສຍຫາຍເປັນເງິນຈຳນວນກວ່າ $1 ພັນລ້ານ ໂດຍໂຄສົກຂອງທາງ Viacom ອອກມາເວົ້າວ່າ ມີວີດິໂອຈາກເຄືອຂ່າຍໂທລະທັດຂອງ Viacom ຫລາຍກວ່າ 160,000 ລາຍການ ຖືກອັບໂຫລດໄປໄວ້ເທິງ YouTube ບໍ່ວ່າຈະເປັນຂອງລາຍການທີ່ມີຊື່ສຽງເຊັ່ນ Comedy Central, VH1 ແລະ Nickelodeon ເປັນຕົ້ນ ເຊິ່ງລາຍການເຫລົ່ານີ້ນັ້ນ ຖືກເປີດເບິ່ງຫລາຍກວ່າ 1.5 ພັນລ້ານຄັ້ງ! ນອກຈາກນັ້ນຕົວແທນຈາກ Viacom ຍັງບອກວ່າ ທາງບໍລິສັດເອງບໍ່ຄິດວ່າ YouTube ຈະມີນະໂຍບາຍອອກມາ ປາບປາມການເພີ່ມຂຶ້ນຂອງຄລິບວີດິໂອເຫລົ່ານີ້ແຕ່ຢ່າງໃດ ທີ່ມາ – MSNBC News [via] YouTube ເປັບເວັບໄຊທ໌ທີ່ໃຫ້ບໍລິການ video-sharing ທີ່ໄດ້ຮັບຄວາມນິຍົມສູງ ແລະຍັງເປັນເວັບໄຊທ໌ທີ່ມີອັດຕາການຂະຫຍາຍຕົວ ແລະມີຜູ້ຊົມຫລາຍທີ່ສຸດເທົ່າທີ່ເຄີຍມີມາ ໂດຍປະຈຸບັນຖືກຂາຍໄປໃຫ້ກັບ Google Inc. ເປັນທີ່ຮຽບຮ້ອຍແລ້ວ ອັນທີ່ຈິງ ເດືອນທີ່ຜ່ານມາ YouTube ກໍ່ເອົາວີດິໂອຄລິບຂອງ [...]
More »Gmail Theater: Why Use Gmail?
[youtube uBbmiQhuAhU] Technorati Tags: Gmail, Google, Email, Why use Gmail, YouTube, Video, ຈີເມລ, au8ust.org
More »


