Posts Tagged ‘Games’

CrossOver ແຈກຟຣີມື້ອື່ນມື້ດຽວເທົ່ານັ້ນ!

ຂ່າວດີສຳລັບຄົນໃຊ້ Linux ເມື່ອ CodeWeavers ປະກາດແຈກຟຣີໂປຣແກຣມ CrossOver Office ແລະ CrossOver Games ສຳລັບມື້ອື່ນມື້ດຽວເທົ່ານັ້ນ ເຊິ່ງທ່ານທີ່ດາວໂຫລດມື້ອື່ນນັ້ນ ຈະໄດ້ຮັບທັງ CrossOver Office ແລະ CrossOver Games ຂອງແທ້ ພ້ອມບໍລິການຫຼັງການຂາຍຟຣີ.
ສຳລັບຂໍ້ມູນເພີ່ມເຕີມແມ່ນສາມາດອ່ານໄດ້ຈາກ Press Release.
ທີ່ມາ – Phoronix
CrossWeaver ເປັນຜູ້ພັດທະນາໂປຣແກຣມ CrossOver Office ແລະ CrossOver Games ທີ່ຊ່ວຍໃຫ້ຜູ້ໃຊ້ Linux ສາມາດຕິດຕັ້ງແລະໃຊ້ງານ ໂປຣແກຣມ ຫຼືເກມທີ່ອອກແບບມາສຳລັບ Windows ໃນ Linux ໄດ້ (ເຊັ່ນບາງຄົນອາດຕ້ອງການໃຊ້ Microsoft Office ຫຼືຫຼິ້ນເກມ Half-Life 2 ໃນ Linux).

More »

FireNes ຫຼິ້ນເກມ NES ໃນ Firefox

Firenes ເປັນ Extension ສຳຫລັບ Firefox ໃຊ້ໄວ້ຫຼິ້ນເກມຂອງເຄື່ອງ NES aka Family, Famicom, etc… ຈຸດເດັ່ນກໍ່ຄື ສາມາດຫຼິ້ນໄດ້ໂດຍບໍ່ຕ້ອງດາວໂຫລດ Emulator ຫຼື ROM ມາເລີຍ (ເພິ່ນວ່າແນວນັ້ນ)
ສົນໃຈໂຫລດໄດ້ທີ່ມາ
ທີ່ມາ – Mozilla.org via del.icio.us

More »