Posts Tagged ‘Gaming’

C&C Classic ແຈກຟຣີ!

ຂ່າວເກົ່າແດ່ຈັກໜ່ອຍ ທາງ EA ເປີດໃຫ້ດາວໂຫລດ series ເກມ Command & Conquer ພາກເກົ່າໆ ເຊິ່ງຮວມມີ Tiberian Sun + Firestorm, Tiberian Dawn ແລະ Red Alert ໄດ້ຟຣີ! ຜູ່ທີ່ສົນໃຈສາມາດເຂົ້າໄປ http://www.commandandconquer.com/classic ເພື່ອເບິ່ງຂໍ້ມູນວິທີການຕິດຕັ້ງ ແລະລິ້ງສຳລັບດາວໂຫລດໄດ້. ການແຈກເກມພາກເກົ່າໃຫ້ດາວໂຫລດໄດ້ຟຣີນັ້ນ ເປັນເທັກນິກທີ່ບໍລິສັດເກມຕ່າງໆ ໃຊ້ມາດົນແລ້ວ ໂດຍສະເພາະເວລາທີ່ຈະມີພາກໃໝ່ອອກມາ.

More »

2009.12.17

ຫຼັງຈາກລໍຄອຍມາຍາວນານ (ແລະຕ້ອງລໍຄອຍຕໍ່ໄປອີກຕື່ມ) ມັນກໍໃກ້ເຂົ້າມາແລ້ວ!! Final Fantasy XIII

More »

Command & Conquer Red Alert on iPhone!

ອີກຄັ້ງນຶ່ງກັບ Series ອຳມະຕະ Red Alert ໃນຕະກູນ Command & Conquer ເຊິ່ງຄັ້ງນີ້ສົງຄາມເກີດຂຶ້ນໃນ iPhone (ແລະ iPod Touch)! Red Alert ພາກນີ້ເປັນເຫດການກ່ອນໜ້າ Command & Conquer ພາກທຳອິດ ເຊິ່ງເກີດຂຶ້ນໃນໄລຍະປີ 1950 ເມື່ອບໍ່ມີ Hilter ພາໃຫ້ສະຫະພາບໂຊຫວຽດເຮືອງອຳນາດຂຶ້ນມາ ແລະພະຍາຍາມຍຶດຄອງທົ່ວທັງຢູໂຣບ ແລະເອເຊຍ. ຮູບແບບຂອງເກມນັ້ນຍັງຄົງເປັນ RTS ເຊັ່ນເດີມ ແລະແນ່ນອນວ່າຖືກປັບປຸງໃຫ້ເໝາະສຳລັບລະບົບຈໍສຳຜັດຂອງ iPhone ຫຼາຍຂຶ້ນ. ພາບໃນໂຕເກມນັ້ນເປັນແບບ 3D ສາມາດປັບປ່ຽນມຸມກ້ອງໄດ້. ການຫຼິ້ນກໍລື່ນໄຫຼ ແລະສຽງພາຍໃນເກມເປັນແບບດຽວກັບພາກ PC. ສຳລັບກຳນົດການອອກແມ່ນວັນທີ 23 ຕຸລາ ຜ່ານທາງ App Store ຂອງ Apple. ທີ່ມາ – LaoMac.net

More »

Sony ອອກ PS3 Slim

Sony ອອກລຸ້ນໃໝ່ຂອງ PS3 ໃສ່ຊື່ວ່າ PS3 Slim ໂດຍຕັ້ງລາຄາທີ່ $299 ແລະຈະວາງຈຳໜ່າຍໃນຕົ້ນເດືອນກັນຍາທີ່ຈະມາເຖິງນີ້. ການຖະແຫຼງການດັ່ງກ່າວເກີດຂຶ້ນທີ່ງານ Gamescom ຈັດຂຶ້ນໃນ Cologne ປະເທດເຢຍລະມັນ ເຊິ່ງທາງ Sony ນອກຈາກຈະລະບຸລາຄາແລ້ວ ກໍຍັງໄດ້ເປີດເຜີຍຂໍ້ມູນຂອງເຄື່ອງເກມ PS3 ລຸ້ນໃໝ່ອີກນຳ. PS3 Slim ຈະມາພ້ອມກັບ HDD ສຳລັບບັນຈຸຂໍ້ມູນຂະໜາດ 120GB ແລະກິນໄຟໜ້ອຍລົງ 34%. ໃນສ່ວນທີ່ຖືກຕັດອອກໄປແມ່ນຕົວເລືອກສຳລັບຕິດຕັ້ງລະບົບປະຕິບັດການອື່ນ ໆ (ຖ້າໃຜຍັງຈື່ກັນໄດ້ PS3 ລຸ້ນທຳອິດສາມາດຕິດຕັ້ງ Linux ຫຼືແມ່ນແຕ່ Windows ໄດ້). ທີ່ມາ – Ghacks

More »

