Google ກຽມແຜນເປີດຮ້ານຂາຍປື້ມອອນໄລ ເນັ້ນການຂາຍສົ່ງແລະຂາຍຍ່ອຍ ຢືນຢັນບໍ່ໄດ້ຄຶດເຮັດ ebook reader (ໃນຕອນນີ້) ເທື່ອ. Google ຜູ່ໃຫ້ບໍລິການຊອກຫາລາຍໃຫຍ່ອັນດັບນຶ່ງຂອງໂລກ ເປີດເຜີຍຂໍ້ມູນຫຼ້າສຸູດໃນການເປີດຂາຍ ebooks ໂດຍຮ່ວມມືກັບຜູ່ຈັດພິມລາຍຕ່າງ ເພື່ອຂາຍປື້ມແບບເອເລັກໂທຣນິກໃນສະບັບ Google Edition ເຊິ່ງລູກຄ້າທີ່ສົນໃຈ ສາມາດຊື້ ebooks ດັ່ງກ່າວນີ້ໄດ້ຜ່ານທາງ Amazon, Barnes & Noble ຫຼືເວັບໄຊອື່ນໆ ທີ່ສົນໃຈເຂົ້າຮ່ວມ. ທາງ Google ຍັງໄດ້ລະບຸວ່າ ຂໍ້ມູນຂອງ ebook ນັ້ນ ຕົນຈະເປັນຜູ່ host ແລະສາມາດຊອກຫາໄດ້ຜ່ານ Google. Tom Turvey ຕົວແທນຈາກ Google ໃຫ້ຂໍ້ມູນເພີ່ມເຕີມອີກວ່າ ຈະແບ່ງເປີເຊັນໃຫ້ສຳນັກພິມ 63% ແລະທີ່ເຫຼືອຈະເປັນຂອງ Google ໃນກໍລະນີຂາຍຍ່ອຍ ແຕ່ຫາກເປັນການຂາຍສົ່ງໃຫ້ກັບເວັບໄຊຕ່າງໆ ເພື່ອໄປຂາຍຕໍ່ເອງນັ້ນ ສຳນັກພິມຈະໄດ້ 45% ສ່ວນທີ່ເຫຼືອແມ່ນແບ່ງກັນລະຫວ່າງ Google ແລະເວັບໄຊທີ່ນຳປື້ມໄປຂາຍ. ຢ່າງໃດກໍຕາມຈະບໍ່ມີການຜະລິດອຸປະກອນ ebook [...]
More »