Google Earth for iPhone
ເຖິງວ່າ Google ຈະມີ Adriod ແຕ່ກໍ່ບໍ່ໄດ້ໝາຍຄວາມວ່າຈະຊັງນ້ຳໜ້າ Apple ຈົນເກີນໄປ ຫຼ້າສຸດນີ້ Google ອອກໂປຣແກຣມແຜນທີ່ສາມມິຕິ Google Earth ສຳລັບມືຖື iPhone ເປັນທີ່ຮຽບຮ້ອຍແລ້ວ. ລາຍລະອຽດສາລະສຳຄັນຂອງ Google Earth ເວີຊັນ iPhone ນັ້ນ ຂ້ອນຂ້າງຈະຄ້າຍກັບ Desktop ຢູ່ໂດຍທົ່ວໄປ ຍົກເວັ້ນການດຶງຄວາມສາມາດໃນສ່ວນຂອງ Multi-Touch ໃນ iPhone ມາເປັນປັດໃຈບວກໃຫ້ Navigation ຂອງໂປຣແກຣມ. ນອກຈາກນັ້ນ ຍັງມີການສະແດງຂໍ້ມູນຮູບພາບ ແລະລາຍລະອຽດຂອງສະຖານທີ່ໂດຍໃຊ້ Wikipedia ຮວມເຖິງຄວາມສາມາດໃນການູຊອກຫາຕຳແໜ່ງ ຜ່ານ GPS, ເຄືອຂ່າຍ WiFi ແລະຕຶກສົ່ງສັນຍານມືຖືຕ່າງ ໆ ອີກນຳ.
More »