SimCity for iPhone & iPod Touch

iPhone ແລະ iPod Touch ເລີ່ມມີເກມມາລົງຫຼາຍຂຶ້ນ ຫຼ້າສຸດນີ້ SimCity ເກມສ້າງເມືອງຍອດນິຍົມທີ່ມີມາກວ່າ ໑໐ ປີ ກໍ່ໄດ້ມີເວີຊັນສຳລັບ iPhone ແລະ iPod Touch ເປັນທີ່ຮຽບຮ້ອຍແລ້ວດ້ວຍລາຄາພຽງ $9.99 ເທົ່ານັ້ນ ສາມາດຊື້ໄດ້ຜ່ານ iTunes Store. ໂດຍຫຼັກແລ້ວ ພາຍໃນເກມຈະຄ້າຍ ໆ ພາກທີ່ຜ່ານມາ ການຄວບຄຸມຈະໃຊ້ປະໂຫຍດຈາກລະບົບຈໍສຳຜັດ ເຊິ່ງທາງແຫຼ່ງຂ່າວໃຫ້ຄຳເຫັນວ່າ ການຫຼິ້ນຂ້ອນຂ້າງຈະດີ ເຖິງແມ່ນຈະຕົວເກມຈະມີບັນຫາທາງເທັກນິກ ເຊັ່ນການໂຫຼດທີ່ຊ້າ ແລະມີ bugs ພາຍໃນເກມຢູ່ແດ່ກໍ່ຕາມ.

More »

Castlevania… Next Gen!

Castlevania ຖືເປັນ ໑ ໃນເກມທີ່ມີຊື່ສຽງມາຫຼາຍຍຸກຫຼາຍສະໄໝ ຕັ້ງແຕ່ NES ຈົນມາຮອດປັດຈຸບັນ ໂດຍສະເພາະໃນ Symphony of the Night ທີ່ລົງ PlayStation ນັ້ນໄດ້ຮັບຄວາມນິຍົມເປັນຢ່າງຍິ່ງ ດ້ວຍຮູບແບບການຫຼິ້ນທີ່ໜ້າສົນໃຈ ຕະຫຼອດຈົນເອກະລັກຕ່າງ ໆ ພາຍໃນຕົວເກມ. ໃນງານ Tokyo Game Show 2008 ນີ້ ທາງ Konami ກໍ່ອອກໂຄສະນາຂອງ Castlevania ພາກໃໝ່ມາແລ້ວ ລາຍລະອຽດບໍ່ໄດ້ລະບຸຫຍັງມາຫຼາຍເທື່ອ ແຕ່ເກມໃນພາກນີ້ຈະລົງ PS3 ແລະ XBOX360

More »

Blender Game Engine Tech Demo

ພໍດີໄດ້ຍິນໝູ່ບອກວ່າ ກຳລັງຊິສ້າງເກມ ກໍ່ເລີຍວ່າຂຽນເລື່ອງເກມແດ່ຈັກໜ່ອຍ ສຳລັບຊື່ Blender ຫຼາຍຄົນທີ່ນິຍົມ Linux ອາດຈະຮູ້ກັນແລ້ວວ່າ ມັນຄືໂປຣແກຣມອອກແບບ 3D Model ທີ່ເປັນ OpenSource ແລະມີຊື່ສຽງຫຼາຍໃນ Linux. ໃນຫຼາຍເດືອນທີ່ຜ່ານມາທາງ Blender ແລະ Crystal Space projects ໄດ້ຮ່ວມມືກັນສ້າງເກມສາມມິຕິທີ່ເປັນ opensource ທີ່ມີແນວຄິດຈະໃຫ້ມີຄວາມທັດທຽມກັບ industry standard ຂອງວົງການເກມສາມມິຕິ. ເກມທີ່ວ່ານີ້ມີຊື່ວ່າ “Frankie” ເຊິ່ງໃນເບື້ອງຕົ້ນທາງທາງຝ່າຍພັດທະນາຄາດຫວັງວ່າຈະສາມາດ ອອກເກມນີ້ໄດ້ໃນຊ່ວງທ້າຍເດືອນສິງຫາ ແຕ່ວ່າກໍ່ບໍ່ເປັນໄປຕາມນັ້ນ. ເຖິງຢ່າງໃດກໍ່ຕາມ ທາງ Blender ແລະ Crystal Space ກໍ່ອອກ technology demo ທີ່ພັດທະນາໂດຍໃຊ້ Blender Game Engine ໃຫ້ໄດ້ທົດລອງຫຼິ້ນກັນ. ພາຍໃນເດໂມ Yo Frankie Demo 1.1 ຈະມີດ່ານທີ່ສາມາດຫຼິ້ນໄດ້ເພື່ອສາທິດກ່ຽວກັບ Engine ຂອງເກມ. ຕົວເກມເປັນລິກຂະສິດ [...]

More »

ຮວມຂ່າວໃນງານ E3 2008

ເວັບອື່ນ ໆ ລາຍງານຂ່າວໃນ E3 ໄປຫລາຍແລ້ວ ແຕ່ບລັອກນີ້ຫາກໍ່ມີໂອກາດໄດ້ຂຽນກ່ຽວກັບງານ E3 ປະຈຳປີ 2008 ທີ່ຈັດຂຶ້ນທີ່ Los Angeles Convention Center ໂດຍລາຍລະອຽດທີ່ມີໃນງານ E3 ຂອງປີນີ້ຈະຂໍຂຽນສະຫລຸບໂດຍສັງເຂບດັ່ງນີ້ SQUARE-ENIX ປະກາດ ລົງ Final Fantasy XIII ໃຫ້ກັບເຄື່ອງ Xbox360 + Trailer Capcom ເປີດເຜີຍກຳນົດການວາງຈຳຫນ່າຍ Resident Evil 5 + trailer , alternative trailer Gear of War 2 ເປີດກຳນົດການວາງຈຳຫນ່າຍ + trailer, multi-player gameplay Command & Conquer : Red Alert 3 – Stage [...]

More »