Posts Tagged ‘Google’

Google ອອກ Themes ສຳລັບ Gmail

ຜູ້ໃຊ້ Gmail ໃນໄລຍະສອງສາມມື້ທີ່ຜ່ານມາອາດຈະພົບວ່າ ມີຄວາມສາມາດໃໝ່ທີ່ເພີ່ມເຂົ້າມາໃນ Gmail ນັ້ນກໍ່ຄື “Themes” ເຊິ່ງເປັນສີສັນໜ້າຕາຂອງໜ້າຈໍ Gmail ເຊິ່ງມີໃຫ້ເລືອກໄດ້ຫຼາຍເຖິງ ໓໑ ແບບໃນຂະນະທີ່ຂຽນຢູ່ນີ້. ນອກຈາກຈະປ່ຽນໜ້າຕາມປົກກະຕິແລ້ວ ຍັງສາມາດເລືອກໄດ້ວ່າ ຈະໃຫ້ປ່ຽນເອງໂອຍອັດຕະໂນມັດຂຶ້ນກັບສະຖານທີ່, ສະພາບອາກາດ ແລະເວລາອີກນຳ (ມີບ່ອນໃຫ້ເລືອກປະເທດ). Themes ສ່ວນຫຼາຍແມ່ນທີມງານຂອງ Google ເອງເປັນຝ່າຍອອກແບບ ນອກຈາກນັ້ນແມ່ນນັກອອກແບບພາຍນອກທີ່ຈ້າງມາຕ່າງຫາກ ເຊິ່ງໄດ້ເຂົ້າມາອອກແບບ Phantasea Renewal, Summer Ocean ແລະ Cherry Blossom. ທີ່ມາ – Gmail

More »

ມາແລ້ວ! Google Chrome

ມື້ວານນີ້ຂຽນຂ່າວປະໄວ້ ວ່າ Google ຈະອອກ Web Browser ຂອງຕົວເອງໃນມື້ນີ້ ແລະກໍ່ເປັນໄປຕາມນັ້ນ ບໍ່ຖືກພະຍາດເລື່ອນເຂົ້າແຊກແຊງຕ່າງຢ່າໃດ ເມື່ອເວລາປະມານ ໒ ໂມງເຊົ້າຂອງວັນທີ່ ໓ ກັນຍາ ໒໕໕໑ ທາງ Google ກໍ່ເປີດໜ້າດາວໂຫລດຂອງ Google Chrome ໃຫ້ຄົນທົ່ວໄປໄດ້ດາວໂຫລດໄປທົດລອງໃຊ້ໄດ້. ການທົດລອງໃຊ້ເບິ່ງກໍ່ພົບວ່າ ມີບັນຫາຢູ່ເລັກນ້ອຍ ແລະທົ່ວໄປ ເພາະວ່າ Chrome ໃຊ້ WebKit ເປັນ rendering engine ເລີຍເຮັດໃຫ້ບໍ່ລຶ້ງເຄີຍປານໃດ ເຖິງແມ່ນວ່າມັນຈະໄວກໍ່ຕາມ ຫາກແຕ່ພົບວ່າມີບັນຫາໃນການໃຊ້ພາສາລາວຢູ່ ເຊັ່ນ ເວລາພິມຄຳວ່າ “ເລີກ” ແລ້ວກົດ Backspace ເພື່ອລຶບນັ້ນ ເມື່ອລຶບ ກ ອອກໄປແລ້ວ ກົດ Backspace ອີກຄັ້ງໜຶ່ງເພື່ອລຶບສະຫຼະອີ ຈະພົບວ່າມັນຫາຍໄປໝົດເລີຍທັງຄຳ (ໝາຍຄວາມວ່າ ບໍ່ໄດ້ລຶບສະເພາະສະຫຼະອີ ແຕ່ລຶບໝົດ) ບໍ່ຄືໃນ Firefox ຫຼື IE ທີ່ສາມາດລຶບໄດ້ເທື່ອລະໂຕ [...]

More »

Google Chrome — Web browser ຈາກ Google!

ຫຼັງຈາກທີ່ເປັນຂ່າວມາດົນວ່າ Google ຈະສ້າງ Web browser ຫຼືໂປຣແກຣມທ່ອງເວັບຂຶ້ນມາດ້ວຍຕົວເອງ ແຕ່ທີ່ຜ່ານມາກໍ່ບໍ່ໄດ້ມີຫຼັກຖານຫຍັງ ຈົນມາຮອດຕອນນີ້ ທາງ Google ໄດ້ອອກມາປະກາດຢ່າງເປັນທາງການແລ້ວວ່າ ກຳລັງພັດທະນາ Google Chrome ຢູ່ ໂດຍຫຼັກແລ້ວ Google Chrome ຖືກອອກແບບມາໃໝ່ ບໍ່ຄືດັ່ງທີ່ Web browser ໃນປັດຈຸບັນ ໂດຍສະເພາະແມ່ນເລື່ອງລະບົບ multi-process ທີ່ຖືກນຳມາໃຊ້ໃນ Chrome ນີ້. ການເປີດ Tab ນັ້ນ ຈະຖືກແບ່ງອອກເປັນ process ສະເພາະຂອງໃຜມັນ ເມື່ອແຖບໃດມີບັນຫາ ກໍ່ສາມາດປິດແຖບນັ້ນ ເພື່ອປ້ອງກັນບໍ່ໃຫ້ລະບົບລົ້ມທັງໝົດພ້ອມ ໆ ກັນ (ເຊັ່ນໃນ IE ຫຼື Firefox ມັກເປັນ). ໃນສ່ວນຂອງການສະແດງຜົນແລ້ວ Chrome ໃຊ້ Webkit ເປັນ rendering engine (ແບບດຽວກັບທີ່ໃຊ້ໃນ Safari –Web browser [...]

