Posts Tagged ‘G2’

ພາບຫຼຸດ Android G2

Gizmodo ນຳສະເໜີພາບຫຼຸດທີ່ລືວ່າເປັນໂທລະສັບມືຖື Android G2 ທີ່ຜະລິດໂດຍ HTC. ຕາມໃນຮູບແລ້ວ G2 ຈະມີຂະໜາດບາງລົງ ແລະບໍ່ມີ keyboard ຕິດມານຳຄື G1 ແລ້ວ ສ່ວນຮູບຊົງຈະເປັນສີຂາວ ແລະມີຮູບຮ່າງກົມຫຼາຍຂຶ້ນ ແລ້ວກໍ່ຕິດກ້ອງຄວາມລະອຽດ 3.2 ລ້ານ px ມານຳ. ແຫຼ່ງຂ່າວຍັງລະບຸວ່າ Android G2 ນີ້ອາດຈະມີກຳນົດວາງຕະຫຼາດໃນຊ່ວງປະມານກາງເດືອນພຶດສະພີປີນີ້ ສ່ວນ UI ນັ້ນ ຈະຍັງຄົງມີລັກສະນະຄ້າຍ G1 ຄືເກົ່າ. ເບິ່ງຮູບປະກອບໄດ້ຈາກທີ່ມາ. ທີ່ມາ – Gizmodo

More »