Posts Tagged ‘Gadget’

ມັນຄື… eToilet ຈາກ Microsoft

ຜະລິດຕະພັນໃຫມ່ຈາກ Microsoft ຕົວນີ້ ຮູ້ສຶກວ່າຈະເອົາໃຈຄົນທີ່ເຮັດວຽກ ປະເພດທີ່ວ່າ ຫ່າງຫນ້າຈໍບໍ່ໄດ້ເປັນພິເສດ ເພາະນີ້ຄື…!!!​ Microsoft eToilet!! ເຖິງຈະໄດ້ບໍ່ມີປະກາດກ່ຽວກັບ eToilet ໃຫ້ເຫັນໃນງານ CES 2007 ແຕ່ວ່າກໍ່ມີການເປີດຕົວໃນເວລາຕໍ່ມາ ໂດຍຄຸນສົມບັດຫລັກໆ ຂອງມັນກໍ່ມີຫນ້າຈໍລະບົບສຳຜັດ ຂະຫນາດ 21″ ຄວາມສາມາດ ໃນການເຊື່ອມຕໍ່ກັບ Zune, ລະບົບໂທລະສັບ, ອິນເຕີເນັດ ແລະກໍ່ຍັງມີຄຳແນະນຳກ່ຽວກັບເລື່ອງສຸຂະພາບ ອະນາໄມພ້ອມ eToilet ຈະມີອອກວາງຈຳຫນ່າຍພາຍໃນເດືອນນີ້ ໃນລາຄາປະມານ $499 ~ $599 ສ່ວນລາຍລະອຽດດ້ານ Spec ຍັງບໍ່ມີ ແຕ່ເບິ່ງແລ້ວເຂົ້າໃຈວ່າ ຫນ້າຈະຂັບເຄື່ອນ ດ້ວຍລະບົບ Windows XP Embed –ນຶກພາບບໍ່ອອກ ເວລາລະບົບມັນຂຶ້ນຈໍຟ້າ ແລ້ວຊິເຮັດແນວໃດ ??? ທີ່ມາ – Shiny Shiny

More »

Apple iPhone concept from Apple fans

ແນະນຳ Blog ທີ່ລວມ Concepts ຂອງມືຖື iPhone ຈາກແຟນໆ Apple ມີຫລາກຫລາຍແບບ ຫລາກຫລາຍສະໄຕລ໌ ທີ່ມາ: appleiphone.blogspot.com via Zickr!

More »

USB Heating Slippers II, USB G-Gloves

ຊ່ວງນີ້ອາກາດຫນາວຂຶ້ນ ຫນາວຂຶ້ນ ເລີຍມາແນະນຳເຄື່ອງແກ້ຫນາວ ແຕ່ວ່າ ດ້ວຍ Concept ຂອງ au8ust.org ທີ່ເວົ້າແຕ່ເລື່ອງ tech ລ້ວນໆ ດັ່ງນັ້ນ ເຖິງຈະແນະນຳເລື່ອງສຸຂະພາບ ກໍ່ແນະນຳແບບ hi-tech (ຈົນໂອເວີ່ ໕໕໕+) ຮູບທາງຊ້າຍ ເບີ່ງຜ່ານໆ ແລ້ວກໍ່ຄືເກີບໃສ່ໃນບ້ານທຳມະດາ ແຕ່ຄວາມຈິງແລ້ວ ມັນຄືເກີບທຳຄວາມຮ້ອນ ໃຊ້ແຫລ່ງໄຟຈາກ USB ແປວ່າ ຕ້ອງສຽບສາຍ USB ເຂົ້າກັບຄອມພິວເຕີເພື່ອໃຫ້ມັນເຮັດວຽກ O_o ສ່ວນຮູບທາງຂາວ ເປັນຖົງມື ໃຊ້ທຳຄວາມຮ້ອນຄືກັນ ສຽບສາຍ USB ຄືກັນອີກ ໕໕໕+ ຈັ່ງແມ່ນມັນເຮັດອອກມາເປັນຕາໂອເວີ່ເກີນເຫດ ຢາກຂຽນໃຫ້ດີໆ ກວ່ານີ້ຢູ່ ແຕ່ວ່າ ແຕ່ວ່າ ເນັດມັນກຳລັງຈະຫລຸດແລ້ວ Y_Y ດຽວຄ່ອຍວ່າກັນໃຫມ່ ສຳຫລັບໃຜທີ່ສົນໃຈກໍ່ແວະໄປເບີ່ງທີ່ Usb.brando.com.hk ກັບ Gadget.brando.com.hk ລອງເບີ່ງ ເຜື່ອວ່າຢາກໄດ້ມາໃຊ້ໃນຊ່ວງຍາມຫນາວແບບນີ້ ^^”