More »

PageRank Updated!

ດົນແລ້ວທີ່ບໍ່ໄດ້ຂຽນກ່ຽວກັບ PageRank ຕັ້ງແຕ່ຮອບກ່ອນ ໆ ທີ່ມັນອັບເດດກໍ່ບໍ່ໄດ້ຂຽນອີກເລີຍ ແຕ່ວ່າ ເວັ້ນໄລຍະບໍ່ຮອດ 6 ເດືອນ ມັນກໍ່ອັບເດດອີກແລ້ວ ເຊິ່ງຖືວ່າໄວຫລາຍ ແລະອັນດັບຕ່າງ ໆ ກໍ່ມີການປ່ຽນແປງໂດຍສັງເຂບດັ່ງນີ້ ເບິ່ງເວັບໃນເຄືອກ່ອນ au8ust.org PR4 (0) ບໍ່ຫວັງວ່າມັນຈະຂຶ້ນໄວ ໆ ນີ້ ເພາະ PR5 ໄດ້ມາຍາກຫລາຍ *real me PR2 (-1) ອັນດັບຕົກ ອາດຈະເປັນຍ້ອນ Links ອອກຫລາຍເກີນ au8ust’s community PR3 (0) ຮັກສາອັນດັບໄດ້ເທົ່າເກົ່າ mydream PR0 (0) ບໍ່ຂຶ້ນຊ້ຳ ຫນ້າແປກ ສົງໄສໃຊ້ເວລາບໍ່ພໍ au8ust.spaces.live.com PR1 (-1) ອັນດັບຕົກ ເພາະ Link ເຂົ້າຫນ້ອຍລົງ au8ust.wordpress.com PR3 (0) ອານິສົງຈາກ WordPress.com [...]

More »

Android ໃນ HTC Dream

Android Platform ທີ່ພັດທະນາໂດຍ Google ເລີ່ມເປັນຮູບເປັນຮ່າງຫລາຍຂຶ້ນເມື່ອ Google ໄດ້ນຳ HTC Dream ໂທລະສັບມືຖືທີ່ໃຊ້ Android ມາສາທິດໃນງານ Google I/O ເຊິ່ງມືຖືລຸ້ນດັ່ງກ່າວມີຫນ້າຈໍ 5×3 ນິ້ວ ແລະເປັນມືຖື Slide ແບບ QWERTY ວ່າກັນວ່າ ເຮັດວຽກໄດ້ໄວຫລາຍ — ເບິ່ງໄດ້ຈາກວີດິໂອ ທີ່ມາ – Engadget, CNET [via B|N]

More »

ເລື່ອງຂອງ Google AdWords

ທ່ານພະນົມສິນຖາມໃນ community ຂໍຍົກມາຕອບໃນຫນ້ານີ້ແທນ ເຜື່ອຈະເປັນປະໂຫຍດໃນກາລເບື້ອງໜ້າ ໃຜກໍ່ຕາມທີ່ໃສ່ google adsense ໄວ້ໃນເວັບໄຊຂອງຕົນ ເມື່ອມີຄົນ click ເຈົ້າຂອງເວັບ ຈະໄດ້ເງິນ ໃຜກໍ່ຕາມທີ່ລົງໂຄສະນາກັບ google adsense ໄວ້ໃນເວັບໄຊຂອງຜູ້ອຶ່ນ ເມື່ອມີຄົນ click ເຈົ້າໂຄສະນາ ຈະເສຍເງິນ ໄລຍະຫລັງນີ້ ໄດ້ເຫັນໂຄສະນາຂອງເວັບ ພັນລາວ ລົງໂຄສະນາກັບ google adsense ຈຶ່ງສົນໃຈຢາກຖາມ ວ່າ: 1 ລົງໂຄສະນາກັບ google adsense ເຮັດຄືແນວໃດ 2 ລົງໂຄສະນາກັບ google adsense ເສຍຄ່າ keyword ແນວໃດ 3 ມື້ຫນຶ່ງໆ ເສຍຄ່າ click ຫລາຍປານໃດ Quote ດ້ານເທິງມາຈາກກະທູ້ ເສຍຄ່າຄົນ click ໄປຫລາຍປານໃດ ຂອງທ່ານພະນົມສິນ ທີ່ສົນໃຈກ່ຽວກັບເລື່ອງ AdWords ບາດນີ້ເຮົາມາອ່ານຄຳຕອບກັນ

