ຜູ້ໃຊ້ Gmail ໃນໄລຍະສອງສາມມື້ທີ່ຜ່ານມາອາດຈະພົບວ່າ ມີຄວາມສາມາດໃໝ່ທີ່ເພີ່ມເຂົ້າມາໃນ Gmail ນັ້ນກໍ່ຄື “Themes” ເຊິ່ງເປັນສີສັນໜ້າຕາຂອງໜ້າຈໍ Gmail ເຊິ່ງມີໃຫ້ເລືອກໄດ້ຫຼາຍເຖິງ ໓໑ ແບບໃນຂະນະທີ່ຂຽນຢູ່ນີ້.
ນອກຈາກຈະປ່ຽນໜ້າຕາມປົກກະຕິແລ້ວ ຍັງສາມາດເລືອກໄດ້ວ່າ ຈະໃຫ້ປ່ຽນເອງໂອຍອັດຕະໂນມັດຂຶ້ນກັບສະຖານທີ່, ສະພາບອາກາດ ແລະເວລາອີກນຳ (ມີບ່ອນໃຫ້ເລືອກປະເທດ). Themes ສ່ວນຫຼາຍແມ່ນທີມງານຂອງ Google ເອງເປັນຝ່າຍອອກແບບ ນອກຈາກນັ້ນແມ່ນນັກອອກແບບພາຍນອກທີ່ຈ້າງມາຕ່າງຫາກ ເຊິ່ງໄດ້ເຂົ້າມາອອກແບບ Phantasea Renewal, Summer Ocean ແລະ Cherry Blossom.
ທີ່ມາ - Gmail
Google
Design , Email , Gmail , Google , Themes
ມາຕອນໃດບໍ່ຮູ້ ຮູ້ແຕ່ຕອນນີ້ໃນ Gmail ມີ Emoticons ແບບໃໝ່ໃຫ້ໃຊ້ແລ້ວ ງາມອີ່ຫຼີ
Google
Emoticon , Gmail , ຍິ້ມ , ອາລົມ
ທີ່ມາ - (ລືມແລ້ວ ແຕ່ມາຈາກບລັອກຫນຶ່ງໃນ Exteen.com)
Google
building , Email , Gmail , russian
ເກືອບລືມຂຽນເຖິງ Google Talk ເຊິ່ງເປັນ Chat protocol ຈາກ Google ເອົາໄວ້ລົມກັນແບບພວກ Windows Live Messenger ຫຼື Yahoo! Messenger ນັ້ນລະ ໂດຍຄວາມສາມາດໃຫມ່ທີ່ວ່ານີ້ກໍ່ຄື Group chat ສົນທະນາແບບຫລາຍ ໆ ຄົນໂດຍບໍ່ຕ້ອງເປີດຫລາຍ ໆ ຫນ້າຕ່າງ
ສຳຫລັບທ່ານທີ່ໃຊ້ Gmail ກໍ່ພຽງແຕ່ຄລິກເຂົ້າລົມຄົນໃດກໍ່ໄດ້ ຈາກນັ້ນຄລິກທີ່ Options ແລ້ວເລືອກ Group Chat ແລ້ວໃສ່ຊື່ຂອງຄົນທີ່ຕ້ອງການໃຫ້ເຂົ້າຮ່ວມ
ນອກຈາກ Group Chat ແລ້ວ ຕອນນີ້ Gtalk ກໍ່ມີ Emoticons ໃຫ້ເລືອກຄລິກໄດ້ນຳ
ທີ່ມາ - Go2Web2
Internet
Gmail , Google Talk , Group Chat , Gtalk , IM , ກຸ່ມສົນທະນາ , ແຊດ
ມີຂ່າວອອກມາວ່າ ໃນເວີຊັນໃຫມ່ຂອງບໍລິການເວບເມລຈາກ Google ທີ່ຊື່ວ່າ Gmail ນັ້ນ ຈະມີຄວາມສາມາດໃຫມ່ ໆ ເພີ່ມເຂົ້າມາອີກຈຳນວນໜຶ່ງ ເຊິ່ງໃນນັ້ນກໍ່ມີ
ລະບົບກອງ spam
ລາຍລະອຽດກ່ຽວກັບການເຂົ້າໃຊ້ງານຄັ້ງສຸດທ້າຍ ເຊັ່ນວ່າລັອກອິນມາຈາກໃສ
ເບິ່ງໄຟລ໌ພາບທີ່ແນບມາແບບ slideshow
ລົມຫຼາຍ ໆ ຄົນໃນ Gmail chat
ເປັນຕົ້ນ
ທີ່ມາ - GOS
au8ust.org
Email , Gmail
Gmail ເວັບໄຊທ໌ໃຫ້ບໍລິການຮັບສົ່ງອີເມລຂອງ Google ໄດ້ມີການເພີ່ມເນື້ອທີ່ການໃຊ້ງານອີເມລອີກຄັ້ງ ໂດຍເມື່ອນັບຈາກ counter ແລ້ວ ສາມາດຄຳນວນອອກມາໄດ້ວ່າ ໃນມື້ຫນຶ່ງຈະມີເນື້ອທີ່ເພີ່ມຂຶ້ນ 0.4MB ຄິດເປັນ 145MB ຕໍ່ປີ ເຊິ່ງຫມາຍຄວາມວ່າ ຫາກການເພີ່ມຂຶ້ນນີ້ຍັງມີຕໍໄປເລື້ອຍ ໆ ກໍ່ຈະເຮັດໃຫ້ Gmail ມີເນື້ອທີ່ 3560MB ໃນປີ 2012
ທີ່ມາ - GOS
ຄາດວ່າ ກວ່າຊິຮອດປີ 2012 ຕອນນັ້ນຄົງຈະເປັນ Unlimited ໝົດແລ້ວລ່ະ -_-”
au8ust.org
Gmail , Google
ຄວາມຄິດເຫັນຫຼ້າສຸດ