More »

Mobile Phone Telescope – For Sony Ericsson

ບໍ່ເຄີຍຄິດມາກ່ອນວ່າມັນຈະມີແມ່ນຫຍັງແບບນີ້ ມັນຄືເລັນຊູມ (ຄວາມຈິງພາສາອັງກິດເຂົາໃຊ້ຄຳວ່າ Telescope ແຕ່ຢ່າເຂົາ) ສຳຫລັບມືຖື Sony Ericsson K750i, W800i, W810i ແລະ W5500i/W600i ສາມາດຊູມໄດ້ເຖິງ ໖ ເທົ່າ!! ໂອ… ແມ່ນຫຍັງມັນຊິປານນັ້ນ ລອງເບີ່ງພາບເມື່ອບໍ່ໃຊ້ ກັບເມື່ອໃຊ້ເລັນທີ່ວ່ານີ້   ຮູບທາງຊ້າຍບໍ່ໃຊ້ເລັນຊູມ ສ່ວນຮູບທາງຂວາໃຊ້ເລັນຊູມ ເບີ່ງແລ້ວຈັ່ງແມ່ນຊັດເຈນດີແທ້ນໍ້ Mobile Phone Telescope ທີ່ວ່ານີ້ ຈະມາພ້ອມກັບອຸປະກອນເສີມສຳຫລັບຍຶດກັບຫນ່ວຍມືຖື ແລະເມື່ອປະກອບກັນອອກມາແລ້ວກໍ່ກາຍເປັນ…   – -” ເອົາເປັນວ່າຖ້າໃຜມັກໃຊ້ມືຖືຖ່າຍຮູບເປັນຊີວິດຈິດໃຈ ກໍ່ລອງແວະໄປເບີ່ງ mobile.brando.com.hk ໄດ້ຍິນວ່າຂາຍບໍ່ແພງ (ປະມານເກືອບສອງແສນກີບ)

More »

Puppy Robot with Nokia 770

ກໍ່ປະມານວ່າ ເປັນຫຸ່ນຍົນທີ່ມີຫົວເປັນ Nokia 770 ຖ້າຟັງຊື່ໆ ຄົງຈະງົງ ຂໍໃຫ້ເບີ່ງພາບປະກອບແລ້ວຈະເຂົ້າໃຈ (-_-)”, ວິທີບັງຄັບກໍ່ໃຊ້ 770 ອີກເຄື່ອງບັງຄັບເອົາ ຫຸ່ນຫມາ 770 ໂຕນີ້ຈະຕອບສະຫນອງກັບສິ່ງຕ່າງໆ ທີ່ມັນໄດ້ເຮັດກ່ອນຫນ້ານີ້ ແລ້ວມັນກໍ່ຍັງໃຊ້ Google Talk ໄດ້ອີກ! ມີວິດີໂອຈາກ YouTube ສາທິດການທຳງານໃຫ້ເບີ່ງພ້ອມ Source: Engadget

More »

iChair | ໂຊຟາສຳຫລັບຄົນຮັກສຽງເພງ

iChair ໂຊຟາສຳຫລັບນັ່ງພັກຜ່ອນ ຕິດລຳໂພງ ໒ ໂຕ ໃນລະບົບໃກ້ຫູ ພ້ອມລຳໂພງ Sub-woofer ທີ່ຢູ່ໃຕ້ທີ່ນັ່ງ, ທາງຂວາມືມີຊ່ອງສຳຫລັບໃສ່ເຄື່ອງຫລິ້ນເພງ iPod ພ້ອມແຜງຄວບຄຸມລະດັບສຽງ, ມີ Audio jack ໃຫ້ເຊື່ອມຕໍ່ກັບເຄື່ອງຫລິ້ນ Multimedia ອື່ນໆ. ໂຊຟານີ້ມີຂະຫນາດ ໓໔ x ໒໙ x ໔໐ ນິ້ວ ໂຄງສ້າງເຮັດຈາກໄມ້ຢ່າງດີ ມີຮູບຊົງທັນສະໄຫມ ມີໃຫ້ເລືອກ ໔ ສີ (ສີດຳ, ສີຂຽວ, ສີຟ້າອ່ອນ ແລະສີຟ້າເຂັ້ມ) ລາຍລະອຽດເພີ່ມເຕີມ: PBteen Shop ທີ່ມາ – Siamphone.com

More »