Posts Tagged ‘Gadget’

Cube World Fantasy

[youtube 8iC9SENTljI] ຂອງຫຼິ້ນຈາກ Bandai ເຊິ່ງເປັນບໍລິສັດຜະລິດເຄື່ອງຫຼິ້ນລາຍໃຫຍ່ຂອງຍີ່ປຸ່ນ ມີຂະຫນາດ 5×5 ຊມ. ເອົາມາຕໍ່ ໆ ກັນຫຼິ້ນກໍ່ໄດ້ ຫຼືຈະເອົາວາງແຍກກໍ່ໄດ້ ໂດຍດ້ານຫນ້າຂອງກ່ອງຈະມີຈໍນ້ອຍ ໆ ທີ່ຈະມີໂຕກາຕູນມາສະແດງ Animation ເຄື່ອນໄຫວໃຫ້ເບິ່ງ ທີ່ມາ – Snappy

More »

ເຄື່ອງຫຼິ້ນ MP3 ທີ່ນ້ອຍທີ່ສຸດໃນໂລກ

Ultimate Smallest MP3 Player ເປັນເຄື່ອງຫຼິ້ນ MP3 ທີ່ມີຂະໜາດພຽງ 24mm x 24mm x 24mm ເທົ່ານັ້ນ! ແຕ່ມີຄວາມຈຳໃນຕົວເຖິງ 2GB (ມີໃຫ້ເລືອກຕັ້ງແຕ່ 128MB ~ 2GB) ນ້ຳຫນັກພຽງ 18 ກັມ ສາມາດຟັງເພງຕໍ່ເນື່ອງ ໄດ້ຍາວນານ 5 ຊົ່ວໂມງ ໃຊ້ແບດເຕີຣີ 3.7 lithium ແລະຮອງຮັບໄຟລ໌ MP3 ທີ່ມີ bit rate ຕັ້ງແຕ່ 8Kbps ໄປເຖິງ 320Kbps ລວມເຖິງຮອງຮັບໄຟລ໌ MP1, MP2, WMA, WMV, ASF, WAV 7 ພ້ອມ ເທົ່ານັ້ນຍັງບໍ່ພໍ ຍັງສາມາດຮັບສັນຍານ ວິທະຍຸຄວາມຖີ່ 76MHz ~ 96MHz / 87MHz [...]

More »

ໂມງປຸກພະລັງງານນ້ຳ

ແນວຄິດອະນຸຮັກນິຍົມດີ ກັບໂມງປຸກທີ່ເບິ່ງແລ້ວແສນລ້ານຈະທຳມະດາ ແຕ່ມີຄວາມບໍ່ທຳມະດາຢູ່ທີ່ວ່າ ໃຊ້ນ້ຳເປັນພະລັງງານ! ພຽງເຕີມນ້ຳໃສ່ແທ່ງບັນຈຸດ້າຫລັງ ແລ້ວລໍຖ້າບໍ່ເກີນ 3 ນາທີ ທຸກຢ່າງກໍ່ຈະສາມາດໃຊ້ງານໄດ້! Water Powered Alarm Clock ຫລືໂມງປຸກພະລັງງານນ້ຳນີ້ ມີຂະຫນາດ 12cm x 14cm ລາຄາພຽງ £4.99 ເຫມາະສຳຫລັບຊື້ເປັນຂອງຂວັນວັນເກີດ ອັນຫາທີ່ເຫມືອນໄດ້ຍາກ ທີ່ມາ – ecotopia [via]

More »

ມີດແຊມເລເຊີ !!

ອອກແບບມາເພື່ອໃຫ້ການຕັດຜ້ານັ້ນ ມີຄວາມແມ່ນຍຳສູງ ດ້ວຍການຕິດລຳແສງເລເຊີ ໄວ້ກັບມີດແຊມ ເຊິ່ງມີລາຄາພຽງ $20 ແຕ່ເບິ່ງແລ້ວເປັນຕາຫ່ວງວ່າ ເວລາຍ້າຍມືແລ້ວແສງມັນກໍ່ຍ້າຍນຳ ບໍ່ສູ້ເອົາສີມາຂີດ ໆ ຫມາຍໄວ້ແບບເກົ່າຊ້ຳ LOL ທີ່ມາ – Crave

More »

໗ ເກມຄອນໂທລເລີທີ່ບໍ່ຄິດວ່າມັນຊິມີ!!