More »

Google Zeitgeist 2007

ເມື່ອຮອດທ້າຍປີໃດ Google ກໍ່ຈະມີສະຫລຸບສະຖິຕິການຄົ້ນຫາມາໃຫ້ເບິ່ງກັນໃນຊື່ Google Zeitgeist (ຄຳວ່າ Zeitgeist ມາຈາກພາສາເຢຍລະມັນແປວ່າ Spirit of Time ໃນພາສາອັງກິດ) ເຊິ່ງໃນປີນີ້ກໍ່ເຊັ່ນກັນ Google Zeitgeist 2007 ໄດ້ສະແດງສະຖິຕິຂອງ Keyword ຄຳຄົ້ນຫາຕ່າງ ໆ ທີ່ມີຜູ້ໃຊ້ງານກັນຫລາຍທີ່ສຸດດັ່ງນີ້ ຄຳຄົ້ນຫາທີ່ມີຄົນໃຊ້ຫລາຍທີ່ສຸດໃນອະເມລິການຣຽງຕາມໄຕຣມາດ 

More »

Compare ໃນ Google Analytics

ຮູ້ສຶກວ່າຫາກໍ່ເຫັນ ມັນເປັນການປຽບທຽບລະຫວ່າງສອງຢ່າງ ເຊັ່ນ Visitor ກັບ Pageview ເປັນຕົ້ນ ເຊິ່ງ feature ນີ້ຈະປະກົດຢູ່ໃນ Dashboard ຂອງ Google Analytics ເລີຍ ເຮັດໃຫ້ Webmaster ສະດວກຍິ່ງຂຶ້ນໃນການກວດສອບ ແລະປຽບທຽບຜູ້ຄົນຊົມເວັບໄຊຕ໌ຂອງຕົນ

More »

Android Demo

ມີດົນແລ້ວ ແຕ່ຫາກໍ່ເຄີຍເບິ່ງ 555 ເປັນວີດິໂອສາທິດຄວາມສາມາດຂອງ Android ເຊິ່ງເປັນທັງ OS ແລະເປັນທັງ Mobile platform ທີ່ພັດທະນາໂດຍ Google ເບິ່ງແລ້ວມີຄວາມສາມາດອັນລົ້ນເຫລືອເລີຍ ຕອນທ້າຍຂອງວີດິໂອເພິ່ນຍັງເຊີນຊວນໃຫ້ຮ່ວມກັນພັດທະນາ Application ເທິງລະບົບ Android ເພື່ອຊິງລາງວັນກວ່າ $10,000,000 ອີກນຳ! [youtube 1FJHYqE0RDg] ຕ້ອງຂໍຂອບໃຈທ່ານ S!aN ທີ່ແນະນຳມາ

More »

Google PageRank ໃນໄຕຣມາດ 4 ປີ 2007

ເລື່ອງ PageRank ເຄີຍຂຽນເທື່ອຫນຶ່ງ ດົນມາແລ້ວ ຕອນນີ້ Google ກໍ່ໄດ້ປັບ PageRank ອີກຄັ້ງຫນຶ່ງ ເຊິ່ງໃນຄັ້ງນີ້ກໍ່ມີຫລາຍ ໆ ເວັບທີ່ອັນດັບຕົກລົງໄປຫລາຍພໍສົມຄວນ –ອັນດ້ວຍເຫດເນື່ອງມາຈາກການຊື້ຂາຍລິງກ໌. ເວັບໃຫຍ່ ໆ​ ແບບ StatCounter.com ທີ່ເຄີຍມີ PR8 ກໍ່ຕົກລົງມາເຫລືອພຽງ PR6 ເທົ່ານັ້ນ, phpBB.com ຈາກ PR8 ກໍ່ເຫລືອພຽງ PR6 ສ່ວນເວັບຕ່າງ ໆ​ ໃນລາວເຮົາກໍ່ຮູ້ສຶກຈະມີການປັບປ່ຽນກັນພໍສົມຄວນ ໂດຍສະເພາະເວັບໄຊຕ໌ເກີດໃຫມ່ ຕອນນີ້ກໍ່ໄດ້ມີ PR ກັນແລ້ວ ເລີ່ມກັນທີ່ເວັບລັອກທັງຫລາຍກ່ອນ au8ust.org PR4 ເທົ່າເກົ່າ Pnomsin.com ເວັບຂອງທ່ານພະນົມສິນກໍ່ໄດ້ PR3 ແລ້ວເຊັ່ນກັນ ຖືວ່າໄວຫລາຍ LaoBlogger.com ເປີດໃຫມ່ໂພດ ລິງກ໌ເຂົ້າບໍ່ທັນ ຕອນນີ້ PR0 ໄປກ່ອນ LuangPrabang2Day.com ເປີດໃຫມ່ ແຕ່ກໍທັນໄດ້ PR2 ເຊັ່ນກັນ samakomlao.blogspot.com [...]

More »