໑. GameRunner ຫລິ້ນໄປພ້ອມ ອອກກຳລັງກາຍໄປພ້ອມ

More »

Shiny Balls Mirror

- 921 hexagonal black-anodized aluminum tube extrusions – 921 chrome-plated plastic balls – 819 motors – control electronics – video camera – computer ອອກມາເປັນຜົນງານຕາມພາບ  :shock: ທີ່ມາ – Core77 [via Shiny Shiny]

More »

ຄັນຮົ່ມດາບສຕາຣ໌ວໍ

ຄັນຮົ່ມສຳຫລັບຄົນມັກຫນັງ Star War ໂດຍສະເພາະ ຜະລິດອອກມາມີສີແດງ, ສີຟ້າເຂັ້ມ ແລະສີດຳ ລາຄາ $41 ຕໍ່ອັນ ໃຊ້ແລ້ວມີຄວາມເທ່ຢ່າບອກໃຜ ເຂົ້າໃຈວ່າ ຫນ້າຈະເປັນສິນຄ້າຈາກ ແດນໂສມ ມີສອງຂະຫນາດ ຄື 69.3cm ກັບແບບຍາວ 84.4cm ແລະດ້າມຂອງຄັນຮົ່ມ ສາມາດ ຖອດອອກມາໃຊ້ງານ ເປັນໄຟສາຍສ່ອງທາງ ໃນຍາມກາງຄືນໄດ້ o.O! ລາຍລະອຽດເພິ່ມເຕີມກ່ຽວກັບສິນຄ້ານີ້ ສາມາດເບິ່ງໄດ້ຈາກລິງຄ໌ ທີ່ມາ – funshop.co.kr [via Shiny Shiny]

More »

ປາກກາສາຍລັບ!

ປາກກາສາຍລັບລາຄາ $60 ພ່ວງຄວາມສາມາດທີ່ຮູ້ແລ້ວບໍ່ຈັກຊິແກວ່ງຫົວ ຫລືຕອດຫົວດີ ປາກກາທີ່ວ່ານີ້ ມີຫນ່ວຍຄວາມຈຳພຽງ 2MB ພຽງພໍທີ່ຈະຖ່າຍພາບຂະຫນາດ 160×120 ໄດ້ 36 ພາບ ຫນ້າຈະເຫມາະສຳຫລັບ ນຳໄປໃຊ້ໃນງານທີ່ບໍ່ອະນຸຍາດໃຫ້ຖ່າຍພາບໄດ້ (ນັ່ນ!! ມີແນະນຳອີກ) ຕົວປາກກາ ຈະມີຟັງຊັນບອກຈຳນວນພາບຖ່າຍເປັນສຽງພ້ອມ ແລະເມື່ອຊື້ ກໍ່ຈະມີສາຍ serial cable (RS-232) ແຖມມາພ້ອມ ເພື່ອໃຊ້ໃນການດາວໂຫລດຮູບພາບ ເກັບລົງໃນເຄື່ອງ ຖ້າໃຜສົນໃຈ ກໍ່ຕິດຕາມລິງຄ໌ໄດ້ເລີຍ :cool: ທີ່ມາ – GadgetUniverse [via Crave]

More »

Mimoco Artist Series 2007 USB keys

USB Flash Drive ຈາກ Mimoco ທີ່ເນັ້ນໄປທາງຮູບລັກຂອງຕົວຜະລິດຕະພັນ ໂດຍທາງ Mimoco ໄດ້ອອກສາມແບບໃຫມ່ອອກມາ ແລະເປັນ Limited Edition –ມີພຽງ 2000 ອັນໃນໂລກ ໂດຍມີຂະຫນາດ ຄວາມຈຸຕັ້ງແຕ່ 512MB, 1GB, 2GB ແລະ 4GB ທີ່ມາ – JoshSpear [via Shiny Shiny] ເສັຍດາຍບໍ່ມີ Credit card ບໍ່ຊັ້ນອາດຈະສັ່ງຊື້ອັນຂວາສຸດ  :razz:

More »

ລວມ 7 Gadgets ປະຫລາດໂລກ

ບລັອກ TechEBlog ເພິ່ນລວບລວມເອົາ Gadget ທີ່ມີຄວາມແປກປະຫລາດຂອງໂລກໄວ້ 7 ແບບມາໃຫ້ເບິ່ງ ຮູ້ສຶກວ່າ ຈະມີແຕ່ຂອງແປກໆ ເປັນຕົ້ນແມ່ນເຄື່ອງອ່ານ RSS ລະບົບໄຣ້ສາຍ, ກ້ອງຕາບອດ, ຫມວກຍິ້ມ, ລົດຈັກທີ່ຕ້ອງຍ່າງເອົາ etc… ວ່າແລ້ວກໍ່ຄລິກເລີຍດີກວ່າ… ທີ່ມາ – TechEBlog [via Netscape]

More »